ຂ່າວສານ
News Cover

ເມືອງຄໍາ ຄວ້າແຊ້ມລາວລີກ 2 ແຂວງຊຽງຂວາງ

19/10/2026

      ການແຂ່ງຂັນບານເຕະລາວລີກ 2 ແຂວງຊຽງຂວາງ 2026ປິດສາກລົງດວ້ຍຜົນສຳເລັດຢ່າງເປັນທາງການໃນວັນທີ17ຕຸລາ2026ພາຍຫຼັງຈັດການແຂ່ງຂັນມາແຕ່ວັນທີ 15 ສິງຫາ 2026 ໂດຍມີສະໂມສອນເຂົ້າຮ່ວມທັງໝົດ 6 ສະໂມສອນ ຄື: ແຟມມິລີ, ເມືອງຄໍາ, ພູຊຽງເຮືອງ, ສາມກົກວື່, ພົງຈະເລີນຊັບ ແລະ ທີມເດັກພວນ.

     ຜ່ານການແຂ່ງຂັນ ຜົນປະກົດວ່າ 10 ນັດ ທັງຂາໄປແລະຂາກັບ ເມືອງຄໍາ ສາມາດເກັບຄະແນນໄດ້ຫຼາຍສຸດ ຄວ້າແຊ໋ມໄປຄອງເປັນຄັ້ງປະຫວັດສາດ, ແລະສ້າງສະຖິຕິໃໝ່ ໂດຍບໍ່ເສຍໃຫ້ທີມໃດເລີຍໃນລະດູການນີ້ ແຂ່ງ 10 ນັດ ຊະນະ 8 ສະເໝີ 2 ລວມ 26 ຄະແນນ, ສ່ວນຮອງແຊ໋ມເປັນຂອງ ແຟມມິລີ ແຊ໋ມເກົ່າ ມີ 19 ຄະແນນ ຊະນະ 6 ສະເໝີ 1 ເສຍ 3, ອັນດັບ 3 ເປັນຂອງ ພູຊຽງເຮືອງ ມີ 16 ຄະແນນ ຊະນະ 5 ສະເໝີ 1 ເສຍ 4, ອັນດັບ 4 ແມ່ນສາມກົກວື່ ມີ13 ຄະແນນ ຊະນະ 4 ສະເໝີ 1 ເສຍ 5, ອັນດັບ 5 ພົງຈະເລີນຊັບ ມີ 8 ຄະແນນ ຊະນະ 3 ສະເໝີ 2 ເສຍ 5ແລະອັນດັບ 6 ແມ່ນສະໂມສອນ ເດັກພວນ ມີ 4 ຄະແນນ ຊະນະ 1 ສະເໝີ 1 ເສຍ 8,

      ໃນພິທີໄດ້ມີການມອບຂັນລາງວັນໃຫ້ສະໂມສອນທີ່ຊະນະເລີດຢ່າງສົມກຽດ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຈັນທະສອນ ພູນສຸກ ຮອງປະທານປົກຄອງແຂວງ, ທ່ານ ບຸນຄົງ ດວງພະວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທັງເປັນປະທານຈັດການແຂ່ງຂັນ ລາວລີກ 2 ຊຽງຂວາງ,ຜູ້ຕາງໜ້າຄະນະສະຫະພັນບານເຕະແຫ່ງຊາດລາວ, ຄະນະຈັດການແຂ່ງຂັນ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

      ສະໂມສອນ ເມືອງຄໍາ ທີມແຊ້ມ ໄດ້ຮັບເງິນລາງວັນ 15 ລ້ານກີບ, ຂັນຊະນະເລີດ 1 ໜ່ວຍ ແລະ ຫຼຽນລະນຶກ, ແຟມມິລີ ຮອງແຊ້ມ ໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມຫຼຽນລະນຶກ, ສະໂມສອນ ພູຊຽງເຮືອງ ອັນດັບ 3 ໄດ້ຮັບເງິນລາງວັນ 5 ລ້ານກີບ.

      ສະໂມສອນ ເມືອງຄໍາໃນຖານະທິມແຊ້ມຍັງໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2026/27ຕື່ມອີກ.

ຂ່າວ: ຄຸດ. ຄົນທໍາມະດາ

News Cover

ສຕລ ຮ່ວມກັບ FIFA ຈັດຝຶກອົບຮົມກ່ຽວກັບ “ຍຸດທະສາດການຄ້າ ແລະ ການອອກໃບອະນຸຍາດສະໂມສອນ”

15/10/2026

          ໃນຕອນເຊົ້າຂອງ ວັນທີ 15 ຕຸລາ 2026 ຢູ່ທີ່ ໂຮງແຮມ ລາວເທລ ນະຄອນຫຼວງວຽງຈັນ, ສະຫະພັນແຫ່ງຊາດລາວ (ສຕລ) ຮ່ວມກັບ ສະຫະພັນບານເຕະນາໆຊາດ (FIFA) ໄດ້ຈັດຝຶກອົບຮົມກ່ຽວກັບ “ຍຸດທະສາດການຄ້າ ແລະ ການອອກໃບອະນຸຍາດສະໂມສອນ” (Commercial Strategy & Club Licensing Workshop) ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ, ທ່ານ ນາງ SAFIA ABDEK DAYEM ແລະ ທ່ານ ນາງ NATCHA TARATEERASARN ຊ່ຽວຊານຈາກ FIFA, ພ້ອມດ້ວຍຕົວແທນຈາກອະນຸກຳມະການບານເຕະຍິງ ສຕລ, ບັນດາສະໂມສອນບານເຕະໃນ ລາວລີກຍີງ ແລະ ລາວລີກ 1, ວິຊາການຈາກ ສຕລ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມໜ້າ. 

