ທີມບານເຕະຍິງ ຊ້າງນ້ອຍ ຂຶ້ນເປັນທີມນຳ ຕາຕະລາງ ຄະແນນ ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2023 ຮອບຂາໄປ

16/11/2023

ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2023 ແມ່ນໄດ້ດຳເນີນການແຂ່ງຂັນສຳເລັດໃນຮອບຂາໄປເປັນທີ່ເປັນຮຽບຮ້ອຍແລ້ວ ພາຍຫຼັງໄດ້ດຳເນີນການແຂ່ງຂັນມານັບຕັ້ງແຕ່ວັນທີ 21 ຕຸລາ 2023 ໂດຍມີທີມເຂົ້າຮ່ວມການແຂ່ງຂັນ 8 ທີມປະກອບມີ: ຊ້າງນ້ອຍ, ມາສເຕີ້ ເຊເວັ້ນ, ເອສະຣາ, ກອງທັບ,ຫຼວງພະບາງ, ຈຳປາສັກ,ນໍ້າທາ ແລະ ວຽງຈັນ.

 ສຳລັບທີມທີ່ເຂົ້າຮ່ວມນັ້ນແມ່ນໄດ້ຮັບເງິນອຸດຫນູນຈຳນວນ 150 ລ້ານກີບ ຂະນະທີ່ ເງິນລາງວັນ ອັນດັບ 1 ແມ່ນຈະໄດ້ຮັບຂັນແຊັມພ້ອມເງິນລາງວັນ 100 ລ້ານກີບ, ອັນດັບ 2 ໄດ້ 50 ລ້ານກີບ ແລະ ອັນດັບ 3 ໄດ້ 20 ລ້ານກີບ.

 ສະຫລຸບຕາຕະລາງຄະແນນ ການແຂ່ງຂັນໃນຮອບຂາໄປ ອັນດັບ 1 ຊ້າງນ້ອຍ ລົງສະຫນາມ 7 ນັດ ຊະນະ 6 ນັດ ເສຍ 1 ນັດ ມີ 18 ຄະແນນ, ອັນດັບ 2 ມາສເຕີ້ ເຊເວັ້ນ ລົງສະຫນາມ 7 ນັດ ຊະນະ 5 ນັດ ສະເຫມີ 1 ນັດ ເສຍ 1 ນັດ ມີ 16 ຄະແນນ, ອັນດັບ 3 ເອສະຣາ ລົງສະຫນາມ 7 ນັດ ຊະນະ 3 ນັດ ສະເຫມີ 4 ນັດ ມີ 13 ຄະແນນ, ອັນດັບ 4 ກອງທັບ ລົງສະຫນາມ 7 ນັດ ຊະນະ 3 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 11 ຄະແນນ, ອັນດັບ 5 ຈຳປາສັກ ລົງສະຫນາມ 7 ນັດ ຊະນະ 3 ນັດ ເສຍ 4 ນັດ ມີ 9 ຄະແນນ, ອັນດັບ 6 ນ້ຳທາ ລົງສະຫນາມ 7 ນັດ ຊະນະ 2 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 8 ຄະແນນ, ອັນດັບ 7 ຫຼວງພະບາງ ລົງສະຫນາມ 7 ນັດ ຊະນະ 1 ນັດ 1 ສະເຫມີ 1 ນັດ ເສຍ 5 ມີ 4 ຄະແນນ ແລະ ອັນດັບ ສຸດທ້າຍ ວຽງຈັນ ລົງສະຫນາມ 7 ນັດ ເສຍ 7 ນັດ ມີ 0 ຄະແນນ, ຂະນະທີ່ ອັນດັບຜູ້ຍິງປະຕູສູງສຸດ ແມ່ນເທົ່າກັນຫມົດ 3 ຄົນ ໃຈຄຳ ໄຊຍະປະເສີດ, ຈິນດາ ສີຫາລາດ ຈາກ ສະໂມສອນ ມາສເຕີ້ ເຊເວັ້ນ ແລະ ສຸພາວັນ ໄພວັນ ຈາກ ສະໂມສອນ ເອສະຣາ ແມ່ນຍິງໄດ້ທັງຫມົດ 18 ປະຕູ.

 ສຳລັບ ຕາຕະລາງ ການແຂ່ງຂັນໃນອາທິດນີ້ ວັນເສົາ 18 ພະຈິກ 2023 ເວລາ 17:00 ຫຼວງພະບາງ ພົບ ມາສເຕີ້ ເຊເວັ້ນ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 1, ເວລາ 17:00 ນ້ຳທາ ພົບ ເອສະຣາ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 2 ແລະ ວັນອາທິດ 19 ພະຈິກ 2023 ເວລາ 17:00 ກອງທັບ ພົບ ຊ້າງນ້ອຍ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 1, ເວລາ 17:00 ວຽງຈັນ ພົບ ຈຳປາສັກ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 2, ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE) ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ Application LTC PLAY.