ຊ້າງນ້ອຍ ຄວ້າແຊ້ມ ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2023

10/12/2023

ການແຂ່ງຂັນເຕະບານ ລາວລີກ ປະຈຳປີ 2023 ເປັນຄັ້ງທໍາອິດ ທີ່ຈັດເປັນແບບລະບົບລີກ ເພື່ອເປັນການສົ່ງເສີມກິລາບານເຕະຍິງ ໄດ້ມີເວທີເຄື່ອນໄຫວຝຶກແອບແຂ່ງຂັນຢ່າງຕໍ່ເນື່ອງ ໂດຍງົບປະມານຫຼັກໃນການຈັດຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ສະຫະພັນບານເຕະນາໆຊາດ ຫຼື(FIFA), ເພື່ອຈັດການແຂ່ງຂັນແບບຢືນຢົງ ແລະ ຈັດຂຶ້ນທຸກໆປີ ທັງນີ້ກໍເພື່ອພັດທະນານັກກີລາ ທັງເປັນການຄັດເລືອກນັກກິລາສູ່ທີມຊາດ ເຊິ່ງນັບແຕ່ປີ 2023 ເປັນຕົ້ນໄປ ລີກບານເຕະທີມຍິງ ຈະຈັດໃຫ້ຄຽງຄູ່ກັບທີມຊາຍ ແລະ ຈະເພີ່ມຈໍານວນທີມເຂົ້າຮ່ວມຂຶ້ນເລື້ອຍໆຕາມມາດຖານເງື່ອນໄຂ ແລະ ຈະມີການພິຈາລະນາວ່າຈະໃຫ້ມີການຕົກຊັ້ນ ເລື່ອນຊັ້ນໃນອະນາຄົດ. ໂດຍເລີ່ມແຂ່ງຂັນມາແຕ່ວັນທີ 21 ຕຸລາ ແລະ ຈະໄດ້ສຳເລັດວັນທີ 10 ທັນວາ 2023 ໂດຍມີ 8 ທີມເຂົ້າຮ່ວມຄື: ຊ້າງນ້ອຍ, ມາສເຕີ ເຊເວັ້ນ, ເອສຣາ, ກອງທັບ, ຫຼວງພະບາງ, ຈຳປາສັກ, ນໍ້າທາ ແລະ ວຽງຈັນ.


 ສຳລັບພິທີປິດການແຂ່ງຂັນໄດ້ມີຂຶ້ນຢູ່ທີ່ສະຫນາມສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ໃນວັນທີ 10 ທັນວາ 2023 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດ, ຕະຫລອດຮອດຄູຝຶກ,ນັກກິລາ,ແຟນບານ ແລະ ສື່ມວນຊົນ ເຂົ້າຮ່ວມ.


 ຜົນການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 ທີມຊະນະເລີດ ຊ້າງນ້ອຍ ໄດ້ຮັບຂັນ,ຫລຽນຊະນະເລີດ ແລະ ໄດ້ຮັບເງິນລາງວັນ 100 ລ້ານກີບ ໂດຍລົງສະຫນາມ 14 ນັດ ຊະນະ 13 ນັດ ເສຍ 1 ນັດ ມີ 39 ຄະແນນ, ຮອງຊະນະເລີດອັນດັບ 1 ຫລື ອັນດັບ 2 ເອສະຣາ ໄດ້ຮັບເງິນ 50 ລ້ານກີບ ລົງສະຫນາມ 14 ນັດ ຊະນະ 8 ນັດ ສະເຫມີ 4 ນັດ ເສຍ 2 ນັດ ມີ 28 ຄະແນນ ເທົ່າກັບ ມາສເຕີ້ ເຊເວັ້ນ ແຕ່ ເອສະຣາ HEAD TO HEAD ດີກວ່າ, ຮອງຊະນະເລີດອັນດັບ 2 ຫລື ອັນດັບ 3 ມາສເຕີ້ ເຊເວັ້ນ ໄດ້ຮັບເງິນ 20 ລ້ານກີບ ລົງສະຫນາມ 14 ນັດ ຊະນະ 9 ນັດ ສະເຫມີ 1 ນັດ ເສຍ 4 ນັດ ມີ 28 ຄະແນນ, ອັນດັບ 5 ນໍ້າທາ ລົງສະຫນາມ 14 ນັດ ຊະນະ 6 ນັດ ສະເຫມີ 3 ນັດ ເສບ 4 ນັດ ມີ 21 ຄະແນນ, ອັນດັບ 6 ຈຳປາສັກ ລົງສະຫນາມ 14 ນັດ ຊະນະ 6 ນັດ ເສຍ 8 ນັດ ມີ 18 ຄະແນນ,ອັນດັບ 7 ກອງທັບ ລົງສະຫນາມ 14 ນັດ ຊະນະ 5 ນັດ ສະເຫມີ 3 ນັດ ເສຍ 6 ນັດ ມີ 18 ຄະແນນ, ອັນດັບ 7 ຫຼວງພະບາງ ລົງສະຫນາມ 14 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສບ 10 ນັດ ມີ 10 ຄະແນນ ແລະ ອັນດັບສຸດທ້າຍ ວຽງຈັນ ລົງສະຫນາມ 14 ນັດ ເສຍ 14 ນັດ ມີ 0 ຄະແນນ, ຂະນະ ທີ່ ລາງວັນປະເພດບຸກຄົນ ຄູຝຶກດີເດັ່ນຕົກເປັນຂອງ ພຸດປະສົງ ແສງດາລາວົງ ຄູຝຶກ ຈາກ ສະໂມສອນ ຊ້າງນ້ອຍ, ລາງວັນຜູ້ຮັກສາປະຕູດີເດັ່ນ ບັງອອນ ພອນໄຊ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ລົງສະຫນາມ 11 ນັດ ເສຍພຽງ 7 ປະຕູ, ລາງວັນນັກກິລາດີເດັ່ນ ວິລິນທອນ ວົງແສງທອງ ຈາກ ສະໂມສອນ ຊ້າງນ້ອຍ ລົງສະຫນາມ 14 ນັດ ຍິງໄດ້ 2 ປະຕູ ແລະ ລາງວັນຜູ້ຍິງປະຕູສູງສຸດ ໃຈຄຳ ໄຊຍະປະເສິດ ຈາກ ສະໂມສອນ ມາສເຕິ້ ເຊເວັ້ນ ລົງສະຫນາມ 14 ນັດ ຍິງໄດ້ 31 ປະຕູ. ການແຂ່ງຂັນຄັ້ງນີ້ແມ່ນໄດ້ຮັບການສະຫນັບສະຫນູນຫຼັກຈາກ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ, ບໍລິສັດລາວໂທລະຄົມມະຫາຄົມ ຈຳກັດ, ວຽງຈັນໄອສ໌, ບໍລິສັດ ວາຣີິ ແລະ ບໍລິສັດ ອີໂວ ສະຕໍ.