ທີມຊາດຊາຍ U-19
News Cover

ປະກາດລາຍຊື່ນັກກິລາ 23ຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນບານເຕະຮຸ່ນອາຍຸບໍ່ເກີນ 19 ປີ ທີ່ ປະເທດອິນໂດເນເຊຍ

15/07/2024

ຜ່ານການເກັບຕົວຝຶກຊ້ອມແຕ່ວັນທີ 02 ມີຖຸນາ 2024 ເປັນຕົ້ນມາ ໂດຍທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກທີມຊາດລາວU19 ໄດ້ຮຽກຕົວນັກກິລາຈຳນວນ 35 ຄົນເຂົ້າສູນຝຶກຊ້ອມ. ມາຮອດວັນທີ 15 ກໍລະກົດ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ເຂົ້າຮ່ວມ  ການແຂ່ງຂັນບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ(U19) ປະຈຳປີ 2024 ASEAN U19 BOY'S CHAMPIONSHIP 2024 ເຊິ່ງຈະຈັດຂຶ້ນຢູ່ທີ່ປະເທດອິນໂດເນເຊຍລະຫວ່າງວັນທີ 17-29 ກໍລະກົດ 2024.

ຄະນະນຳ , ຄະນະຄູຝຶກ  ມີລາຍຊື່ດັ່ງລຸ່ມນີ້:

1. ທ່ານ ພັທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສຕລ ຄະນະນໍາ

2. ທ່ານ ຄໍລະເດດ ພອນພະຈັນ ຄະນະບໍລິຫານງານ ສຕລ ຮອງຄະນະນໍາ

3. ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ

4. ທ່ານ ນ. ພອນທິບ ແສງມະນີ ຜູ້ຊ່ວຍຄູຝຶກ

5. ທ່ານ ສອນວິໄລ ສີຫາວົງ ຜູ້ຊ່ວຍຄູຝຶກ

6. ທ່ານ ພັທ ແສງເພັດ ວົງໄຊຍະລາດ ຄູຝຶກຜູ້ຮັກສາປະຕູ

7. ທ່ານ ຄອນສະໄຫມ ຈັນທະວົງໄຊ ຜູ້ຈັດການທີມ

8. ທ່ານ ນ. ເຄືອວັນ ເມັງວິໄລ ແພດປະຈໍາທີມ

9. ທ່ານ ແສງຈັນ ສີບຸນເຮືອງ ແພດປະຈໍາທີມ

10. ທ່ານ ສອນໄຊ ລາດສະອາດ ສື່ມວນຊົນ

11. ທ່ານ ຈັນທະບູນ ຫມື່ນສີ່ ອຸປະກອນ

12. ທ່ານ ໂຄລ້າ ອຸ່ນດາລາ ຜູ້ຊ່ວຍຄູຝຶກ

ລາຍຊື່ນັກກິລາ 23 ຄົນ ມີລາຍຊື່ດັ່ງລຸ່ມນີ້:

#ຜູ້ຮັກສາປະຕູ

- ກົບ ໂລກພະທິບ  ສະໂມສອນ ເອສະຣາ

- ສຸລິສັກ ໝັ້ນປະເສີດ  ສະໂມສອນ ຈຳປາສັກ

- ສຸກສະໝອນ ເວທີຕະ ສະໂມສອນ ຊ້າງນ້ອຍ

#ກອງຫຼັງ

- ສີສະຫວາດ ແກ້ວມຸງຄຸນ  ສະໂມສອນ ນ້ຳທາ         
- ໄຊຍະສຸກ ແກ້ວວິສອນ  ສະໂມສອນ  ເອສະຣາ

- ຈັນທະວີສຸກ ພົງສະຫວັດ  ສະໂມສອນ ເອສະຣາ   
- ກິ ມູນກັນຍາ  ສະໂມສອນ ມາສເຕີ້ 7

- ຂຸນວັງ ສູນດາລາ  ສະໂມສອນ ນ້ຳທາ                     
- ມາທີໂອ ອັກຄະວົງ  (SO Cholet ປະເທດຝຣັ່ງ)

- ຍອດຊາຍ ໄຊອໍາພອນ ສະໂມສອນ ເອສະຣາ           
 - ເພັດວິໄຊ ພິມມະເສນ  ສະໂມສອນ ເອສະຣາ

#ກອງກາງ

- ສາຍຝົນ ແກ້ວຫານາມ  Mraleina Football Club

- ພູສົມບູນ ປັນຍາວົງ  ສະໂມສອນ ກອງທັບ

- ໄຊຊະນະ ສີຫາລາດ  ສະໂມສອນ ເອສະຣາ

- ເພັດສະໝອນ ສີຫາເທບ  ສະໂມສອນ ຊ້າງນ້ອຍ

- ສົງການ ລິຍະສັກ ສະໂມສອນ ນ້ຳທາ

- ອິນທິດາ ໄຊຍະສານ  ສະໂມສອນ ມາສເຕີ້ 7 

- ຈັນທະວີພອນ ພູມສະຫວັນ  ສະໂມສອນ ນ້ຳທາ

- ບຸນແພງ ໄຊສົມບັດ   ສະໂມສອນ ຫຼວງພະບາງ

- ຄຳໝັ້ນ ທາປະເສີດ  ສະໂມສອນ ເອສະຣາ

#ກອງໜ້າ

- ປີ້ເຕີ້ ພັນທະວົງ  ສະໂມສອນ ເອສະຣາ

- ສົມຫວັງ ຈູມມະນີ  ສະໂມສອນ ມາສເຕີ້ 7

- ທະນູສັກ ນັນທະວົງດວງສີ  ສະໂມສອນ ເອສະຣາ

ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ. ຜົນການຈັບສະຫລາກມີດັ່ງນີ້:

- ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ຕີມໍ ເລສເຕ, ກຳປູເຈຍ, ຟີລິບປິນ

- ກຸ່ມ B: ລາວ, ຫວຽດນາມ, ມຽນມາ, ອົສຕຣາລີ

- ກຸ່ມ C: ມາເລເຊຍ, ໄທ, ສິງກະໂປ, ບຣູໄນ.

