ສຳເລັດການຝືກອົບຮົມຄູຝືກກິລາບານເຕະລະດັບ “ຊີ” (LFF/AFC ”C” Diploma Coaching Course) 2023

25/08/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີປີດຊຸດຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ ”C”(LFF/AFC ”C” Diploma Coaching Course) 2023 ຂື້ນໃນຕອນແລງ ວັນທີ 25 ສິງຫາ 2023 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມສຕລ,ໂດຍໃຫ້ກຽດເປັນປະທານກ່າວປີດຂອງທ່ານ ນາງກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ.

ຕະຫລອດໄລຍະການຝຶກອົບຮົມຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.

ການຝຶກອົບຮົມຄັ້ງນີ້ແມ່ນແບ່ງອອກເປັນ 2 ພາກປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງໃນພາກສະໜາມແລະໄດ້ດຳເນີນການຝຶກ 2 ໄລຍະ ນັບຕັ້ງແຕ່ວັນທີ 06-10 ກໍລະກົດ 2023 ແລະ ໄລຍະທີ 2 ວັນທີ 21-25 ສິງຫາ 2023,ໂດຍໄດ້ມີການສອບເສັງ 6 ຄັ້ງ (ຕົວຈິງ 3 ຄັ້ງ ,ທິດສະດີ 2 ຄັ້ງ ແລະສອບເສັງ1ຄັ້ງ),

  ໃນຕອນທ້າຍພິທີຍັງມີການມອບໃບຢັ້ງຢືນໃຫ້ກັບຜູ້ເຂົ້າຮ່ວມເພື່ອຢັ້ງຢືນໃນການຝຶກອົບຮົມ, ສ່ວນຜົນການສອບເສັງນັ້ນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

ເຂົ້າຮວ່ມໃນກອງປະຊຸມນີ້ຍັງມີທ່ານ SUNDRAM MOORTHY ຫົວຫນ້າພະແນກເຕັກນິກ- ວິທະຍາ ສຕລ, ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ທີ່ມາຈາກ ສະໂມສອນ ພາຍໃນປະເທດ,ຕ່າງປະເທດ ແລະ ນັກກິລາທີມຊາດລາວ.