ສະຫະພັນບານເຕະແຫ່ງຊາດລາວ ໄດ້ຮັບການເລື່ອນລຳດັບ AFC Grassroots Charter ຈາກປະເພດ ຫຼຽນທອງ Bronze Level Membership ເປັນປະເພດ ຫຼຽນເງິນ Silver Level Membership

31/03/2025

AFC Grassroots Charter ເປັນໂຄງການຂອງ ສະຫະພັນບານເຕະເອຊີ (AFC) ທີ່ສ້າງຂຶ້ນເພື່ອສົ່ງເສີມ ແລະ ຍົກລະດັບການພັດທະນາບານເຕະໃນທຸກລະດັບ, ໂດຍເນັ້ນໃຫ້ຄວາມສຳຄັນກັບການພັດທະນາບານເຕະຂັ້ນພື້ນຖານ ສຳລັບບັນດາປະເທດສະມາຊິກຂອງ ສະຫະພັນບານເຕະອາຊີ (AFC), ໂດຍທາງ ສະຫະພັນບານເຕະອາຊີ (AFC) ໄດ້ແບ່ງອອກເປັນ 3 ປະເພດ ຄື:

1. ປະເພດຫລຽນຄຳ (Gold Level Membership)

2. ປະເພດຫຼຽນເງິນ (Silver Level Membership)

3. ປະເພດຫຼຽນທອງ (Bronze Level Membership)

ສະຫະພັນບານເຕະແຫ່ງຊາດລາວ ແມ່ນໄດ້ຮັບລາງວັນດັ່ງກ່າວປະເພດຫລຽນທອງ (Bronze Level Members) ແຕ່ ໃນປີ 2019 ແລະ ໄດ້ຮັບການເລື່ອນເປັນປະເພດຫຼຽນເງິນ (Silver Level Membership) ໃນ ປີ 2025. ເຊິ່ງໃນປັດຈຸບັນມີປະເທດສະມາຊິກຂອງ ສະຫະພັນບານເຕະອາຊີ AFC 10 ກວ່າປະເທດ ທີ່ໄດ້ຮັບການຈັດຢູ່ປະເພດຫຼຽນເງິນ ເຊິ່ງໃນນັ້ນລວມມີ ສ ປ ປ ລາວ ທີ່ໄດ້ຮັບໃນ ປີ 2025 ນີ້.

ໃນລະຫວ່າງ ວັນທີ 14 – 16 ມີນາ 2025, ກ່ອນທີ່ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຮັບ ການເລື່ອນລຳດັບຈາກປະເພດ ຫຼຽນທອງ (Bronze Level Membership) ເປັນປະເພດຫຼຽນເງິນ (Silver Level Membership) ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີໂອກາດຕ້ອນຮັບ ຄະນະກຳມະການຈາກ ສະຫະພັນບານເຕະອາຊີ (AFC Grassroots Panel) ທີ່ເດີນທາງມາເພື່ອປະເມີນ ແລະ ຕີລາຄາ ແນວທາງການພັດທະນາບານເຕະຂັ້້ນພື້ນຖານຂອງສະຫະພັນບານເຕະແຫ່ງຊາດລາວ ແລະ ລວມໄປເຖິງການເຄື່ອນໄຫວກິລາບານເຕະຂັ້້ນພື້ນຖານຢູ່ ສ ປ ປ ລາວ.

ການທີ່ ສ ປ ປ ລາວ ກໍຄື ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຮັບລາງວັນປະເພດຫຼຽນເງິນໃນຄັ້ງນີ້ແມ່ນສະຫະພັນບານເຕະອາຊີ AFC ເຫັນໄດ້ເຖິງຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງ ສຕລ ແລະ ທົ່ວສັງຄົມລາວທີ່ມີການພັດທະນາກິລາບານເຕະຂັ້ນພຶ້ນຖານຢ່າງຕໍ່ເນື່ອງ ແລະ ເປັນໂຄງສ້າງ. ຕະຫຼອດໄລຍະທີ່ຜ່ານມາແມ່ນມີຜົນງານຢ່າງພົ້ນເດັ່ນ,ໂດຍສະເພາະແມ່ນໄດ້ເອົາໃຈໃສ່ໃນການພັດທະນາກິລາບານເຕະຂັ້ນພຶ້ນຖານໂດຍຜ່ານກິດຈະກຳ ແລະ ບັນດາໂຄງການຕ່າງໆເຊັ່ນ:ການສ້າງ ສູນພັດທະນາກິລາບານເຕະ ຈຳປີ - ຈຳປາ , ການຈັດການແຂ່ງຂັນບານເຕະໃນຮຸ່ນເຍົາວະຊົນ ຍິງ-ຊາຍ, ການໄປຝຶກສອນກິລາບານເຕະ ແລະ ເຮັດກິດຈະກຳໃຫ້ກັບເດັກນ້ອຍຢູ່ທ້ອງຖິ່ນ ແລະ ໂຮງຮຽນທີ່ຫຼາຍຂຶ້ນ,ໂດຍນໍາໃຊ້ ຫຼັກການສິດສອນຂອງ ສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກການນໍາຊ່ຽວຊານ ແລະ ຜູ້ຝຶກສອນທີ່ໄດ້ຮັບການຝຶກອົບຮົມເປັນຢ່າງດີ, ເຊິ່ງໂຄງການທັງໝົດແມ່ນໄດ້ປະຕິບັດຮ່ວມກັບກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ-ກິລາແຂວງ ແລະ ສະຫະພັນບານເຕະແຂວງ ເຊິ່ງເປັນຄູ່ຮ່ວມງານຂອງສະຫະພັນບານເຕະແຫ່ງຊາດລາວດວ້ຍຜົນສຳເລັດ.