ຕາຕະລາງແຂ່ງຂັນທີມຊາດລາວມີດັ່ງນີ້:

- ວັນທີ 18/7/2024 ເວລາ 15:00 ລາວ ພົບ ອົສຕຣາລີ ແຂ່ງຂັນທີ່ Gelora 10 Nopember Stadium.

- ວັນທີ 21/7/2024 ເວລາ 19:30 ມຽນມາ ພົບ ລາວ ແຂ່ງຂັນທີ່ Gelora 10 Nopember Stadium.

- ວັນທີ 24/7/2024 ເວລາ 15:00 ລາວ ພົບ ຫວຽດນາມ ແຂ່ງຂັນທີ່ GBT Stadium.

News Cover

ຄະນະນຳ ສຕລ ໂອ້ລົມນັກກິລາທີມຊາດລາວ U19 ກ່ອນອອກເດີນທາງເຂົ້າຮ່ວມແຂ່ງຂັນທີ່ອິນໂດເນເຊຍ

14/07/2024

ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໂອ້ລົມຕໍ່ຄະນະຄູຝຶກ,ນັກກິລາ ທີມຊາດລາວ U19 ໃນຕອນເຊົ້າວັນທີ 14 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ 16,ກ່ອນອອກເດີນທາງເຂົ້າຮ່ວມແຂ່ງຂັນບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ(U19) ປະຈຳປີ 2024 ASEAN U19 BOY'S CHAMPIONSHIP 2024 ເຊິ່ງຈະຈັດຂຶ້ນຢູ່ທີ່ປະເທດອິນໂດເນເຊຍລະຫວ່າງວັນທີ 17-29 ກໍລະກົດ 2024.

  ໃນການໂອ້ລົມທ່ານ ຄຳໄພ່ ປຣະເສີດ ໄດ້ຮຽກຮ້ອງໃຫ້ນັກກິລາຈົ່ງມີຄວາມສາມັກຄີ,ນັບຖືກົດລະບຽບໃນເວລາ ການຝຶກຊ້ອມ ແລະ ພ້ອມທັງຮຽກຮ້ອງໃຫ້ບັນດານັກກິລາມີຈິດໃຈທິ່ເຂັ້ມແຂງ,ສູ້ສຸດຄວາມສາມາດ ພ້ອມທັງອວຍພ້ອນໃຫ້ຄະນະຊຸດນີ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ. ຜົນການຈັບສະຫລາກມີດັ່ງນີ້:

- ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ຕີມໍ ເລສເຕ, ກຳປູເຈຍ, ຟີລິບປິນ

- ກຸ່ມ B: ລາວ, ຫວຽດນາມ, ມຽນມາ, ອົສຕຣາລີ

- ກຸ່ມ C: ມາເລເຊຍ, ໄທ, ສິງກະໂປ, ບຣູໄນ.

ຕາຕະລາງແຂ່ງຂັນທີມຊາດລາວມີດັ່ງນີ້:

- ວັນທີ 18/7/2024 ເວລາ 15:00 ລາວ ພົບ ອົສຕຣາລີ ແຂ່ງຂັນທີ່ Gelora 10 Nopember Stadium.

- ວັນທີ 21/7/2024 ເວລາ 19:30 ມຽນມາ ພົບ ລາວ ແຂ່ງຂັນທີ່ Gelora 10 Nopember Stadium.

- ວັນທີ 24/7/2024 ເວລາ 15:00 ລາວ ພົບ ຫວຽດນາມ ແຂ່ງຂັນທີ່ GBT Stadium.

👉ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:

🌐 www.laoff.org.la

FB: ສະຫະພັນບານເຕະແຫ່ງຊາດລາວ LaoFootball Federation

TikTok: Lff_official

IG: Lff_official

Youtube: LAOFF TV ສະຫະພັນບານເຕະແຫ່ງຊາດລາວ

#LAOFOOTBALLFEDERATION

#LAOSU19

#LAONATIONALTEAM

#ASEANU19BOYSCHAMPIONSHIP2024

News Cover

ທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ມຽນມາ ແລະ ອົສຕຣາລີ ໃນລາຍການແຂ່ງຂັນບານເຕະຊີງແຊ້ມອາຊຽນ U19

30/05/2024

        ວັນທີ 30 ພຶດສະພາ 2024 ຢູ່ທີ່ປະເທດອິນໂດເນເຊຍ ໄດ້ມີພິທີຈັບສະຫລາກ ການແຂ່ງຂັນບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ(U19) ປະຈຳປີ 2024 ASEAN U19 BOY'S CHAMPIONSHIP 2024 ເຊິ່ງຈະຈັດຂຶ້ນຢູ່ທີ່ປະເທດອິນໂດເນເຊຍລະຫວ່າງວັນທີ 17-29 ກໍລະກົດ 2024.