ສຕລ ຝຶກອົບຮົມຄູຝຶກກິລາບານເຕະລະດັບ C ຢູ່ ແຂວງສາລະວັນ
ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C)ໃຫ້ແກ່ນັກສຳມະກອນຈໍານວນ 24 ທ່ານ ທີ່ມາຈາກແຂວງສາລະວັນ 14 ທ່ານ, ນະຄອນຫຼວງ 4 ທ່ານ ແລະ ປະເທດໄທ 6 ທ່ານຂື້ນໃນຕອນເຊົ້າວັນທີ 10 ມີນາ 2025 ທີ່ທີ່ຫ້ອງປະຊຸມພະແນກສຶກສາທິການແລະ ກິລາແຂວງສາລະວັນ, ໃຫ້ກຽດເຂົ້າຮວ່ມມີ ທ່ານ ທ່ານ ແອປີຊານ ລ້ານນາຂວາງ ຮອງພະແນກສຶກສາທິການແລະ ກິລາແຂວງ ປະທານສະຫະພັນບານເຕະແຂວງສາລະວັນ.
ໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ),ໃນນັ້ນ,ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.
ສຳລັບການຝຶກອົບຮົມແມ່ນຈະດຳເນີນໄປແຕ່ວັນທີ 10 ມີນາ ຈົນຮອດ ວັນທີ 21 ມີນາ 2025.ເຂົ້າຮວ່ມພິທີຍັງມີທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ໂມຮໍາມັດ ເຮີມັນ ( Mohammad Herman B Zailani ) ຫົວໜ້າວຽກງານພັດທະນາຄູຝຶກ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ ພ້ອມດ້ວຍຄະນະ.