ເປີດຮັບສະໝັກຜູ້ເຂົ້າຮ່ວມຝຶກອົບຮົມຄູຝຶກຜູ້ຮັກສາປະຕູບານເຕະ ລະດັບ1 AFC / LFF Goalkeeping Coaching Certificate Course - Level 1

15/08/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຂໍຖືເປັນກຽດແຈ້ງມາຍັງບັນດາສະຫະພັນບານເຕະແຂວງ, ສະໂມສອນກິລາບານເຕະ ທີ່ເປັນສະມາຊິກຂອງ ສຕລ ຊາບວ່າ: ສຕລຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກຜູ້ຮັກສາປະຕູບານເຕະ ລະດັບ 1. ຝຶກສອນໂດຍວິທະຍາກອນທິ່ໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC).

ຜູ້ເຂົ້າຮ່ວມຕ້ອງມີເງື່ອນໄຂດັ່ງລຸ່ມນີ້:

#ກຳນົດການ

- ວັນເວລາການຝຶກອົບຮົມ: ລະຫວ່າງວັນທີ 20-27 ກັນຍາ 2023

- ປິດຮັບສະໝັກ ວັນທີ 19 ສິງຫາ 2023, ເພື່ອໃຫ້ ສຕລ ລົງທະບຽນຜ່ານລະບົບຂອງສະຫະພັນບານເຕະອາຊີ (AFC)

#ສະຖານທີ່

- ສຳນັກງານໃຫຍ່ ສຕລ (ບ້ານຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປ ລາວ

#ເງື່ອນໄຂ:

- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ພະແນກເຕັກນິກວິທະຍາ ສຕລ.

- ການຢື່ນສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມໜັງສືຜ່ານແດນ(ປາສະປໍ) ແລະ ຮູບສີ 1ໃບ.

- ຜູ້ເຂົ້າຮ່ວມຕ້ອງມີໃບປະກາດຄູຝຶກບານເຕະລະດັບ ຊີ(C) ຂື້ນໄປຈື່ງສາມາດເຂົ້າຮ່ວມການຝຶກອົບຮົມໄດ້.

- ໃນເວລາມາຍື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າລົງທະບຽນພ້ອມ

• ຄົນລາວ 500,000 ກີບ / ທ່ານ

• ຄົນຕ່າງປະເທດ 500 ໂດລາ(USD) / ທ່ານ

- ຜູ້ສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງມີອາຍຸ 18ປີຂື້ນໄປ.

- ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດໄລຍະການຝຶກອົບຮົມ.

- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງAFCວາງອອກຢ່າງເຂັ້ມງວດ.

#ຄວາມຮັບຜິດຊອບຂອງ ສຕລ:

- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກອົບຮົມ

- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.

- ອາຫານທ່ຽງ ສຳລັບຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.

# ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:

- ການເດີນທາງໄປ-ກັບ.

- ບ່ອນພັກເຊົາຕະຫຼອດໄລຍະການຝຶກອົບຮົມ.

- ເກີບສຳລັບເຕະບານ ແລະ ອຸປະກອນຮັບໃຊ້ສ່ວນຕົວ.

- ຖ້າຜູ້ເຂົ້າຮ່ວມນຳເອົາຄອມພິວເຕີໂນ໋ດບຸກ, USB ມາດ້ວຍຍິ່ງຈະເປັນການດີເພື່ອນໍາໃຊ້ເຂົ້າໃນການຝຶກອົບຮົມ.

ໝາຍເຫດ:

#ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສຕລ ກ່ອນວັນປິດ

ຮັບສະໝັກ 20 ສິງຫາ 2023, ເພື່ອລົງທະບຽນ ກັບ AFC.

- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນຈິ່ງຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນສົມບັດຂອງຜູ້ສະໝັກ. (ສຕລ ຈະແຈ້ງໃຫ້ຮັບຊາບຜູ້ທີ່ຜ່ານການຄັດເລືອກ)

- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.

ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ:

020 52213030 ທ່ານ ສົມໃຈ ແສນພິມມະຈັກ (ຜູ້ປະສານງານ)

E mail: [email protected]

ລິ້ງດາວໂຫລດແບບຟອມ: https://drive.google.com/drive/folders/145te8OJNenDw16T9ukbdp3jN25f1be-G?usp=sharing