ສຳລັບໂຄງການບານເຕະຍິງກໍໄດ້ຮັບການເອົາໃຈໃສ່ຄຽງຄູ່ກັນ,ເຊິ່ງໄດ້ມີການຈັດການແຂ່ງຂັນ ແລະ ກິດຈະກຳບານເຕະ ເພື່ອສະຫຼອງວັນແມ່ຍິງສາກົນ ຮ່ວມກັບ ສະຫະພັນບານເຕະອາຊີ (AFC) ພາຍໃຕ້ໂຄງການ AFC Women’s Football Day, ກິດຈະກຳບານເຕະຍິງຮ່ວມກັບ ສະຫະພັນບານເຕະນານາຊາດ (FIFA) ພາຍໃຕ້ໂຄງການ FIFA Women’s Football Campaign, ແລະ ກິດຈະກໍາ ສະເຫຼີມສະຫຼອງວັນບານເຕະສໍາລັບລຸ້ນເຍົາວະຊົນ ພາຍໃຕ້ໂຄງການ AFC Grassroots Football Day. ບັນດາກິດຈະກໍາເຫຼົ່ານີ້ໄດ້ຊ່ວຍຊຸກຍູ້ໃຫ້ເຍົາວະຊົນລາວໄດ້ມີສ່ວນຮ່ວມ ແລະ ເຂົ້າຮ່ວມໃນກິລາບານເຕະເປັນຈໍານວນຫຼາຍຂຶ້ນ.

ພ້ອມດຽວກັນນີ້ ທ່ານ ວີເພັດ ສີຫາຈັກ, ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເຖິງການໄດ້ຮັບການເລື່ອນເປັນປະເພດ ຫຼຽນເງິນ ວ່າ “ໃນນາມຂອງສະຫະພັນບານເຕະແຫ່ງຊາດລາວ, ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ ສຕລ ໄດ້ຮັບການເລື່ອນລຳດັບຈາກ ປະເພດ ຫຼຽນທອງ ເປັນ ປະເພດ ຫຼຽນເງິນ ໃນຄັ້້ງນີ້, ເຊິ່ງມັນບໍ່ພຽງແຕ່ເປັນບາດກ້າວສຳຄັນຂອງສະຫະພັນບານເຕະຂອງພວກເຮົາ,ແຕ່ມັນສະແດງເຖິງຄວາມມຸ່ງໝັ້ນຂອງພວກເຮົາທີ່ມີພັດທະນາກິລາບານເຕະຂັ້ນພື້ນຖານຢູ່ໃນລາວຢ່າງຕໍ່ເນື່ອງ. ວຽກງານການພັດທະນາບານເຕະຂັ້້ນພື້ນຖານເປັນໜຶ່ງໃນວິໄສທັດຂອງພວກເຮົາ ທີ່ຢາກສ້າງແຮງບັນດານໃຈ ແລະ ປູກຝັງໃຫ້ກັບນັກກິລາຜູ້ທີ່ມີພອນສະຫວັນ, ປູກຝັງຄວາມຮັກມັກຕໍ່ກິລາລານເຕະ ເຊິ່ງຈະນຳໄປສູ່ການເປັນນັກກິລາບານເຕະຮຸ້ນສືບທອດໃນອານະຄົດ. ພວກເຮົາ ຂໍສະແດງຄວາມຂອບໃຈ ມາຍັງສະຫະພັນບານເຕະອາຊີ AFC ສໍາລັບການສະຫນັບສະຫນູນ ແລະ ທິດຊີ້ນໍາ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມກັນສືບຕໍ່ພັດທະນາກິລາບານເຕະໃນລາວຮ່ວມກັບສະຫະພັນບານເຕະອາຊີຕື່ມອີກ"