          ໃນຊ່ວງເປີດງານ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ໄດ້ຂຶ້ນກ່າວວ່າ: “ຫລັກສູດຝຶກອົບຮົມໃນຄັ້ງນີ້, ຖືວ່າເປັນບາດກ້າວຫນຶ່ງທີ່ສຳຄັນ ເວົ້າລວມກໍຂອງ ສຕລ ເພື່ອພັດທະນາກິລາບານເຕະ ຍິງ-ຊາຍ ໃນ ສປປ ລາວ ໃຫ້ກ້າວສູ່ມາດຕະຖານມືອາຊີບ ແລະ ເພື່ອເສີມສ້າງສັກກະຍະພາບໃຫ້ບຸກຄະລາກອນທີ່ເຮັດວຽກໃນຂົງເຂດກິລາບານເຕະ ໃຫ້ມີບາດກ້າວທີ່ເຂັ້ມແຂງຂຶ້ນຕື່ມ ແລະ ທັງເປັນໂອກາດໃນການແລກປ່ຽນບົດຮຽນແບ່ງປັນປະສົບການຈິງຮ່ວມກັນ ເພື່ອສັງລວມຂໍ້ມູນສຳລັບການສ້າງແຜນຍຸດທະສາດການຄ້າ ແລະ ການອອກໃບອະນຸຍາດສະໂມສອນ ໃຫ້ເປັນລະບົບທີ່ຮັດກຸມ ແລະ ມີການພັດທະນາຍົກລະດັບສະໂມສອນບານເຕະໃຫ້ສູງຂຶ້ນໄປເລື້ອຍໆ.”

          ສຳລັບການຈັດຝຶກອົບຮົມກ່ຽວກັບ ຍຸດທະສາດການຄ້າ ແລະ ການອອກໃບອະນຸຍາດສະໂມສອນ ນີ້້ຈະຈັດຂຶ້ນ 3 ມື້ ໃນລະຫວ່າງວັນທີ 15 – 17 ຕຸລາ 2026, ຜູ້ເຂົ້າຮ່ວມຈະໄດ້ມີໂອກາດຮຽນຮູ້ ແລະ ຮັບຟັງປະສົບການຕົວຈິງຈາກຊ່ຽວຊານຈາກ FIFA ແລະ ວິທະຍາກອນທີ່ມີປະສົບການໃນວົງການບານເຕະ ລະດັບສະໂມສອນຊັ້ນນໍາຈາກ ປະເທດ ໄທ ແລະ ສປປ ລາວ, ຮຽນຮູ້ເຖິງຄວາມສຳຄັນກ່ຽວກັບການອອກໃບອະນຸຍາດສະໂມສອນຂອງ ສະຫະພັນບານເຕະອາຊີ (AFC), ລະບົບການອອກໃບອະນຸຍາດສະໂມສອນກິລາບານເຕະ ໃນ ສປປ ລາວ ແລະ ໂຄງການຍຸດທະສາດການຄ້າຂອງ FIFA. 

           ເປົ້າໝາຍຫຼັກຂອງການເປີດຝຶກອົບຮົມໃນຄັ້ງນີ້ ກໍເພື່ອເປີດໂອກາດໃຫ້ບັນດາສະໂມສອນບານເຕະທີ່ແຂ່ງຂັນໃນລະດັບລີກສູງສຸດຂອງ ສປປ ລາວ ນຳເອົາບົດຮຽນກ່ຽວກັບການສ້າງແຜນຍຸດທະສາດການຄ້ານີ້ໄປປັບໃຊ້ກັບສະໂມ ສອນຂອງຕົນໄດ້ ເພື່ອການບໍລິຫານການເງິນແບບຍືນຍົງ. ພ້ອມດຽວກັນນັ້ນ, ກໍ່ເພື່ອກະກຽມບັນດາສະໂມສອນບານ ເຕະຍິງໃນ ສປປ ລາວ ໃຫ້ມີຄວາມພ້ອມ ເພື່ອຮັບມືກັບກົດລະບຽບການອອກໃບອະນຸຍາດສະໂມສອນບານເຕະຍິງໃນອານາຄົດ ທີ່ທາງ AFC ຈະເລີ້ມບັງຄັບໃຊ້ໃນສົກປີ 2028 ເປັນຕົ້ນໄປ. 

           ສຳລັບໂຄງການຍຸດທະສາດການຄ້າຂອງ FIFA ນີ້ ຖືເປັນໜຶ່ງໃນຫຼາຍໆໂຄງການການພັດທະນາບານເຕະຍິງທີ່ທາງ FIFA ໄດ້ວາງອອກ ເພື່ອຊ່ວຍເຫຼືອສະມາຊິກ 211 ປະເທດ. ເປົ້າໝາຍຫຼັກແມ່ນ ເພື່ອສ້າງຄວາມເຂັ້ມແຂງ ແລະ ມູນຄ່າທາງການຄ້າສຳລັບລີກຍິງໃນທົ່ວໂລກ ໃຫ້ສາມາດສ້າງລາຍຮັບ ແລະ ຄວາມຍືນຍົງທາງການເງິນໄດ້ດ້ວຍໂຕເອງໃນໄລຍະຍາວ. 

          ໂຄງການຍຸດທະສາດການຄ້ານີ້ ໄດ້ເລີ່ມທົດລອງປະຕິບັດໃນ ປີ 2025 ໂດຍມີ 2 ປະເທດເຂົ້າຮ່ວມ ແລະ ໃນປີ 2026 ແມ່ນໄດ້ເປີດໂຕຢ່າງເປັນທາງການ ເເລະ ເປີດໂອກາດໃຫ້ບັນດາປະເທດສະມາຊິກຂອງ FIFA ສະໝັກ ເພື່ອຍາດແຍ່ງໂອກາດເຂົ້າຮ່ວມໂຄງການ ເຊິ່ງຜ່ານການສະໝັກ ມີທັງໝົດ 12 ປະເທດທີ່ໄດ້ຮັບທຶນ ຄື: 


1. Canada

2. Finland

3. Germany

4. Ghana

5. India

6. Jordan

7. Lithuanla

8. Mexico

9. Netherland

10. Paraguay

11. Scotland

12. Sweden

               ສ່ວນ ສປປ ລາວ ເປັນປະເທດທີ່ 13 ທີ່ໄດ້ຮັບການຊ່ວຍເຫຼືອພິເສດ ຍ້ອນເງື່ອນໄຂ ແລະ ການຂະຫຍາຍໂຕຂອງ ລີກຍິງ ໃນ ສປປ ລາວ ແມ່ນຖືວ່າຍັງບໍ່ທຽບເທົ່າກັບບັນດາ 12 ປະເທດທີ່ກ່າວມາຂ້າງເທິງ. ບວກດ້ວຍຄວາມຕັ້ງໃຈ ແລະ ການນຳສະເໜີທີ່ກົງໄປກົງມາເຖິງສະພາບຄວາມເປັນຈິງຂອງບານເຕະໃນ ສປປ ລາວ, ເຮັດໃຫ້ທີມງານ FIFA ມີຄວາມສົນໃຈ ແລະ ໄດ້ຮັບການພິຈາລະນາເຂົ້າຮ່ວມໂຄງການໃນທີ່ສຸດ. 





