ເປີດຊຸດຝຶກອົບຮົມຄູຝຶກບານເຕະຟຸດຊໍລະດັບ1ປະຈໍາປີ 2023 (LFF/AFC FUSAL LEVEL 1 COACHING COURSE 2023)

18/07/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ຮ່ວມກັບສະຫະພັນບານເຕະອາຊີ( AFC ) ໄດ້ຈັດພິທີເປີດຊຸດຝຶກອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023 ( LFF/AFC FUSAL LEVEL 1 COACHING COURSE 2023) ຂື້ນໃນຕອນເຊົ້າວັນທີ 18 ກໍລະກົດ 2023 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວເປີດພິທີຂອງທ່ານ ດຣ ໄຊຊະນະ ທອງຄຳຈັນ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ,ເຊິ່ງໃນນັ້ນທ່ານໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນໃນການຈັດຝຶກອົບຮົມໃນຄັ້ງນີ້ເພື່ອຈຸດປະສົງຍົກລະດັບກິລາບານເຕະຟຸດຊໍຂອງສປປລາວກ້າວສູ່ຄຸນນະພາບສູງຂື້ນເລື້ອຍໆ.ພ້ອມນັ້ນທ່ານດຣ ໄຊຊະນະ ທອງຄຳຈັນຍັງໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມຈົ່ງຕັ້ງໃຈຮັບເອົາບົດຮຽນທີ່ຄູຝຶກສິດສອນໃຫ້ໄດ້ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດປະກອບສວ່ນຊວ່ຍພັດທະນາສະໂມສອນບານເຕະຟຸດຊໍທີ່ຕົນສັງກັດຢູ່ໃຫ້ມີຜົນງານດີເດ່ນຂື້ນ.

ເຂົ້າຮວ່ມໃນກອງປະຊຸມຍັງມີທ່ານ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ ທັງເປັນຫົວໜ້າອະນຸກຳມະການຟຸດຊໍ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ -ວິທະຍາ ສຕລ, ທ່ານ Chiew Chun Yong ຄູຝຶກຟຸດຊໍຈາກ AFC , ພ້ອມດ້ວຍຜູ້ຊ່ວຍຝຶກສອນຈາກ ສຕລ ແລະ ນັກສຳມະກອນຈໍານວນ 19 ທ່ານ ໃນນີ້ເປັນຍິງ 2 ທ່ານ, 7 ທ່ານ ມາຈາກປະເທດໄທ ແລະບັນດາສະໂມສອນບານເຕະຟຸດຊໍທີ່ເຂົ້າຮ່ວມຊິງຂັນປະທານ ສຕລ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 6ວັນ ແຕ່ວັນທີ 18-23 ກໍລະກົດ 2023. ການຝຶກອົບຮົມແມ່ນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ຝຶກແອບຕົວຈິງ ຊຶ່ງຈະມີການສອບເສງພາກທິດສະດີ 2 ຄັ້ງ, ພາກປະຕິບັດຕົວຈິງ 2ຄັ້ງ.