ຖະແຫລງຂ່າວແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2023, ເລີ່ມ 21 ຕຸລາ ນີ້

20/10/2023

    ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2023 ( Lao Women's League 2023 )ຈະເປີດສາກຢ່າງເປັນທາງການໃນວັນເສົາ 21 ຕຸລາ 2023 ເຊິ່ງໃຊ້ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະໜາມ 1 ແລະ ສະໜາມ 2 ຕັ້ງຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນສະໜາມແຂ່ງຂັນ ໂດຍມີທີມເຂົ້າຮ່ວມທັງໝົດ 8 ທີມ.

   ພິທີຖະແຫຼງຂ່າວກະກຽມການແຂ່ງຂັນບານເຕະ ລາວລີກຍິງ ປະຈໍາປີ 2023 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຈັນທະວົງ ສີລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ (ສຕລ), ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ, ທ່ານ ນາງ ອານຸລັກ ທອງຄໍາສະຫວັດ ຜູ້ຈັດການຝ່າຍຂາຍ ບໍລິສັດ ວາຣີິ, ທ່ານ ບຸນສູງ ຄົມຂາວ ຫົວໜ້າພະແນກການຕະຫຼາດ ບໍລິສັດ ອີໂວ ສະຕໍ.

   ໃນໂອກາດຖະແຫຼງຂ່າວ, ທ່ານ ຈັນທະວົງ ສີລິມະໂນທຳ ຮອງເລຂາທິການ ສຕລ ໄດ້ກ່າວວ່າ: ການຈັດການແຂ່ງຂັນບານເຕະ ລາວລີກ ຍິງ ຄັ້ງນີ້ເປັນຄັ້ງທໍາອິດທີ່ຈັດເປັນແບບລີກຂອງເພດຍິງ, ເຊິ່ງຕ້ອງຂໍຂອບໃຈມາຍັງທຸກໆພາກສ່ວນ ທັງຜູ້ສະໜັບສະໜູນ ແລະ ບັນດາທີມທີ່ສົ່ງທີມເຂົ້າຮ່ວມການແຂ່ງຂັນ ໂດຍງົບປະມານຫຼັກໄດ້ຈາກ ສະຫະພັນບານເຕະນາໆຊາດ (FIFA) ເພື່ອຈັດການແຂ່ງຂັນລີກບານເຕະຍິງແບບຍືນຍົງ ແລະ ຈັດຂຶ້ນທຸກໆປີ ເພື່ອພັດທະນານັກກີລາຍິງ ແລະ ເປັນຕົວເລືອກນັກກີລາສູ່ທີມຊາດ.

   ຂະນະດຽວກັນ ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ກ່າວວ່າ: ປີນີ້ເປັນປີທໍາອິດທີ່ ສຕລ ຈັດການແຂ່ງຂັນບານເຕະລາວລີກຍິງ ປະຈໍາປີ 2023 ຫວັງວ່າລາຍການນີ້ຈະໃຫ້ປະໂຫຍດ ແລະ ສາມາດສ້າງຖານນັກກີລາຍິງໃຫ້ມີມາດຕະຖານທີ່ສູງຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກບັນດາສະໂມສອນໃນລາວລີກ 1 ຊ່ວຍໃຫ້ການສ້າງທີມຍິງ ເຂົ້າຮ່ວມການແຂ່ງຂັນບານເຕະ ລາວລີກ ຍິງ ນັບແຕ່ປີ 2023 ເປັນຕົ້ນໄປ ລວມເຖິງຈະເພີ່ມຈໍານວນທີມເຂົ້າຮ່ວມການແຂ່ງຂັນຂຶ້ນເລື້ອຍໆ ແລະ ຈະມີການພິຈາລະນາວ່າຈະໃຫ້ມີການຕົກຊັ້ນເລື່ອນຊັ້ນໃນອະນາຄົດ.

   ສໍາລັບ ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 ເປີດສາກຢ່າງເປັນທາງການໃນວັນເສົາ 21 ຕຸລາ 2023 ແລະ ຈະໄປສິ້ນສຸດໃນວັນທີ 20 ທັນວາ 2023 ໂດຍມີທີມເຂົ້າຮ່ວມທັງຫມົດ 8 ທີມປະກອບມີ:

1. ຊ້າງນ້ອຍ

2. ມາສເຕີ້ ເຊເວັ້ນ

3. ເອສະຣາ

4. ກອງທັບ

5. ຫຼວງພະບາງ

6. ຈຳປາສັກ

7. ນໍ້າທາ

8. ວຽງຈັນ

   ສໍາລັບ ທີມທີ່ເຂົ້າຮ່ວມນັ້ນແມ່ນໄດ້ຮັບເງິນອຸດຫນູນຈຳນວນ 150 ລ້ານກີບ ຂະນະທີ່ ເງິນລາງວັນ ອັນດັບ 1 ແມ່ນຈະໄດ້ຮັບຂັນແຊັມພ້ອມເງິນລາງວັນ 100 ລ້ານກີບ, ອັນດັບ 2 ໄດ້ 50 ລ້ານກີບ ແລະ ອັນດັບ 3 ໄດ້ 20 ລ້ານກີບ.

ຕາຕະລາງ ການແຂ່ງຂັນໃນອາທິດທຳອິດ

ວັນເສົາ 21 ຕຸລາ 2023 ເວລາ 16:00 ມາສເຕີ້ ເຊເວັ້ນ ພົບ ຫຼວງພະບາງ ແຂ່ງຂັນຢູ່ທີ່ຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະໜາມ 1, ເວລາ 16:00 ຈຳປາສັກ ພົບ ວຽງຈັນ ແຂ່ງຂັນຢູ່ທີ່ຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະໜາມ 2 ແລະ ວັນທີ 22 ຕຸລາ 2023 ເວລາ 16:00 ເອສະຣາ ພົບ ນ້ຳທາ ແຂ່ງຂັນຢູ່ທີ່ຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະໜາມ 1 ແລະ ເວລາ 16:00 ຊ້າງນ້ອຍ ພົບ ກອງທັບ ແຂ່ງຂັນຢູ່ທີ່ຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະໜາມ 2.

ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE) ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ Application LTC PLAY.

---------------------------------------------

ຕິດຕາມຂ່າວສານກ່ຽວກັບບານຍິງ

FB: Lao Women's League ລາວລີກຍິງ

https://www.facebook.com/Laowomensleague/

IG: laowomensleague_official https://www.instagram.com/laowomensleague_official/

Youtube: LAOFF TV ສະຫະພັນບານເຕະແຫ່ງຊາດລາວ https://www.youtube.com/channel/UCvFindEKBnIA2H9dDMWrwkQ

TikTok: laowomensleague_official

https://www.tiktok.com/@laowomensleague_official

#LaoWomensFootball

#LaoFootball

#LaoFootballFederation

#ບານເຕະຍິງລາວ

#LaowomensLeague

#ສະຫະພັນບານເຕະແຫ່ງຊາດລາວ

#Daretoplay

#ກ້າທີ່ຈະສູ້