ຜົນການແຂ່ງຂັນລາວລີກ ຍິງ ປະຈໍາປີ 2023 ໃຈຄຳ ໄຊຍະປະເສີດ ຍິງ 2 ປະຕູ ພາ ມາສເຕີ ເຊເວັ້ນ ຊະນະ ກອງທັບ 3-2

27/11/2023

ການແຂ່ງຂັນເຕະບານລາວລີກຍິງ ປະຈໍາປີ 2023, ນັດທີ 10 ວັນທີ 25 ພະຈິກນີ້, ມາສເຕີ ເຊເວັ້ນ ເອົາຊະນະ ກອງທັບ 3-2,ໂດຍມາສເຕີເຊເວັ້ນໄດ້ 3 ປະຕູຈາກ ຈີນດາ ສີຫາລາດ ນາທີ 3', ໃຈຄຳ ໄຊຍະປະເສີດ ນາທີ 5', 66', ສ່ວນ ກອງທັບ ໄດ້ປະຕູຈາກ ລິວ ຟອງສະໝຸດ ນາທີ 45' ແລະ ນົກ ໄພສະຫວັນ ນາທີ 45'+1.

  ຂະນະທີ່ ນໍ້າທາ ເອົາຊະນະ ວຽງຈັນ 5-0, ແມ໋ກຈັນທາ ພິມມະສອນ ນາທີ 20', 37', ພອນທິບ ພົມມະຈັນ ນາທີ 40', ກ້ອຍ ສີປະຈວບ ນາທີ 67' ແລະ ຄຳອົ້ນ ວິລິວົງ ນາທີ 85'.

 ສ່ວນຜົນການແຂ່ງຂັນໃນວັນອາທິດ 26 ພະຈິກ 2023 ຈຳປາສັກ ເສບໃຫ້ ຫຼວງພະບາງ 1-2, ຈຳປາສັກ ໄດ້ປະຕູຈາກ ວິໄລວັນ ແກ້ວສະຫມຸດ ນາທີ 67', ຫຼວງພະບາງ ໄດ້ປະຕູຈາກ ນຸ້ນ ຈັນທະນາຮັກ ນາທີ 44', ສາຍສະຫມອນ ອິນທະພອນ ນາທີ 75'.

  ຕາຕະລາງຄະແນນ ອັນດັບ 1 ຊ້າງນ້ອຍ ມີ 27 ຄະແນນ, ອັນດັບ 2 ມາສເຕີ້ ເຊເວັ້ນ ມີ 22 ຄະແນນ, ອັນດັບ 3 ນໍ້າທາ ມີ 17 ຄະແນນ, ອັນດັບ 4 ເອສະຣາ ມີ 16 ຄະແນນ, ອັນດັບ 5 ກອງທັບ ມີ 14 ຄະແນນ, ອັນດັບ 6 ຈຳປາສັກ ມີ 12 ຄະແນນ, ອັນດັບ 7 ຫຼວງພະບາງ ມີ 7 ຄະແນນ ແລະ ອັນດັບ ສຸດທ້າຍ ວຽງຈັນ ມີ 0 ຄະແນນ. ສຳລັບນັກກິລາຍິງປະຕູສູງສຸດແມ່ນ ສຸພາວັນ ໄພວັນ ຈາກ ເອສຣາ ຍິງ 24 ປະຕູ, ໃຈຄໍາ ໄຊຍະປະເສີດ ຈາກມາສເຕີ້ ເຊເວັ້ນ ຍິງ 21 ປະຕູ, ຈິນດາ ສີຫາລາດ ຈາກມາສເຕີ້ ເຊເວັ້ນ ຍິງ 18 ປະຕູ.

  ຕາຕະລາງ ການແຂ່ງຂັນນັດທີ 11 ນັດວັນພຸດ ທີ29 ພະຈິກ 2023 ເວລາ 16:00 ຊ້າງນ້ອຍ ພົບ ນ້ຳ ແຂ່ງຂັນຢູ່ທີ່ສະຫນາມສູນຝຶກຫ້ວຍຫົງ ສະຫນາມ 1, ເວລາ 16:00 ກອງທັບ ພົບ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມສູນຝຶກຫ້ວຍຫົງ ສະຫນາມ 2, ເວລາ 19:00 ມາສເຕີ້ ເຊເວັ້ນ ພົບ ວຽງຈັນ ນ້ຳ ແຂ່ງຂັນຢູ່ທີ່ສະຫນາມສູນຝຶກຫ້ວຍຫົງ ສະຫນາມ 1, ເວລາ 19:00 ຫຼວງພະບາງ ພົບ ເອສະຣາ ນ້ຳ ແຂ່ງຂັນຢູ່ທີ່ສະຫນາມສູນຝຶກຫ້ວຍຫົງ ສະຫນາມ 2.

  ການແຂ່ງຂັນເຕະບານ ລາວລີກ ເພດຍິງ ປີນີ້ ເປັນຄັ້ງທໍາອິດ ທີ່ຈັດເປັນແບບລະບົບລີກ ເພື່ອເປັນການສົ່ງເສີມກິລາບານເຕະຍິງ ໄດ້ມີເວທີເຄື່ອນໄຫວຝຶກແອບແຂ່ງຂັນຢ່າງຕໍ່ເນື່ອງ ໂດຍງົບປະມານຫຼັກໃນການຈັດຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ສະຫະພັນບານເຕະນາໆຊາດ ຫຼື(FIFA), ເພື່ອຈັດການແຂ່ງຂັນແບບຢືນຢົງ ແລະ ຈັດຂຶ້ນທຸກໆປີ ທັງນີ້ກໍເພື່ອພັດທະນານັກກີລາ ທັງເປັນການຄັດເລືອກນັກກິລາສູ່ທີມຊາດ ເຊິ່ງນັບແຕ່ປີ 2023 ເປັນຕົ້ນໄປ ລີກບານເຕະທີມຍິງ ຈະຈັດໃຫ້ຄຽງຄູ່ກັບທີມຊາຍ ແລະ ຈະເພີ່ມຈໍານວນທີມເຂົ້າຮ່ວມຂຶ້ນເລື້ອຍໆຕາມມາດຖານເງື່ອນໄຂ ແລະ ຈະມີການພິຈາລະນາວ່າຈະໃຫ້ມີການຕົກຊັ້ນ ເລື່ອນຊັ້ນໃນອະນາຄົດ. ໂດຍເລີ່ມແຂ່ງຂັນາແຕ່ວັນທີ 21 ຕຸລາ ແລະ ຈະໃຫ້ສຳເລັດວັນທີ 10 ທັນວາ 2023 ໂດຍມີ 8 ທີມເຂົ້າຮ່ວມຄື: ຊ້າງນ້ອຍ, ມາສເຕີ ເຊເວັ້ນ, ເອສຣາ, ກອງທັບ, ຫຼວງພະບາງ, ຈຳປາສັກ, ນໍ້າທາ ແລະ ວຽງຈັນ.