News Cover

ປະກາດລາຍຊື່ນັກກິລາ ທີມຊາດລາວU15 ເຂົ້າຮ່ວມ ການແຂ່ງຂັນບານເຕະເຍົາວະຊົນໂລກ 2026 “FIFA U-15 World Cup & Festival 2026”

14/10/2026

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼື U-15 ຖືກຢູ່ກຸ່ມ K ຮ່ວມກັບ ບາເຣນ ( BAHRAIN ), ກາເມີຣູນ ( CAMEROON ), ເກຣີນາດາ ( GRENADA ), ອິນເດຍ ( INDIA ), ລາວ ( LAOS ) ແລະ ເຊເນການ ( SENEGAL ) ເຊິ່ງການແຂ່ງຂັນຈະຈັດຂຶ້ນຢູ່ປະເທດອາແຊກໄບຊານ ( AZERBAIJAN )ລະຫວ່າງວັນທີ 22–31 ຕຸລາ 2026 ທີ່ຈະມາເຖິງນີ້.​

​ສຳລັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ແມ່ນໄດ້ເລີ່ມການຝຶກຊ້ອມນັບຕັ້ງແຕ່ຕົ້ນເດືອນກັນຍາ 2026ເປັນຕົ້ນມາ ພາຍໃຕ້ການຄຸມທີມຂອງ ທ່ານ ວົງມີໄຊ ສຸບົວຄຳ ຄູຝຶກລະດັບ ໂປ ລາຍເຊັນ.​

ລາຍຊື່ນັກກິລາ ທີມຊາດລາວU15 ມີລາຍຊື່ດັ່ງລຸ່ມນີ້:

+ ຜູ້ຮັກສາປະຕູ

ອານຸສິດ ສຸກສະຫວັນ ຈາກ ສະໂມສອນ ມັດສະດ້າ ຈີບີ

ຈັນສະຫມອນ ສອນສຸພັນ ຈາກ ສະໂມສອນ ຫຼວງພະບາງ ຟຟລ

+ ກອງຫລັງ

ທິບພະກອນ ໄຊຍະແສງ ຈາກ ສະໂມສອນ ຈຳປາສັກ

ສັກສິດ ທາທອງຍົດ ຈາກ ສະໂມສອນ ເອສະຣາ

+ ກອງກາງ

ສຸກສະຫວັນ ສິລິແສງ ຈາກ ສະໂມສອນ ສະຫວັນນະເຂດ ເຊໂລສ

ທະນູສອນ ສີມາລາ ຈາກ ສະໂມສອນ ບີໄອເອັສ

ອານາວິນ ໄຊຍະສອນ ຈາກ ສະໂມສອນ ເອສະຣາ

ດາວເຮືອງ ວໍລະກຸມມານ ຈາກ ສະໂມສອນ ຈຳປາສັກ 

ອານຸພາບ ພັນດານຸວົງ ຈາກ ສະໂມສອນ ຈຳປາສັກ

ວິທະຍາ ມະນີໄຊ ຈາກ ສະໂມສອນ ຫຼວງພະບາງ ຟຟລ

+ ກອງຫນ້າ

ພອນປະເສິດ ສິລິແສງ ຈາກ ສະໂມສອນ ສະຫວັນນະເຂດ ເຊໂລສ

ຄານສີ ແສງສຸລິ ຈາກ ສະໂມສອນ ບີໄອເອັສ

ພຸດທະສອນ ໂພທິລາດ ຈາກ ສະໂມສອນ ເອສະຣາ

ວັນນະພອນ ຍົດທິຍາ ຈາກ ສະໂມສອນ ຫຼວງພະບາງ ຟຟລ

News Cover

ຈັດຝຶກອົບຮົມກຳມະການຕັດສິນ ຟີຟາ ຮຸ່ນສືບທອດ FIFA MA YOUNG REFEREE COURSE

13/10/2026

       ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມກຳມະການຕັດສິນຟີຟາ ຮຸ່ນສືບທອບ FIFA MA YOUNG REFEREE COURSE ຂື້ນໃນຕອນເຊົ້າຂອງ ວັນທີ 13 ຕຸລາ 2026 ໂດຍໃຫ້ກຽດເຂົ້ຮ່ວມພິທີເປີດມີທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວໜ້າອະນຸກຳມະການຕັດສິນ ສຕລ, ທ່ານ MOHAMAD RODZALI BIN YACOB ຄູຝຶກຈາກສະຫະພັນບານເຕະນາໆຊາດ ( FIFA )ແລະທ່ານ ນາງ SACHIKO YAMAGISHI. 

       ​ໃນພິທີທ່ານຄຳແພງວົງຂັນຕີໄດ້ປະກອບຄໍາເຫັນແລະແນະນໍາໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງໃຈຮໍ່າຮຽນ,ຍາດເອົາຄວາມຮູ້ຈາກວິທະຍາກອນເພື່ອຮັບເອົາບົດຮຽນໄປພັດທະນາຕົນເອງໃຫ້ກ້າວຂຶ້ນເປັນກໍາມະການຕັດສິນໃນລະດັບເອເອັຟຊີ,ຟີຟາໃນ ຕໍ່ຫນ້າ, ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງມີຈັນຍາບັນໃນການຕັດສິນການແຂ່ງຂັນລາຍການຕ່າງໆ.

​ການຝຶກອົບຮົມຄັ້ງນີ້ມີ ສຳມະນາກອນເຂົ້າຮວ່ມທັງຫມົດ 20 ທ່ານ ເປັນຍິງ 5ທ່ານ, ໃນນັ້ນມີຜູ້ປະເມີນ 9 ທ່ານ,ເຊິ່ງຖືວ່າເປັນການຈັດຂຶ້ນເປັນຄັ້ງທຳອິດ ແລະ ຈະໃຊ້ເວລາຝຶກອົບຮົມ 5 ວັນ ເລີ່ມວັນທີ 13-17 ຕຸລາ 2026 ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ນອກນັ້ນຈະໄດ້ມີການທົດສອບພາລະກໍາລັງ.

