ເກມມີ້ ພັດດາລາ ແລະ ແມກຈັນທາ ພິມມະສອນ ຍິງຜູ້ລະປະຕູ ພາ ນ້ຳທາ ເອົາຊະນະ ມາສເຕີ້ ເຊເວັ້ນ 2-0

23/11/2023

ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2023 ຫລຶ Lao Women’s League 2023 ໃນວັນທີ 22 ພະຈິກ 2023 ທີ່ຜ່ານມາ ຢູ່ທີ່ສະຫນາມສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ມີການແຂ່ງຂັນ 4 ຄູ່ ເຊິ່ງຄູ່ທີ່ຫນ້າສົນໃຈ ເປັນການພົບກັນລະຫວ່າງ ນ້ຳທາ ພົບ ມາສເຕີ້ ເຊເວັ້ນ ໂດຍນັດທຳອິດໃນຮອບຂາໄປ ມາສເຕີ້ ເຊເວັ້ນ ເອົາຊະນະ ນ້ຳທາ 3-1, ສຳລັບເກມໃນນັດນີ້ ນ້ຳທາ ໄດ້ມີການປັບປ່ຽນຜູ້ຫລິ້ນລົງສະຫນາມເພື່ອຫວັງເກັບໄຊຊະນະນັດດັ່ງກ່າວ ຜ່ານການແຂ່ງຂັນຜົນປະກົດວ່າ ນ້ຳທາ ເອົາຊະນະ ມາສເຕີ້ ເຊເວັ້ນ 2-0 ໂດຍໄດ້ປະຕູໃນເຄິ່ງເວລາທີ 2 ຈາກເກມມີ້ ພັດດາລາ ນາທີ 56’ ແລະ ແມ໋ກຈັນທາ ພິມມະສອນ ນາທີ 75’ ຈາກໄຊຊະນະດັ່ງກ່າວເຮັດໃຫ້ ນ້ຳທາ ຫຍັບຂຶ້ນມາຢູ່ອັນດັບທີ 4 ຂອງ ຕາຕະລາງຄະແນນ ລົງສະຫນາມ 9 ນັດ ຊະນະ 4 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 14 ຄະແນນ. ສ່ວນ ມາສເຕີ້ ເຊເວັ້ນ ຍັງຢູ່ອັນດັບ 2 ລົງສະຫນາມ 9 ນັດ ຊະນະ 6 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 19 ຄະແນນ ຕາມຫລັງ ຊ້າງນ້ອຍ ທີມນຳ 5 ຄະແນນ.ສ່ວນຜົນຄູ່ອື່ນ ວຽງຈັນ ເສຍໃຫ້ ເອສະຣາ 0-10, ຈຳປາສັກ ເສຍໃຫ້ ຊ້າງນ້ອຍ 0-1 ແລະ ກອງທັບ ຊະນະ ຫຼວງພະບາງ 1-0.

 ສຳລັບຕາຕະລາງ ການແຂ່ງຂັນນັດທີ 10 ວັນເສົາ 25 ພະຈິກ 2023 ເວລາ 17:00 ມາສເຕີ້ ເຊເວັ້ນ ພົບ ກອງທັບ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 1, ເວລາ 17:00 ນ້ຳທາ ພົບ ວຽງຈັນ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 2, ແລະ ວັນອາທິດ 26 ພະຈິກ 2023 ເວລາ 17:00 ຈຳປາສັກ ພົບ ຫຼວງພະບາງ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 1, ເວລາ 17:00 ເອສະຣາ ພົບ ຊ້າງນ້ອຍ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 2.

ທ່ານສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE) ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ Application LTC PLAY.