ສໍາເລັດການຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະລະດັບ ຊີ (c)

28/09/2023
ສະຫະພັນບານເຕະແຫ່ງຊາດລາວ( ສຕລ)ໄດ້ສໍາເລັດການຝຶກອົບຮົມຄູຝຶກຜູ້ຮັກສາປະຕູລະດັບຊີ(c)ໃນຕອນບ່າຍວັນທີ 28 ກັນຍາ 2023 ທີ່ ຫ້ອງປະຊຸມ ສຕລ, ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ຄຣີສ ຢອງ ( Cris Yong) ຜູ້ຝຶກສອນຫຼັກຈາກປະເທດມາເລເຊຍ ພ້ອມດ້ວຍວິຊາການ ສຕລ.
ໃນໂອກາດກ່າວປິດພິທີ ທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້,ເຖິງວ່າຈະເປັນໄລຍະເວລາສັ້ນ,ແຕ່ດວ້ຍຄວາມເອົາໃຈໃສ່ຂອງຄູຝຶກສອນແລະການຕັ້ງໃຈຮັບເອົາບົດຮຽນຂອງນັກຝຶກອົບຮົມຈິ່ງເຮັດໃຫ້ການຝຶກອົບຮົມຄັ້ງນີ້ສຳເລັດຕາມຈຸດປະສົງທີ່ໄດ້ກຳນົດໄວ້.ຢ່າງໃດກໍຕາມທ່ານ ດຣ ໄຊຊະນະ ທອງຄຳຈັນກໍຍັງໄດ້ຮຽກຮ້ອງໃຫ້ສໍາມະນາກອນທຸກທ່ານ ຈົ່ງນໍາເອົາຄວາມຮູ້, ວິໄສທັດ,ໃນການຝຶກອົບຮົມຄັ້ງນີ້ໄປພັດທະນາໃຫ້ມີບົດບາດໃໝ່ໃນການເປັນຜູ້ຮັກສາປະຕູ ຊຶ່ງນີ້ເປັນສິ່ງທ້າທາຍໃນການພັດທະນາຜູ້ຮັກສາປະຕູໃໝ່ໃນອະນາຄົດຂອງປະເທດເຮົາ.
ການຝຶກອົບຮົມຄັ້ງນີ້ແມ່ນດໍາເນິນມາແຕ່ວັນທີ 20 ກັນຍາ 2023, ຊຶ່ງມີສໍາມະນາກອນເຂົ້າຮ່ວມ 11 ທ່ານ ໃນໄລຍະການຝຶກອົບຮົມສໍາມະນາກອນໄດ້ຮຽນທັງພາກທິດສະດີ ແລະພາກປະຕິບັດຕົວຈິງໃນພາກສະໜາມ.