ຂ່າວ:ທິບພະກອນ ພະກາສີ

News Cover

ສຕລ ຝຶກອົບຮົມຄູຝຶກບານເຕະສູນຈຳປີ - ຈຳປາ ທົ່ວປະເທດ ປະຈຳປີ 2026

13/10/2026

         ສະຫະພັນບານເຕະແຫ່ງຊາດລາວ(ສຕລໄດ້ຈັດພິທີເປີດຝຶກອົບຮົມຄູຝຶກບານເຕະ ສູນຈໍາປີ - ຈໍາປາ ທົ່ວປະເທດ ປະຈຳປີ 2026 ຂື້ນໃນວັນທີ 13 ຕຸລາ 2026ທີ່ສຕລ,ໂດຍໃຫ້ກຽດເຂົ້າຮວ່ມຂອງທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ .

         ການຝຶກອົບຮົມມີເຂົ້າຮ່ວມທັງໝົດ 13 ທ່ານ ຈາກ ສູນຝຶກຈໍາປີ-ຈໍາປາ ນະຄອນຫຼວງວຽງຈັນ, ຫຼວງນ້ຳທາ, ຄຳມ່ວນ, ສາລະວັນ ແລະ ຈຳປາສັກ,ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ທັງພາກທິດສະດີ ແລະ ການລົງປະຕິບັດຕົວຈິງ,ພາຍໃຕ້ການສະໜັບສະໜູນດ້ານງົບປະມານຈາກສະຫະພັນບານເຕະນານາຊາດ FIFAໃນໂຄງການ FIFA TALENT DEVELOPMENT SCHEME (FIFA TDS).ຈຸດປະສົງເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈໃນການຊອກຫາບັນຫາ ແລະ ວິທີການແກ້ໄຂບັນຫາທີ່ແທດເໝາະໃນການສ້າງແຜນການຝຶກຊ້ອມທີ່ມີຄວາມຄິດສ້າງສັນ, ສ້າງຄວມໝັ້້ນໃຈໃຫ້ຄູຝຶກເພື່ອນຳພານັກກິລາໃນການຝຶກຊ້ອມ, ວິທີການທົບທວນຄືນ ແລະ ປັບປຸງ ເພື່ອພັດທະນາການສອນໃຫ້ດີຍິ່ງຂື້ນ.

         ພາຍຫຼັງສຳເລັດການຝຶກອົບຮົມ, ບັນດາຄູຝຶກຈະໄດ້ນຳເອົາທິດສະດີ ແລະ ບົດຮຽນຕົວຈິງທີ່ໄດ້ຮັບການຝຶກອົບຮົມຄັ້ງນີ້ນໍາໄປຈັດຕັ້ງປະຕິບັດການສອນໃຫ້ນັກກິລາໃນສູນຝຶກຂອງຕົນເອງ ເພື່ອພັດທະນານັກກິລາພອນສະຫວັນໃນສູນຝຶກ ຈຳປີ-ຈຳປາ ກ້າວສູ່ການເປັນນັກກິລາທີມຊາດລາວໃນອະນາຄົດ.ການຝຶກອົບຮົມຈະດໍາເນີນໄປຮອດວັນທີ 15 ຕຸລາ 2026.

ຂ່າວ:ທິບພະກອນ ພະກາສີ

News Cover

ສະໂມສອນ ປກສ ແຂວງ ຄວ້າແຊ້ມ ລາວລີກ 2 ແຂວງ ຫລວງນໍ້າທາ ປະຈໍາປີ 2026

09/10/2026

        ການແຂ່ງຂັນບານເຕະລາວລີກ 2 ແຂວງຫລວງນໍ້າທາ ໄດ້ສໍາເລັດການແຂ່ງຂັນໃນວັນສຸກ 09 ຕຸລາ 2026 ທີ່ຜ່ານມາ ພາຍຫລັງດຳເນີນການແຂ່ງຂັນມາຕັ້ງແຕ່ວັນທີ 14 ສີງຫາ 2026, ໂດຍມີ 6 ທີມເຂົ້າຮ່ວມປະກອບມີ: ປກສ ແຂວງ, ນໍ້າທາ ເອັບຊີ, ສຸລິຕາ , ຊ້າງເຜຶອກ, ນັກທຸລະກີດຫນຸ່ມ ແລະ ນໍ້າຫ້າ.

        ສະຫລຸບຜົນການແຂ່ງຂັນ ສະໂມສອນ ປກສ ແຂວງ ຄວ້າແຊ້ມໃນລາຍການນີ້,ໂດຍລົງສະຫນາມ 10 ນັດ ຊະນະ 8 ນັດ, ສະເຫມີ 2 ນັດ ມີ 26 ຄະແນນ ໄດ້ຮັບຂັນ, ຫລຽນລາງວັນ ແລະ ເງິນຈຳນວນ 15 ລ້ານກີບ, ອັນດັບ 2 ຊ້າງເຜຶອກ ລົງສະຫນາມ 10 ນັດ ຊະນະ 6 ນັດ, ສະເຫມີ 2 ນັດ, ເສຍ 2 ນັດ ມີ 20 ຄະແນນ ໄດ້ຮັບເງິນລາງວັນຈຳນວນ 10 ລ້ານກີບ, ອັນດັບ 3 ນໍ້າທາ ລົງສະຫນາມ 10 ນັດ ຊະນະ 5 ນັດ, ສະເຫມີ 3 ນັດ, ເສຍ 3 ນັດ ມີ 18 ຄະແນນ ໄດ້ຮັບເງິນລາງວັນຈຳນວນ 5 ລ້ານກີບ, ອັນດັບ 4 ນັກຖຸລະກີດ ຫນຸ່ມລົງສະຫນາມ 10 ນັດ ຊະນະ 3 ນັດ, ສະເຫມີ 1 ນັດ ເສຍ 6 ນັດ ມີ 10 ຄະແນນຈະໄດ້ຮັບເງີນສົດ 3 ລ້ານກີບ, ອັນດັບ 5 ນໍ້າຫ້າ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 1ນັດ ເສຍ 7 ນັດ ມີ 7 ຄະແນນ ໄດ້ຮັບເງີນລາງວັນ ເງີນສົດ 2 ລ້ານກີບ, ອັນດັບ 6 ສຸລິຕາ ລົງສະຫນາມ 10 ນັດ ຊະນະ 1 ນັດສະເຫມິ 1 ນັດ ເສຍ 8 ນັດ ມີ 4 ຄະແນນ ໄດ້ຮັບເງີນສົດ 1ລ້ານກີບ.

