ບານເຕະຂັ້ນພື້ນຖານ

ບານເຕະຂັ້ນພື້ນຖານ

ຂ່າວສານກ່ຽວກັບ ບານເຕະຂັ້ນພື້ນຖານ

News Cover

ເປີດໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຢ່າງເປັນທາງການ

30/11/2023

ນະຄອນຫຼວງວຽງຈັນ ວັນທີ 30 ພະຈິກ 2023 ຢູ່ທີ່ສູນຝຶກຈໍາປີ - ຈໍາປາ ສະຫນາມກິລາແຫ່ງຊາດຫຼັກ 16 ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະນາໆຊາດ ຈັດພິທີເປີດໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ໂດຍການໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນ. ຟັດມາ ຊາມູຣາ ( Fatma Samba Diouf Samoura ) ເລຂາທິການ ສະຫະພັນບານເຕະນາໆຊາດ ພ້ອມດ້ວຍຄະນະ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ, ສື່ມວນຊົນ, ຄູອາຈານ ແລະ ນັກກິລາເຍົາວະຊົນ 300 ຄົນ ເຂົ້າຮ່ວມ.

 ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດພິທີຢ່າງເປັນທາງການ ສຳລັບຈຸດປະສົງຂອງໂຄງການນີ້ ແມ່ນຈະສຸ່ມໃສ່ການພັດທະນາກິລາບານເຕະໃນໂຮງຮຽນຫຼັກ ຊຶ່ງໄດ້ເນັ້ນໃຫ້ບັນດາຄູພາລະ ໄດ້ຮັບການຝຶກແອບບຢ່າງຖືກວິທີ ແລະ ສົ່ງເສີມນ້ອງນັກຮຽນ ທີ່ມີຄວາມຮັກໃນກິລາບານເຕະ ທີ່ມີຄວາມຮັກມັກໃນກິລາບານເຕະ ສາມາດເຂົ້າເຖິງການຫລິ້ນບານເຕະໃນໂຮງຮຽນໃຫ້ຫລາຍຂຶ້ນ ແລະ ຮຽນຮູ້ທັກສະນະໃນການດຳລົງຊີວິດ. ໃນສອງມື້ທີ່ຜ່ານ,ໄດ້ມີການຈັດຝຶກອົບຮົມພາກທິດສະດີ ແລະ ຝຶກແອບພາກປະຕິບັດຕົວຈິງໃຫ້ແກ່ບັນດາຄູຝຶກພາລະ ຈຳນວນ 80 ທ່ານ ມາຈາກ 80 ໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ ເຊິ່ງບັນດາຄູຝຶກເຫລົ່ານີ້ຈະເປັນຜູ້ນຳເອົາຄວາມຮູ້ທີ່ໄດ້ຝຶກອົບຮົມໃນຄັ້ງນິ້ ໄປຂະຫຍາຍສິດຕໍ່ບັນດາຄູພາລະຜູ້ອື່ນໆຕື່ມອີກ ແລະ ຈະໄດ້ມີໂຄງການນິ້ຍັງສຶບຕໍ່ຈັດຕັ້ງປະຕິບັດໃຫ້ແກ່ບັນດາໂຮງຮຽນຢູ່ຕ່າງແຂວງໃນຕໍ່ຫນ້າ.

  ຂະນະທີ່ ທ່ານ ນ. ຟັດມາ ຊາມູຣາ ( Fatma Samba Diouf Samoura ) ເລຂາທິການ ສະຫະພັນບານເຕະນາໆຊາດ ໄດ້ເວົ້າເຖິງ ໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ແມ່ນໄດ້ເລີ້ມຕົ້ນໂຄງການໃນປີ 2019 ໂດຍໃນປັດຈຸບັນ ມີຫຼາຍກວ່າ 100 ປະເທດສະມາຊິກ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ ຂ້າພະເຈົ້າຫວັງວ່າ ຈະໄດ້ນັກກິລາເຍົາວະຊົນ, ຄູອາຈານ ເປັນຕົວແທນຂອງປະທດ ( FIFA F4S AMBASSADORS ) ແລະ ຈະໄດ້ຮຽນຮູ້ທັກສະການຫລິ້ນກິລາບານເຕະ ເພື່ອກ້າວເປັນນັກກິລາອາຊີບໃນຕໍ່ຫນ້າ.

  ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຂໍສະແດງຄວາມຂອບໃຈມາຍັງ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ ທີ່ໄດ້ໃຫ້ການສະຫນັບສະຫນູນຊ່ວຍເຫລືອໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຊຶ່ງໄດ້ສ້າງເງື່ອນໄຂໃຫ້ກັບບັນດາເຍົາວະຊົນໃຫ້ເຂົ້າເຖິງການຫລິ້ນກິລາບານເຕະພາຍໃນໂຮງຮຽນ ທັງນີ້ກໍເສີມສ້າງຄວາມເຂັ້ມແຂງທາງສະມາທິ, ທາງດ້ານກຳລັງເຫື່ອແຮງ ເພາະວ່າການຫລິ້ນກິລາຊ່ວຍໃຫ້ສຸຂະພາບແຂງແຮງ ເຊິ່ງເປັນປັດໃຈຕົ້ນຕໍອັນຫນຶ່ງທີ່ຊ່ວຍໃຫ້ມີຊິວິດທີ່ສົດໃສ ກໍຄືເປັນກຳລັງແຮງໃຫ້ເຮົາໄດ້ເຂົ້າໂຮງຮຽນ, ສຳລັບຈຸດປະສົງທີ 2 ໄດ້ໃຫ້ຄູອາຈານ ຄູພາລະສຶກສາ ໄດ້ຮຽນຮູ້ກ່ຽວກັບພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນການສິດສອນກິລາບານເຕະໃຫ້ຖືກວິທີ ເຊິ່ງໂຄງການ FIFA FOOTBALL FOR SCHOOLS ເຊິ່ງໄດ້ສອດຄ່ອງກັບນະໂຍບາຍການພັດທະນາກິລາ ໂດຍສະເພາະແມ່ນກິລາບານເຕະຢູ່ໃນ ສປປລາວ ແລະ ຂ້າພະເຈົ້າຫວັງວ່າທັງຄູຝຶກ ແລະ ນັກກິລາ ຈະເອົາໃຈໃສ່ຮ່ວມໃນກິດຈະກຳດັ່ງກ່າວນີ້ ເພື່ອສ້າງເງື່ອນໄຂໃຫ້ກາຍເປັນນັກກິລາດີເດັ່ນທີ່ພອນສະຫວັນ ເພື່ອສະຫນອງໃຫ້ກັບ ທີມຊາດລາວ ໃນທຸກຮຸ່ນອາຍຸ ໃນອະນາຄົດນີ້.

  ໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຈັດຂຶ້ນໃນຫລາຍປະເທດ ເຊິ່ງໄດ້ເນັ້ນຢໍ້າຕື່ມວ່າ ໂຄງການດັ່ງກ່າວ ບໍ່ພຽງແຕ່ຝຶກແອບບານເຕະໃຫ້ນັກຮຽນເທົ່ານັ້ນ ແຕ່ຍັງຈະສອນໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງທັກສະການໃຊ້ຊີວິດອີກດ້ວຍ. ທ່ານຫວັງຢ່າງຍິ່ງວ່າ ຜູ້ເຂົ້າຮ່ວມຈະນຳເອົາຄວາມຮູ້ໃນການເຂົ້າຮ່ວມໃນຄັ້ງນີ້ ເພື່ອໄປພັດທະນາ ໂຮງຮຽນຂອງຕົນເອງ ໄປສິດສອນບານເຕະໃຫ້ ກັບບັນດາເຍົາວະຊົນ. ສຳລັບໂຄງການດັ່ງກ່າວຖືວ່າເປັນໂຄງການໄລຍະຍາວ ແລະ ການເປັນຮ່ວມມືລະຫວ່າງ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ ຮ່ວມມືກັບ ສະຫະພັນບານເຕະແຫ່ງຊາດລາວ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະ ເພື່ອພັດທະນາບານເຕະລະດັບເຍົາວະຊົນ.


