ສຕລ ຈັດກອງປະຊຸມສຳມະນາ ການພັດທະນາກິລາບານເຕະຍິງ 2023

24/10/2023

ນະຄອນຫຼວງວຽງຈັນ ວັນທີ 24 ຕຸລາ 2023 ຢູ່ທີ່ຫ້ອງປະຊຸມໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ,ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມສຳມະນາ ການພັດທະນາກິລາບານເຕະຍິງ 2023 LFF WOMEN’S FOOTBALL DEVELOPMENT WORKSHOP 2023 ເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ີຍັງມີີ ທ່ານ ແສງພອນ ພົນອາມາດ ຫົວຫນ້າກົມກິລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ, ຕົວແທນຈາກອົງການຈັດຕັ້ງລັດ ແລະ ເອກະຊົນ,ຄະນະບໍລິຫານງານ ສຕລ, ຜູ້ແທນຈາກບັນດາສະຫະພັນບານເຕະແຂວງ, ນະຄອນຫຼວງ, ຜູ້ສະຫນັບສະຫນູນ, ຜູ້ຕາງໜ້າຈາກສະໂມສອນກິລາບານເຕະລາວລີກ 1 ປະຈໍາປີ 2023, ບັນດາຄູຝຶກທີມຊາດລາວ, ບັນດາສື່ມວນຊົນ ພ້ອມດ້ວຍ ບັນດາວິຊາການ ສຕລ. ກ່າວເປີດກອງປະຊຸມຢ່າງເປັນທາງການ, ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ກ່າວວ່າ: ‘’ ສຕລ ໄດ້ເຫັນຄວາມສຳຄັນໃນການພັດທະນາກິລາບານເຕະຍິງ ໂດຍມີການສົ່ງເສີມໃຫ້ການແຂ່ງຂັນພາຍໃນ ເຊັ່ນ:ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 ທີ່ໄດ້ເລີ້ມຂຶ້ນໃນທ້າຍອາທິດທີ່ຜ່ານມາ ລວມທັງການແຂ່ງຂັນບານເຕະເຍົາວະຊົນໃນແຕ່ລະແຂວງ, ພ້ອມດຽວກັນນັ້ນ ສຕລ ຍັງໄດ້ສົ່ງເສີມການພັດທະນາບຸກຄະລາກອນທີ່ເປັນເພດຍິງ ແລະ ຊຸກຍູ້ໃຫ້ເຂົາເຈົ້າກ້າວສູ່ລະດັບເວທີສາກົນ ເຊັ່ນ: ທ່ານ ນ. ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ພ້ອມທັງເປັນຄະນະບໍລິຫານງານຂອງ FIFA ແລະ AFC ແລະ ທ່ານ ນ.ພຸດສະຫວັນ ຈັນທະວົງ ກຳມະການຕັດສິນຍິງລະດັບ AFC ELITE ທີ່ໄດ້ເຂົ້າຮ່ວມຕັດສິນລະດັບສາກົນມາຫລາຍຄັ້ງແລ້ວ, ການພັດທະນາກິລາບານເຕະຍິງໃນ ສປປລາວ ຈະບໍ່ສາມາດບັນລຸເປົ້າຫມາຍໄດ້ ຫາກຂາດການຮ່ວມມື ແລະ ສະຫນັບສະຫນູນຈາກພາກລັດກໍຄືກະຊວງສຶກສາທິການ ແລະ ກິລາ,ສະຫະພັນບານເຕະແຂວງ ນະຄອນຫຼວງ,ສະໂມສອນ ບານເຕະ, ສະຖາບັນການສຶກສາ, ໃນການພັດທະນາດ້ານກິລາ, ຜູ້ສະຫນັບສະຫນູນ,ສື່ມວນຊົນ ທີ່ຈະຊ່ວຍຜັກດັນ ແລະ ເປັນກະບອກສຽງໃຫ້ແກ່ການພັດທະນາກິລາບານເຕະຍິງໃນທົ່ວປະເທດ‘’ .

  ທ່ານ ນ.ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ ‘’ ສຳລັບໂຄງການການພັດທະນາກິລາບານເຕະຍິງນີ້ເກີດຂຶ້ນເຊິ່ງເປັນຄັ້ງທຳອິດ ທີ່ ສຕລ ໄດ້ມີການສ້າງແຜນຍຸດທະສາດ ພັດທະນາກິລາບານເຕະຍິງ ໂດຍເປັນການສຶກສາຄົ້ນຄວ້າຈາກ ພະແນກເຕັກນິກ - ວິທະຍາ ຂອງ ສຕລ ຮ່ວມກັບຟີຟາ ຕິດຕາມຢ່າງໃກ້ສິດໃນທຸກຂັ້ນຕອນ ເພື່ອສ້າງໃຫ້ແຜນຍຸດທະສາດນີ້ສົມບູນແບບທີ່ສຸດ ແລະ ສ້າງຄວາມຫມັ້ນໃຈແກ່ຜູ້ໃຫ້ທຶນ ກໍຄື ຟີຟາໃນການຮັບຮອງໂຄງການດັ່ງກ່າວ ແລະ ມອບທຶນໃຫ້ກັບ ສຕລ ເພື່ອຈັດຕັ້ງແຜນຍຸດທະສາດໃຫ້ເກີດຫມາກຜົນທີ່ສຸດ.

 ສຕລ ເລັ່ງເຫັນຄວາມສຳຄັນໃນການສ້າງໂຄງການພັດທະນາກິລາບານເຕະຍິງນີ້ໂດຍເລີ້ມຈາກການວາງແຜນຍຸດທະສາດເພື່ອເປັນແບບແຜນການຈັດຕັ້ງປະຕິບັດໃຫ້ມີການພັດທະນາແບບຍືນຍົງ

 ໃນວາລະຂອງການສຳມະນາ ຜູ້ເຂົ້າຮ່ວມສຳມະນາຍັງໄດ້ຮ່ວມສົນທະນາ ເພື່ອແລກປ່ຽນຄວາມຄິດເຫັນໂດຍແບ່ງການສົນທະນາເປັນກຸ່ມ 8 ເສົາຫລັກຍຸດທະສາດ ຄື: ບານເຕະຂັ້ນພື້ນຖານ, ການເຟັ້ນຫານັກກິລາພອນສະຫວັນ, ການພັດທະນາພອນສະຫວັນ, ພັດທະນາຄູຝຶກ, ລີກ / ສະໂມສອນ, ທີມຊາດ, ການບໍລິຫານ - ການປົກຄອງ ແລະ ການສະຫນັບສະຫນູນ.