        ສຳລັບລາງວັນປະເພດສ່ວນບຸກຄົນມີດັ່ງນີ້: ລາງວັນຄູຝຶກດີເດັ່ນ: ທ່ານ ພູມີ ຈາກ ສະໂມສອນ ປກສ ແຂວງ ໄດ້ຮັບເງິນລາງວັນ 5 ແສນກີບ, ລາງວັນນັກເຕະດີເດັ່ນ: ວິລະກອນ ອີນທອງໄຊ ຈາກ ສະໂມສອນ ປກສ ແຂວງ ໄດ້ຮັບເງິນລາງວັນ 5 ແສນກີບ, ສວ່ນລາງວັນຜູ້ຍິງປະຕູສູງສຸດເປັນຂອງ ພອນສະຫວັນ ຄໍາວົງແກ້ວ ສະໂມສອນຊ້າງເຜືອກ ແລະ ສະດຸດຕາ ລາດສະພົນ ຈາກ ສະໂມສອນ ປກສ ແຂວງ ຍິງໄດ້ຄົນລະ 9 ປະຕູ ໄດ້ຮັບເງິນລາງວັນ 5ແສນກີບ.  

      ສະໂມສອນ ປກສ ແຂວງ ໃນຖານະແຊ້ມລາວລີກ2 ແຂວງ ຫລວງນໍ້າທາ ຈະໄດ້ສິດເຂົ້າຮ່ວມ ການແຂ່ງຂັນບານເຕະຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດຸການ 2026/27.

ຂ່າວ: ສອນສີນ ຈັນທະວົງສາ

ພາບ: ສະຫະພັນບານເຕະແຂວງຫລວງນໍ້າທາ

News Cover

ສະໂມສອນເມືອງທ່າແຕງ ຄວ້າແຊ້ມບານເຕະລາວລີກ 2 ແຂວງເຊກອງ2026

07/10/2026

            ຜົນການແຂ່ງຂັນບານເຕະລາວລີກ 2ປະຈຳປີ 2026ທີ່ແຂວງເຊກອງ ລະຫວ່າງວັນທີ 20 ພຶດສະພາ 2026 ຫາວັນທີ 30 ພຶດສະພາ 2026, ໂດຍມີ 6 ສະໂມສອນ ເຂົ້າຮ່ວມການແຂ່ງຂັນຄຶ: ສະໂມສອນ ເມືອງທ່າແຕງ, ສະໂມສອນ ປກສ ແຂວງ, ສະໂມສອນ ພີເອັມ ເຊກອງ, ສະໂມສອນ ເມືອງລະມາມ, ສະໂມສອນ ໂນນຫນອງຫວ້າ ແລະ ສະໂມສອນ ປະສົມບ້ານ 

ຜ່ານການແຂ່ງຂັນຜົນປະກົດວ່າ:

- ອັນດັບ 1 ສະໂມສອນ ເມືອງທ່າແຕງສາມາດຄວ້າແຊ້ມໂດຍໄດ້ຮັບຂັນ, ຫລຽນ ແລະ ເງິນສົດຈຳນວນ 20.000.000 ກີບ.

- ອັນດັບ 2 ສະໂມສອນ ປກສ ແຂວງ ໄດ້ຮັບຫລຽນ ແລະ ເງິນສົດຈຳນວນ 10.000.000 ກີບ.

- ອັນດັບ 3 ສະໂມສອນ ພີເອັມ ເຊກອງ

- ອັນດັບ 4 ສະໂມສອນ ໂນນຫນອງຫວ້າ 

- ອັນດັບ 5 ສະໂມສອນ ເມືອງລະມາມ

- ອັນດັບ 6 ສະໂມສອນ ປະສົມບ້ານ

      ຂະນະທີ່ ລາງວັນຜູ້ຮັກສາປະຕູດີເດັ່ນເປັນຂອງ ສົມບັດ ຢ່າງມີໄຊ ແລະ ນັກກິລາດີເດັ່ນແມ່ນ ດ່ອນ ດວງມາລາ 

ໃນຖານະແຊ້ມ ລາວລີກ 2 ແຂວງເຊກອງສະໂມສອນ ເມືອງທ່າແຕງ ໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ລະດູການ 2026/27 ພ້ອມທັງໄດ້ຮັບສິດເພອັອຟ ຫລື ເລື່ອນຊັ້ນຂຶ້ນສູ່ລີກສູງສຸດ ລາວລີກ 1 ລະດູການ 2027/28 ຖ້າຫາກຜ່ານເງື່ອນໄຂ.

ຂ່າວ: ທິບພະກອນ ພະກາສີ

News Cover

ຊີພີ ສະປອດ ເມືອງເລົ່າງາມ ຄວ້າແຊ້ມ ຈຸງຢາອີຊີ ຊີມັງລາວ ສາລະວັນ ລີກ 2 ປະຈຳປີ 2026

12/09/2026

ການແຂ່ງຂັນບານເຕະ ລາວລີກ 2 ແຂວງສາລະວັນ ປະຈຳປີ 2026 ແຂ່ງລະຫວ່າງວັນທີ 30 ພຶດສະພາ ຫາວັນທີ 12 ກັນຍາ 2026, ໂດຍມີ 7 ທີມເຂົ້າຮ່ວມຄື: ປກສ ແຂວງສາລະວັນ, ທະຫານ ແຂວງສາລະວັນ, ຊີພີ ສະປອດ ເມືອງເລົ່າງາມ, ມສ ສາລະວັນ, ບັນໄດຝັນ ເມືອງ ວາປີ, ບ່າວດອຍ ເມືອງຕະໂອ້ຍ ແລະ ເມືອງຄົງເຊໂດນ.