News Cover

ສຕລ ຈັດງານວັນກິລາບານເຕະທົ່ວປະເທດປະຈຳປີ 2023

07/10/2023

ໃນຕອນເຊົ້າວັນທີ 7 ຕຸລາ 2023 ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດງານວັນກິລາບານເຕະຂື້ນພ້ອມກັນທົ່ວປະເທດ. ເພື່ອເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດແລະສົ່ງເສີມການຫຼີ້ນກິລາຜ່ານກິລາບານເຕະໃຫ້ແກ່ລູກຫຼານອະນຸຊົນລາວແລະ ເປັນການເຕົ້າໂຮມບັນດາທ່ານທີ່ມີນໍ້າໃຈມັກຮັກໃນກິລາບານເຕະມາຮ່ວມກັນ ເພື່ອສ້າງກິດຈະກໍາດີໆໃນການພັດທະນາກິລາບານເຕະທົ່ວປະເທດ, ຊຶ່ງກິດຈະກຳຄັ້ງນີ້ ແມ່ນເປັນການຈັດຂື້ນຮ່ວມກັນລະຫວ່າງ ສຕລແລະ ສະຫະພັນບານເຕະແຂວງທັງ18ແຂວງ, ໃນງານດັ່ງກ່າວ ຍັງໄດ້ຮັບການປະກອບສ່ວນອຸປະຖໍາເສື້ອຈໍານວນ 2500 ໂຕ ລວມມູນຄ່າ 83ລ້ານກວ່າກີບ ຈາກທະນາຄານ ມາຣູຮານ ເຈແປນ ລາວ.

 ພ້ອມນັ້ນ, ເປົ້າໝາຍຫຼັກຂອງການຈັດງານແມ່ນເພື່ອສ້າງຄວາມສາມັກຄີ, ຄວາມມ່ວນຊື່ນແລະ ການຮຽນຮູ້ກັບການແຂ່ງຂັນແກ່ນນັກກິລາເອງຕະຫຼອດຮອດຄອບຄົວແລະ ແຟນບານ.


News Cover

ສຕລ ຮວ່ມກັບ ທະນາຄານ RHB Bank Laos ແລະສະໂມສອນມາສເຕີ້ 7ຈັດກິດຈະກຳກິລາບານເຕະເຍົາວະຊົນ

19/08/2023
ສຕລ ຮວ່ມກັບ ທະນາຄານ RHB Bank Laos ແລະສະໂມສອນມາສເຕີ້ 7ຈັດກິດຈະກຳກິລາບານເຕະເຍົາວະຊົນ
ວັນເສົາທີ 19 ສິງຫາ 2023 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບທະນາຄານ RHB bank Laos ແລະ ສະໂມສອນກິລາບານເຕະ ມາສເຕີ້ 7 ໄດ້ຈັດກິດຈະກຳກິລາບານເຕະເຍົາວະຊົນ RHB/ LFF Laos Junior Football Championship 2023 ຂຶ້ນທີ່ ສະໜາມກິລາຫ້ວຍຫົງ ໂດຍໃຫ້ກຽດເຂົ້າຮ່ວມເປີດພິທີຂອງ ທ່ານ Mr.Bryan Ong ( The DCEO of RHB Bank Laos) ຮອງຜູ້ອຳນວຍການໃຫຍ່ ທະນາຄານ RHB bank Laos,ທ່ານ V. Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາ ສຕລ ພ້ອມຜູ້ຕາງໜ້າສະໂມສອນມາສເຕິີ້7. ໃນພິທີ ທ່ານ Mr.Bryan Ong ໄດ້ກ່າວວ່າ ຈຸດປະສົງການຈັດກິດຈະກຳໃນຄັ້ງນີ້ ແມ່ນເພື່ອສົ່ງເສີມແລະພັດທະນາເຍົາວະຊົນໃຫ້ມັກຮັກໃນກິລາບານເຕະ,ເພື່ອຄວາມມ່ວນຊື່ນກັບການຫລິ້ນກິລາບານເຕະ ແລະ ເພື່ອເປັນບາດກ້າວໜຶ່ງໃນການຮຽນຮູ້ພັດທະນາກິລາປະເພດນີ້ໄປສູ່ລະດັບຊາດ. ທິມທີ່ເຂົ້າຮວ່ມແຂ່ງຂັນປະກອບມີດັ່ງນີ້:
ທີມຊາຍ U12 ລວມີ 8 ທີມຄື:
1.ອາຄາເດມີ້ Master 7
2.ອາຄາເດມີ້ ຄຳໄສ
3.ອາຄາເດມີ້ KNC
4.ອາຄາເດມີ້ Champi Champa 1
5.ອາຄາເດມີ້ Champi Champa 2
6.ອາຄາເດມີ້ FHL
7. ອາຄາເດມີ້ ດົງໂດກ
8.ອາຄາເດມີ້ W.I.G
ທີມຊາຍ U14 ລວມມີ 8 ທີມ:
1. ອາຄາເດມີ້ KMT
2.ອາຄາເດມີ້ ຄຳໄສ
3.ອາຄາເດມີ້ KNC
4.ອາຄາເດມີ້ Champi Champa 1
5.ອາຄາເດມີ້ Champi Champa 2
6.ອາຄາເດມີ້ Ezra
7.ອາຄາເດມີ້ FHL
8. ອາຄາເດມີ້ NUOL ດົງໂດກ
ທີມຍິງU15 ລວມມີ 6 ທີມ
1. ອາຄາເດມີ້ Master 7
2. ອາຄາເດມີ້ ຈຳປີ-ຈຳປາ
3. ອາຄາເດມີ້ KNC
4. ອາຄາເດມີ້ Vonethabing
5. ອາຄາເດມີ້ VTB FC
6. ອາຄາເດມີ້ Khamsay
ຜົນການແຂ່ງຂັນທັງໝົດ:
ທີມຊາຍ U12
1. ອາຄາເດມີ້ W.I.G ຊະນະເລີດ
2. ອາຄາເດມີ້ ຄໍາໄສ ຮອງຊະນະເລີດອັນດັບ1
3. ອາຄາເດມີ້ ມາສເຕີ້ 7 ຮອງຊະນະເລີດອັນດັບ2
ທີມຊາຍ U14
1. ອາຄາເດມີ້ KNC ຊະນະເລີດ
2. ອາຄາເດມີ້ Champichampa ຮອງຊະນະເລີດອັນດັບ1
3. ອາຄາເດມີ້ NUOL ຮອງຊະນະເລີດອັນດັບ2
ທີມຍິງ U15
1. ອາຄາເດມີ້ Master 7 ຊະນະເລີດ
2. ອາຄາເດມີ້ Vonethabing ຮອງຊະນະເລີດອັນດັບ 1
3. ອາຄາເດມີ້ Khamxay ຮອງຊະນະເລີດອັນດັບ2
News Cover

