ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ສູ່ ການເປັນຄະນະບໍລິຫານງານ ອົງກອນກິລາລະດັບໂລກ FIFA

02/02/2023

ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ສູ່ ການເປັນຄະນະບໍລິຫານງານ ອົງກອນກິລາລະດັບໂລກ FIFA.


ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະ ແຫ່ງຊາດລາວ ໄດ້ຮັບການເລືອກຕັ້ງ ເປັນຄະນະບໍລິຫານງານ ສະຫະພັນບານເຕະນາໆຊາດ ຫລື FIFA ສົກປີ 2023-2027 ທີ່ ກອງປະຊຸມໃຫຍ່ ສະຫະພັນບານເຕະອາຊີ ຄັ້ງທີ 33 ທີ່ປະເທດບາເຣນ.  ທ່ານ  ນາງ ກັນຍາ ແກ້ວມະນີ ໄດ້ຖືກສະເໜີ ຊື່ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າເລືອກຕັ້ງ ໃນຕຳແໜ່ງຄະນະບໍລິຫານງານ FIFA ຫລື FIFA Council Member ໂດຍຕຳແໜ່ງດັ່ງກ່າວແມ່ນຈະເປັນຕົວແທນຈາກທະວີບອາຊີ ໃນເວທີບໍລິຫານກິລາບານເຕະລະດັບໂລກ ເຊິ່ງຕົວແທນ ຈາກທະວີບອາຊີ ຈະມີ 6 ທ່ານ ທີ່ຕ້ອງຜ່ານການເລືອກຕັ້ງຈາກຊາດສະມາຊິກຂອງ ສະຫະພັນບານເຕະອາຊີ ໂດຍບັນດາທ່ານ ທີ່ຖືກເລືອກຕັ້ງໃນຄັ້ງນີ້ໄດ້ແກ່:


1. ທ່ານ ນາງກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ

2. ທ່ານ Hamad bin Khalifa bin Ahmed al-Thani ປະທານ ສະຫະພັນບານເຕະກາຕ້າ

3. ທ່ານ Yasser Al-Misehal  ປະທານ ສະຫະພັນບານເຕະຊາອຸດິອາເຣເບຍ

4. ທ່ານ Kozo Tashima  ປະທານ ສະພັນບານເຕະຢີ່ປຸ່ນ 

5. ທ່ານ Mariano V. Araneta ປະທານ ສະຫະພັນບານເຕະຟິລິບປິນ

6. ທ່ານ Datuk Hamidin Mohd Amin ປະທານສະຫະພັນບານເຕະມາເລເຊຍ


ທັ້ງນີ້ ທ່ານ ນາງ ກັນຍາ ແກ້ວມະນີ້ ແມ່ນສະມາຊິກຈາກປະເທດລາວຄົນທຳອິດທີ່ ໄດ້ຮັບຕຳແໜ່ງໃນການເປັນຄະນະບໍລິຫານງານ FIFA ເຊິ່ງປັດຈຸບັນຖືວ່າເປັນ ອົງກອນກິລາທີ່ໃຫຍ່ທີ່ສຸດໃນໂລກ ຮັບຜິດຊອບການພັດທະນາກິລາບານເຕະ ແລະ ຈັດການແຂ່ງຂັນກິລາຍອດນິຍົມສູງສຸດໃນໂລກ ກໍຄື ການແຂ່ງຂັນບານໂລກ ຫລື FIFA World Cup.