  ຜ່ານການແຂ່ງຂັນຜົນປາກົດວ່າ:

- ອັນດັບ 1 ຊີພີ ສະປອດ ເມືອງເລົ່າງາມ ແຂ່ງ 12 ນັດ ຊະນະ 8 ສະເໝີ 3 ເສຍ 1 ມີ 27 ຄະແນນ ໄດ້ຮັບຂັນຊະນະເລີດ ພ້ອມຫລຽນຄຳ ແລະ ເງິນລາງວັນ 15,000,000 ກີບ.

- ອັນດັບ 2 ໂຮງຮຽນ ມສ ສາລະວັນ ແຂ່ງ 12 ນັດ ຊະນະ 7 ສະເໝີ 3 ເສຍ 2 ມີ 24 ຄະແນນ ໄດ້ຮັບຫລຽນເງິນ ແລະ ເງິນລາງວັນ 8,000,000 ກີບ.

- ອັນດັບ 3 ປກສ ແຂວງສາລະວັນ ແຂ່ງ 12 ນັດ ຊະນະ 6 ສະເໝີ 3 ເສຍ 3 ມີ 23 ຄະແນນ ໄດ້ຮັບຫລຽນທອງ ແລະ ເງິນລາງວັນ 5,000,000 ກີບ.

- ອັນດັບ 4 ທະຫານ ແຂວງສາລະວັນ ແຂ່ງ 12 ນັດ ຊະນະ 6 ສະເໝີ 2 ເສຍ 4 ມີ 20 ຄະແນນ.

- ອັນດັບ 5 ບ່າວດອຍ ເມືອງຕະໂອ້ຍ ແຂ່ງ 12 ນັດ ຊະນະ 2 ສະເໝີ 5 ເສຍ 5 ມີ 11 ຄະແນນ.

- ອັນດັບ 6 ເມືອງຄົງເຊໂດນ ແຂ່ງ 12 ນັດ ຊະນະ 3 ສະເໝີ 1 ເສຍ 6 ມີ 10 ຄະແນນ

- ອັນດັບ 7 ບັນໄດຝັນ ເມືອງ ວາປີ ແຂ່ງ 12 ນັດ ຊະນະ 1 ສະເໝີ 1 ເສຍ 10 ມີ 4 ຄະແນນ.

ຂະນະທີ່ ລາງວັນດາວຍິງປະຕູສູງສຸດ: ກິຫຼ້າ ກິດຕິລາດລັງສີ ຈາກ ຊີພີ ສະປອດ ເມືອງເລົ່າງາມ ຍິງ 16 ປະຕູ, ລາງວັນຜູ້ຮັກສາປະຕູດີເດັ່ນ ພອນໄຊ ເພັດພະດຸງ ຈາກ ຊີພີ ສະປອດ ເລົ່າງາມ ແລະ ລາງວັນຄູຝຶກດີເດັ່ນ ທ່ານ ສິນນະສອນ ວົງສະຫວັດ ຄູຝຶກ ຊີພີ ສະປອດ ເລົ່າງາມ.

        ໃຫ້ກຽດມອບລາງວັນມີ ທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ປະທານສະຫະພັນບານເຕະແຂວງສາລະວັນ, ທ່ານ ລີ ຈຸນຢາງ ຫົວໜ້າບໍລິຫານ ບໍລິສັດຈຸງຢາອິຊິ ຊີມັງລາວ ຈຳກັດ ພ້ອມຄະນະ.

  ຊີພີ ສະປອດ ເມືອງເລົ່າງາມ ໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ລະດູການ 2026/27 ໃນຖານະແຊ້ມ ລາວລີກ 2 ແຂວງສາລະວັນ ພ້ອມທັງໄດ້ຮັບສິດເພອັອຟ ຫລື ເລື່ອນຊັ້ນຂຶ້ນສູ່ລີກສູງສຸດ ລາວລີກ 1 ລະດູການ 2027/28 ຖ້າຫາກຜ່ານເງື່ອນໄຂ.

News Cover

🔰ສະຫລຸບ ຜົນການແຂ່ງຂັນບານເຕະ ລາວລີກຍິງ 2026

07/09/2026

🔰ສະຫລຸບ ຜົນການແຂ່ງຂັນບານເຕະ ລາວລີກຍິງ 2026 


1️⃣🏆🥇 ສະໂມສອນ ມັດສະດ້າ ຈີບີ ເອັຟຊີ ໄດ້ຮັບຂັນ, ຫລຽນລາງວັນ ແລະ ເງິນຈຳນວນ 300 ລ້ານກີບ. 

2️⃣ ສະໂມສອນ ກອງທັບ ເອັຟຊີ ໄດ້ຮັບເງິນຈຳນວນ 100 ລ້ານກີບ 

3️⃣ ສະໂມສອນ ເມດີຄໍ ເອັຟຊີ ໄດ້ຮັບເງິນຈຳນວນ 50 ລ້ານກີບ

4️⃣ ສະໂມສອນ ມາດສເຕີ້ ເອັຟຊີ 

5️⃣ ສະໂມສອນ ເອັສອີຊີ ຢູໄນເຕັດ

6️⃣ ສະໂມສອນ ບໍລິຄຳໄຊ ເອັຟຊີ 

7️⃣ ສະໂມສອນ ເຊໂນ ເອັຟຊີ 

8️⃣ ສະໂມສອນ ໄຊເສດຖາ ເອັຟຊີ 

9️⃣ ສະໂມສອນ ເຄພີເອັສ ເອັຟຊີ 


🛑ລາງປະເພດບຸກຄົນ ມີລາງວັນດັ່ງນີ້: 


🔰 ຄູຝຶກດີເດັ່ນ  

'' ຕີ່ນີ່ ບຸນມະໄລ '' ຈາກ ສະໂມສອນ ມັດສະດ້າ ຈີບີ ເອັຟຊີ 

🔰 ຜູ້ຮັກສາປະຕູດີເດັ່ນ

'' ພັດທະລາວະດີ ສໍໂພທິຣາຊ '' ຈາກ ສະໂມສອນ ມັດສະດ້າ ຈີບີ ເອັຟຊີ 

🔰 ນັກກິລາຍິງປະຕູສູງສຸດ ແລະ ນັກກິລາດີເດັ່ນ   

'' ອັນນ່າ ແກ້ວອ່ອນສີ '' ຈາກ ສະໂມສອນ ມັດສະດ້າ ຈີບີ ເອັຟຊີ ລົງສະຫນາມ 16 ນັດ ຍິງໄດ້ 53 ປະຕູ

