ສຕລຈັດຝຶກອົບຮົມຄູຝຶກພາລະກໍາລັງລະດັບ 1A ປະຈໍາປີ 2023

07/09/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກພາລະກໍາລັງ ລະດັບ 1A ປະຈໍາປີ 2023 ( LFF/AFC FITNESS LEVEL 1A COACHING COURSE 2023 ) ຄັ້ງທໍາອິດຂື້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 7 ກັນຍາ 2023 ທີ່ຫ້ອງປະຊຸມ ສຕລ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທີການສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຊູນດຣໍາ ມູຣຕີ ( Sundram Moorthy ) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ມາກ ຈອນ( Mark Jones ) ສັນຊາດອົສຕຣາລີ ຄູຝຶກສອນຈາກສະຫະພັນບານເຕະອາຊີ(AFC) ເປັນວິທະຍາກອນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ບັນດາສໍາມະນາກອນຝຶກອົບຮົມເຂົ້າຮ່ວມ.

ການຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກAFC ຮ່ວມກັບ ສຕລ ຮັບຮອງ ແລະ ຕົກລົງຈັດຝຶກອົບຮົມຢ່າງເປັນທາງການ ຊຶ່ງເປັນຄັ້ງທໍາອິດທີ່ ສຕລ ໄດ້ຮັບກຽດໃນການຈັດຝຶກອົບຮົມໃນຄັ້ງນີ້ ໂດຍມີບັນດາສໍາມະນາກອນຝຶກອົບຮົມຈໍານວນທັງໝົດ 21ທ່ານ,ໃນນັ້ນມາຈາກປະເທດໄທ 5 ທ່ານ.

ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ຄູຝຶກທີ່ເຂົ້າຮ່ວມຝຶກອົບຮົມໄດ້ມີຄວາມຮູ້ກ່ຽວກັບວິທະຍາສາດການກິລາ,ມີການສຶກສາເຖິງຄວາມສໍາຄັນ ແລະ ຈຳເປັນດ້ານພາລະກໍາລັງສອດຄ່ອງກັບສະພາບຕົວຈິງ ເພື່ອນໍາຄວາມຮູ້, ປະສົບການໄປປັບປຸງພັດທະນານັກກິລາໃຫ້ມີຄວາມພ້ອມກັບການແຂ່ງຂັນກິລາບານເຕະທີ່ມີຄວາມເຂັ້ມຂຸ້ນແລະທັນສະໄໝຫຼາຍຂື້ນໃນປັດຈຸບັນ.

ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ໄດ້ກ່າວເປີດແລະໃຫ້ຄວາມເຫັນວ່າ: ເປັນໂອກາດດີທີ່ພວກເຮົາໄດ້ຮັບການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອສົ່ງຄວາມຮູ້ໃຫ້ບັນດາຄູຝຶກໃນລາວ ຊຶ່ງວຽກງານດັ່ງກ່າວ ເປັນທິດທາງແລະເປົ້າໝາຍທີ່ຕ້ອງການຍົກລະດັບຫຼາຍທີ່ສຸດ ແລະ ຢາກຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຕັ້ງໃຈຮຽນຮູ້ໃຫ້ໄດ້ຫຼາຍທີ່ສຸດ ເພື່ອນໍາໄປໃຊ້ໃຫ້ເກີດປະໂຫຍດສູງສຸດໃນການພັດທະນາວົງການບານເຕະລາວ.

ການຝຶກອົບຮົມແມ່ນໃຊ້ເວລາ 5 ວັນ ແຕ່ວັນທີ 7-11 ກັນຍາ 2023 ຊື່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບວິທະຍາດສາດການກິລາ, ຄວາມຮູ້ພື້ນຖານຂອງການອອກກໍາລັງກາຍ, ຄວາມສໍາຄັນດ້ານພາລະກໍາລັງ, ໂພສະນາການຕ່າງໆ ແລະ ສາມາດວາງແຜນລະອຽດກ່ຽວກັບການອອກກໍາລັງກາຍ.