ຝຶກສອນຄວາມຮູ້ພື້ນຖານການເຕະບານໃຫ້ເຍົາວະຊົນແຂວງບໍລິຄຳໄຊ

16/05/2023

ວັນທີ 13 ພຶດສະພາ 2023 ທີ່ຜ່ານມາ ຢູ່ທີ່ສະຫນາມກິລາມັດທະຍົມສົມບຸນ(ມສ)ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະແຂວງບໍລິຄຳໄຊໄດ້ຈັດກິດຈະກຳຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງໂດຍມີ 200 ຄົນ ເປັນຍິງ 100 ຄົນ ທີ່ມາຈາກ 10 ໂຮງຮຽນອ້ອມຂ້າງຕົວເມືອງປາກຊັນເຂົ້າຮວ່ມ ພາຍໃຕ້ໂຄງການ ‘’ The AFC Grassroots Football Day ‘’ ເຊິ່ງປີ້ນີ້ແມ່ນຄົບຮອບ 10 ປີ ທີ່ ສະຫະພັນບານເຕະອາຊີ ໄດ້ສະເຫລີມສະຫລອງງານດັ່ງກ່າວພ້ອມກັນກັບທຸກປະເທດທີ່ເປັນສະມາຊິກ.

 ສຳລັບຈຸດປະສົງການຈັດຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບບັນດາເຍົາວະຊົນ ແມ່ນແນໃສ່ໃຫ້ເຍົາວະຊົນໄດ້ຮຽນຮູ້ທັງພາກທິດສະດີແລະພາກປະຕິບັດຕົວຈິງໃນການຫຼີ້ນກິລາບານເຕະ,ກໍຄືພັດທະນານັກກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະຂະຫຍາຍໄປທົ່ວປະເທດ,ພັດທະນາກິລາບານເຕະໃຫ້ມີຄວາມສອດຄ່ອງ ແລະ ເອກກະພາບກັນໃນຂອບເຂດທົ່ວປະເທດ,ທັງເປັນການຝືກສອນດ້ານກິລາໃຫ້ມີມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.ນອກນັ້ນ,ການຫຼີ້ນກິລາຍັງເປັນການສ້າງໃຫ້ນັກຮຽນໄດ້ມີສຸຂະພາບແຂງແຮງ ແລະ ມັກຮັກໃນກິລາບານເຕະ, ໃຫ້ມີຄວາມຮັກແພງ, ມີນ້ຳໃຈນັກກິລາ,ມ່ວນຊື່ນ ກັບການຫຼີ້ນກີລາ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.ໃນຕອນທ້າຍພິທີຍັງໄດ້ມີການມອບຫມາກບານໃຫ້ໂຮງຮຽນທີ່ເຂົ້າຮ່ວມ ແລະມອບລາງວັນໃຫ້ກັບໂຮງຮຽນທີ່ຊະນະເລີດ.

ພາບ​ຈາກ: ສຕ​ຂ ( ແຂວງ​ບໍ​ລິ​ຄຳ​ໄຊ )