🔰 ກຳມະການດີເດັ່ນ 

1. ທ່ານ ນາງ ແກ້ວມະນີ ເພັງເມືອງຄຸນ  

2. ທ່ານ ນາງ ພຸດສະຫວັນ ຈັນທະວົງ  

3. ທ່ານ ນາງ ໜູໜິງ ອິນທະວົງ  

4. ທ່ານ ນາງ ກອງຄຳ ໄຊສົມບູນ 


     ສະໂມສອນ ມັດສະດ້າ ຈີບີ ຈະໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງ ຊີງແຊ້ມ ອາຊີ ລະດູການ 2027/28 ໃນຖານະແຊ້ມ ການແຂ່ງຂັນບານເຕະ ລາວລີກຍິງ 2026


🌐 www.laoff.org.la

#LaoWomenLeague2026 #Daretoplay #ກ້າທີ່ຈະສູ້ #FIFAFORWARD #EVO #DONGLUCSPORT #LAOTELECOM





News Cover

11 ສະໂມສອນເຂົ້າຮ່ວມການແຂ່ງຂັນບານເຕະ ເປບຊີ ລາວລີກ1 ລະດູການ 2026/27

02/09/2026

           ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2026/27 ຈະມີ 11 ສະໂມສອນເຂົ້າຮ່ວມການແຂ່ງຂັນ ປະກອບມີ:

1. ສະໂມສອນ ເອສະຣາ EZRA FC

2. ສະໂມສອນ ມັດສະດ້າ ຈີບີ MAZDA GB FC

3. ສະໂມສອນ ຈໍາປາສັກ ຮ່ວງແອັງຢາລາຍ ອາເວເນຍ CHAMPASAK HAGL AVERNIR FC

4. ສະໂມສອນ ກອງທັບ ARMY FC

5. ສະໂມສອນ ສາລະວັນ ຢູໄນເຕັດ SALAVAN UNITED

6. ສະໂມສອນ ຫຼວງພະບາງ ຟຟລ LUANGPRABANG EDL FC

7. ສະໂມສອນ ນໍ້າທາ ຢູໄນເຕັດ NAMTHA UNITED

8. ສະໂມສອນ ບີໄອເອັສ BIS FC

9. ສະໂມສອນ ສະຫວັນນະເຂດ ເຊໂລສ SAVANNAKHET ZELOS FC

10. ສະໂມສອນ ອຸດົມໄຊ ອິນທຣີເມສ OUDOMXAT ENTREMETS FC

11. ສະໂມສອນ ຈັນທະບູລີ ປິ່ນແກ້ວ ປາກເຊ FC CHANTHABOULY PINKEO PAKSE

           ໃນການແຂ່ງຂັນລະດູການນີ້ຈະນຳໃຊ້ 8 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ), ສະຫນາມ ກິລາກອງທັບ ຫຼັກ 5, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ, ສະຫນາມກິລາແຂວງຫຼວງນ້ຳທາ, ສະຫນາມກິລາແຂວງສາລະວັນ, ສະຫນາມກິລາແຂວງສະຫວັນນະເຂດ ແລະ ສະຫນາມກິລາແຂວງອຸດົມໄຊ.

            ການແຂ່ງຂັນແມ່ນຈະເລີ່ມແຕ່ວັນທີ 10 ຕຸລາ 2026 ຫາ 21 ມີນາ 2027 , ສະໂມສອນທີ່ໄດ້ເປັນແຊ້ມຈະໄດ້ເປັນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2027/28 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.


News Cover

ທີມທະຫານແຂວງຄວ້າແຊ້ມ ລາວລີກ 2 ແຂວງສະຫວັນນະເຂດ

02/09/2026

       ການແຂ່ງຂັນບານເຕະລາວລີກ 2 ແຂວງສະຫວັນນະເຂດ ໄດ້ສຳເລັດການແຂ່ງຂັນໃນທ້າຍອາທິດທີ່ຜ່ານມາພາຍຫລັງດຳເນີນການແຂ່ງຂັນມາຕັ້ງແຕ່ວັນທີ 13 ມິຖຸນາ 2026 ຫາ ວັນທີ 28 ສິງຫາ 2026, ໂດຍມີ 6 ທີມເຂົ້າຮ່ວມປະກອບມີ: ທະຫານແຂວງ, ມະຫາວິທະຍາໄລສະຫວັນນະເຂດ, ເຊໂນ, ສຸເປີຄີມ, ສົງເປືອຍ ແລະ ສະຫວັນ ບັນຊາ.

     ສະຫລຸບຜົນການແຂ່ງຂັນ ສະໂມສອນ ທະຫານແຂວງ ຄວ້າແຊ້ມໃນລາຍການນີ້,ໂດຍລົງສະຫນາມ 10 ນັດ ຊະນະ 9 ນັດ, ສະເຫມີ 1 ນັດ ມີ 28 ຄະແນນ ໄດ້ຮັບຂັນ, ຫລຽນລາງວັນ ແລະ ເງິນຈຳນວນ 20 ລ້ານກີບ, ອັນດັບ 2 ມະຫາວິທະຍາໄລສະຫວັນນະເຂດ ລົງສະຫນາມ 10 ນັດ ຊະນະ 7 ນັດ, ສະເຫມີ 1 ນັດ, ເສຍ 2 ນັດ ມີ 22 ຄະແນນ ໄດ້ຮັບເງິນລາງວັນຈຳນວນ 12 ລ້ານກີບ, ອັນດັບ 3 ເຊໂນ ລົງສະຫນາມ 10 ນັດ ຊະນະ 6 ນັດ, ສະະເຫມີ 2 ນັດ, ເສຍ 2 ນັດ ມີ 20 ຄະແນນ ໄດ້ຮັບເງິນລາງວັນຈຳນວນ 12 ລ້ານກີບ, ອັນດັບ 4 ສຸເປີຄີມ ລົງສະຫນາມ 10 ນັດ ຊະນະ 4 ນັດ, ເສຍ 6 ນັດ ມີ 12 ຄະແນນ, ອັນດັບ 5 ສົງເປືອຍ ລົງສະຫນາມ 10 ນັດ ຊະນະ 2 ນັດ ເສຍ 8 ນັດ ມີ 6 ຄະແນນ, ອັນດັບ 7 ສະຫວັນ ບັນຊາ ລົງສະຫນາມ 10 ນັດ ເສຍ 10 ນັດ ມີ 0 ຄະແນນ.

