ສຕລແລະຫຼວງພະບາງຈັດກິດຈະກໍາ ສະຫຼອງ ວັນແມ່ຍິງສາກົນ

08/03/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແລະ ສະຫະພັນບານເຕະຫລວງພະບາງ ໄດ້ຈັດພິທີເປີດກິດຈະກໍາບານເຕະຍິງ ສະຫລອງວັນແມ່ຍິງສາກົນຄົບຮອບ113ປີຂຶ້ນທີ່ ສະຫນາມກິລາຫລວງພະບາງ ໃນວັນທີ 8 ມີນາ 2023 ໂດຍ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ.ທ່ານ ວັນທອງ ແພງສະຫວັດ ຮອງປະທານສະຫະພັນບານເຕະແຂວງ; ພ້ອມດ້ວຍຄະນະບໍລິຫານງານ, ຄະນະຄູຝຶກ ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ

ໃນພິທີດັ່ງກ່າວ ທ່ານນາງ ພູໄຊ ແພງພົງໄດ້ກ່າວວ່າ . ການສະເຫລີມສະຫລອງຈັດກິດຈະກໍາບານເຕະຍິງຄັ້ງນີ້ ແມ່ນເປັນຄັ້ງທີ່ VII ຂອງປະເທດລາວ ທີ່ຈັດຂຶ້ນ ພາຍໃຕ້ການສະຫນັບສະຫນຸນ ຈາກໂຄງການ AFC Women's day

ໂຄງການນີ້ແມ່ນເປີດໃຫ້ເດັກນ້ອຍເພດຍິງໄດ້ມີໂອກາດຝຶກຊ້ອມ ແລະ ຫລິ້ນກິລາບານເຕະ ເພື່ອພັດທະນາໂຕເອງກ້າວຂຶ້ນໄປສູ່ລະດັບແຂວງ ແລະ ລະດັບຊາດໃນອະນາຄົດ ການເປີດກິດຈະກໍາສະເຫລີມສະຫລອງບານເຕະຍິງທີ່ແຂວງຫລວງພະບາງນີ້ແມ່ນການຕົກລົງເຫັນດີຂອງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໃນກອງປະຊຸມໃຫຍ່ສະໄຫມສາມັນປະຈໍາປີ 2022 ໂດຍເລັ່ງເຫັນວ່ານັກກິລາເຍົາວະຊົນເພດຍິງຂອງແຂວງຫລວງພະບາງແມ່ນມີທັກສະຄວາມສາມາດດ້ານກິລາບານເຕະທີ່ດີເດັນ ເຫັນໄດ້ຈາກຜົນງານການເຂົ້າຮ່ວມແຂ່ງຂັນລາຍການ ລະດັບປະເທດ ທີ່ຈັດຂຶ້ນໃນປີທີ່ຜ່ານມາ ໃນນາມຕາງຫນ້າໃຫ້ແກ່ສຕລແລະໃນນາມສ່ວນຕົວຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ຄະນະບໍລິຫານງານສະຫະພັນບານເຕະຫລວງພະບາງໄດ້ໃຫ້ການຮ່ວມມື ແລະ ປະສານວຽກງານຕ່າງໆ ເປັນຢ່າງດີ ເພື່ອໃຫ້ການຈັດງານຄັ້ງນີ້ເກີດຂຶ້ນ.

ຈາກນັ້ນ ທ່ານ ວັນທອງ ແພງສະຫວັດ ຮອງປະທານສະຫະພັນບານເຕະແຫ່ງແຂວງ ໄດ້ກ່າວຂອບໃຈຕໍ່ທາງສະຫະພັນແຫ່ງຊາດລາວທີ່ປີນີ້ໄດ້ ຍາດໂອກາດ ແລະ ມາຈັດງານກິດຈະກໍາວັນແມ່ຍິງສາກົນທີ່ມີຄວາມໝາຍຄວາມສໍາຄັນນີ້ ຢູ່ຫຼວງພະບາງອີກຄັ້ງ ຖືເປັນກິດຈະກໍາດີໆທີ່ໃຫ້ເອື້ອຍນ້ອງແມ່ຍິງໄດ້ພັດທະນາຕົນເອງ, ກ້າສະແດງອອກ ເປີດໂອກາດໄດ້ເຂົ້າຮ່ວມໃນກິດຈະກໍາບານເຕະ ເຊິ່ງທີ່ຜ່ານມາແຂວງຫຼວງພະບາງໄດ້ສົ່ງນັກກິລາເຂົ້າຮ່ວມໃນລາຍການ, ໃນການແຂ່ງຂັນຕ່າງໆ ຖືເປັນປະສົບການ ເພື່ອພັດທະນາຕົນເອງ ກໍຄືປະເທດຊາດ.

ພາຍໃນງານສຕລຍັງໄດ້ມອບບານເຕະໃຫ້ 6 ພາກສ່ວນຄື ມສ ເດັກກໍາພ້າ ຈໍານວນ 5 ຫນ່ວຍ; ມສ ຊົນເຜົ່າສວນຫລວງ ຈໍານວນ 5 ຫນ່ວຍ; ໂຮງຮຽນຊົນເຜົ່ານໍ້າບາກ 5 ຫນ່ວຍ; ມສ ບ້ານຄອຍ ຈໍານວນ 5 ຫນ່ວຍ ; ມສ ສັນຕິພາບ ຈໍານວນ 10 ຫນ່ວຍ; ສະຫະພັນບານເຕະແຂວງ 10 ຫນ່ວຍ ນອກນັ້ນຍັງໄດ້ຫລິ້ນກິດຈະກໍາລາກຫລາຍຢ່າງ ບໍ່ວ່າຈະເປັນຫລອກບານ, ຊຸດບານ, ສົ່ງບານ;ເກມມ່ວນຊື່ນ;ຈັບບານ ແລະ ໃນຕອນທ້າຍ ຍັງມີການແຂ່ງຂັນບານເຕະ ທີ່ມີການມອບລາງວັນໃຫ້ທີມທີ່ຊະນະເລີດ ແລະ ຮອງ ຈາກສະຫະພັນບານເຕະແຫ່ງຊາດລາວ ຄື ໄດ້ທີ່ 1 ທີມນາງແມວ ໄດ້ບານເຕະ 10 ຫນ່ວຍ. ທີມທີ 2 ທີມ ຄໍເຊັນເຕີ ໄດ້ບານເຕະ 5 ຫນ່ວຍ; ທີມທີ 3 ທິມ AFC ໄດ້ບານເຕະ 3 ຫນ່ວຍ ແລະ ທີມ ທີ 4 ທີມ ສໍ່ານີ້ລ້າລ້າ ໄດ້ບານເຕະ 2 ຫນ່ວຍ .