AFC Women’s Football Committeeຈັດກອງປະຊຸມຄັ້ງປະຖົມມະເລີກສົກປີ2023-2027 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ກັນຍາ ແກ້ວມະນີ

23/08/2023

ວັນທີ 20 ສິງຫາ 2023, ອະນຸກໍາມະການບານເຕະຍິງຂອງສະຫະພັນບານເຕະອາຊີ (AFC Women’s Football Committee) ໄດ້ຈັດກອງປະຊຸມຄັ້ງປະຖົມມະເລີກຂອງສົກປີ 2023-2027 ຂື້ນ ທີ່ນະຄອນຊິດນີ ປະເທດ

ອົສະຕຣາລີ ໂດຍການເປັນປະທານຂອງ ທ່ານ ນາງ ກັນຍາ ແກ້ວມະນີ,ຫົວໜ້າອະນຸກໍາມະການບານເຕະຍິງສະຫະພັນບານເຕະອາຊີ,ທັງເປັນຄະນະບໍລິຫານງານຟີຟາ,ຄະນະບໍລິຫານງານເອເອັຟຊີ ແລະ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ.

ໃນກອງປະຊຸມໄດ້ປຶກສາຫາລືປະເດັນທີ່ສໍາຄັນແມ່ນການຮັບຮອງເອົາເງື່ອນໄຂຂອງສະໂມສອນບານເຕະຍິງທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະຍິງ AFC Women’s Champions League ເຊິ່ງຈະອະນຸຍາດໃຫ້ 1 ສະໂມສອນຈາກ 1 ປະເທດສະມາຊິກ ເຂົ້້າຮ່ວມການແຂ່ງຂັນຕັ້ງແຕ່ລະດູການ 2024/2025 ຫາ ລະດູການ 2027/2028 ຫຼັງຈາກນັ້ນ ຈະໄດ້ບັງຄັບໃຊ້ການອອກໃບອະນຸຍາດສະໂມສອນ (Club Licensing) ຕັ້ງແຕ່ລະດູການ 2028/2029 ເປັນຕົ້ນໄປ ສໍາລັບສະໂມສອນທີ່ຈະເຂົ້າຮ່ວມລາຍການດັ່ງກ່າວ.

ສໍາລັບຮູບແບບການແຂ່ງຂັນ ປະກອບມີການແຂ່ງຂັນຮອບຄັດເລືອກ ແລະ ຮອບແບ່ງກຸ່ມມີທັງໝົດ 12 ສະໂມສອນ ໂດຍແບ່ງອອກເປັນ 3 ກຸ່ມ ຕໍ່ດ້ວຍຮອບຄັດທີມອອກ ໂດຍຈະມີການຈັດອັນດັບຕາມ AFC ranking.

ນອກນັ້ນ, ອະນຸກໍາມະການ ຍັງເຫັນດີໃນດ້ານຫຼັກການ ໃນການປັບປຸງການແຂ່ງຂັນບານເຕະຍິງຊິງແຊ້ມອາຊີ, ການຄັດເລືອກຂອງການແຂ່ງຂັນບານໂລກຍິງ ແລະ ການແຂ່ງຂັນບານເຕະຍິງໃນມະຫາກໍາກິິລາໂອແລັມປິກ ໃຫ້ສອດຄ່ອງກັບສະພາບຕົວຈິງ.