 ສຳລັບລາງວັນປະເພດສ່ວນບຸກຄົນມີດັ່ງນີ້: ລາງວັນຄູຝຶກດີເດັ່ນ: ທ່ານ ສຸກນະຄອນ ສີພັນດອນ ຈາກ ສະໂມສອນ ທະຫານແຂວງ ໄດ້ຮັບເງິນລາງວັນ 1 ລ້ານກີບ, ລາງວັນນັກເຕະດີເດັ່ນ: ຕົ້ນຕາວັນ ບຸນຮັກສາ ຈາກ ສະໂມສອນ ທະຫານແຂວງ ໄດ້ຮັບເງິນລາງວັນ 1 ລ້ານກີບ, ລາງວັນຮັບນັກຮັບດີເດັ່ນ: ຫັດສະດີ ຈັນທະລັງສີ ຈາກ ສະໂມສອນ ທະຫານແຂວງ ໄດ້ຮັບເງິນລາງວັນ 1 ລ້ານກີບ.

 ສວ່ນລາງວັນຜູ້ຍິງປະຕູສູງສຸດເປັນຂອງຈິດຕະກອນ ວໍລະເດດ ຈາກ ສະໂມສອນ ມະຫາ ວິທະຍາໄລ ສະຫວັນນະເຂ ຍິງໄດ້ 26 ປະຕູ ໄດ້ຮັບເງິນລາງວັນ 1 ລ້ານກີບ.

 ສະໂມສອນ ທະຫານແຂວງໃນຖານະແຊ້ມລາວລີກ2ແຂວງສະຫວັນນະເຂດຈະໄດ້ສິດເຂົ້າຮ່ວມ ການແຂ່ງຂັນບານເຕະຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດຸການ 2026/27.

ຂ່າວ:ທິບພະກອນພະກາສີ

ພາບ: ສະຫະພັນບານເຕະແຂວງສະຫວັນນະເຂດ 

News Cover

ປິ່ນແກ້ວ 2010 ຄວ້າແຊ້ມລາວໂຕໂຢຕ້າ ພາກໃຕ້ ຈໍາປາສັກ ລາວລີກ 2 ປະຈໍາປີ 2026

18/08/2026

          ຜົນການແຂ່ງຂັນບານເຕະລາວໂຕໂຢຕ້າ ພາກໃຕ້ ຈໍາປາສັກ ລາວລີກ 2 ປະຈໍາປີ 2026  ໄດ້ສຳເລັດການແຂ່ງຂັນໃນອາທິດທີ່ຜ່ານມາ ໂດຍມີການແຂ່ງຂັນທັງໝົດທັງ 14 ນັດ ຜົນປະກົດວ່າ: 

ອັນດັບ 1  ປິ່ນແກ້ວ 2010 ຊະນະ 13 ເສຍ 1 ມີ 39 ຄະແນນ ຄວ້າແຊ້ມໄປຄອງ ໄດ້ຮັບຂັນຊະນະເລີດ ພ້ອມຫຼຽນ ແລະ ເງິນລາງວັນ 25.000.000 ກີບ

ອັນດັບ 2 ໂຮງຮຽນຊ້າງເຜືອກ ຊະນະ 12 ເສຍ 2 ມີ 36 ຄະແນນ ໄດ້ຮັບຫຼຽນ ແລະ ເງິນລາງວັນ 12.000.000 ກີບ

ອັນດັບ 3 ສຸລິຍະວົງ ຊະນະ 9 ສະເໝີ 2 ເສຍ 3 ມີ 29 ຄະແນນ ໄດ້ຮັບຫຼຽນ ແລະ ເງິນລາງວັນ 8.000.000 ກີບ

ອັນດັບ 4 ບາຈຽງ ຊະນະ 7 ສະເໝີ 2 ເສຍ 5 ມີ 23 ຄະແນນ

ອັນດັບ 5 ໂຮງຫຼໍ່ ການໄຊ ຊະນະ 5 ສະເໝີ 3 ເສຍ 6 ມີ 18 ຄະແນນ

ອັນດັບ 6 ພົມປັນຍາ ຟຣາມ ຊະນະ 3 ເສຍ 11 ມີ 9 ຄະແນນ

ອັນດັບ 7 ປາຕິຫານ ຊະນະ2 ເສຍ 12 ມີ 6 ຄະແນນ

ອັນດັບ 8 SP Sign & Led ຊະນະ 1 ສະເໝີ 1 ເສຍ 12 ມີ 4 ຄະແນນ.

ຂະນະທີ່ ລາງວັນຜູ້ຮັກສາປະຕູດີເດັ່ນແມ່ນສົມຊາຍ ອຸ່ນນາໄລ ຈາກ ປິ່ນແກ້ວ 2010

ລາງວັນຄູຝຶກດີເດັ່ນແມ່ນ ທ່ານ ວິລະສິດ ສຸນາແກ້ວວົງສາ ຈາກ ປິ່ນແກ້ວ 2010

ລາງວັນດາວຍິງສູງສຸດແມ່ນສີກັນດາ ໄຊສົງຄາມ ຈາກ ສຸລິຍະວົງ ຍິງ 22 ປະຕູ ຈາກ 14 ນັດ.

ການແຂ່ງຂັນລາຍການນີ້ແມ່ນໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8 ພຶດສະພາ ຫາວັນທີ 16 ສິງຫາ 2026, ໂດຍມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ: ສຸລິຍະວົງ ແຊ້ມເກົ່າ, ໂຮງຫຼໍ່ ການໄຊ, ບາຈຽງ, ປິ່ນແກ້ວ 2010, ພົມປັນຍາ ຟຣາມ, ໂຮງຮຽນຊ້າງເຜືອກ, SP Sign & Led ແລະ ປາຕິຫານ.


ຂ່າວ: ທິບພະກອນ ພະກາສີ , ພາບ: ສົມໃຈ ສະຫະພັນບານເຕະແຂວງຈຳປາສັກ