ສຕລ ແລະບໍລິຄຳໄຊ ຈັດກິດຈະກໍາສະຫຼອງວັນແມ່ຍິງສາກົນ

08/03/2024

               ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແລະ ສະຫະພັນບານເຕະແຂວງບໍລິຄຳໄຊ(ສຕຂ)ໄດ້ຈັດ ພິທີເປີດ ກິດຈະ ກໍາບານເຕະຍິງ ສະຫລອງວັນແມ່ຍິງສາກົນຄົບຮອບ114ປີຂຶ້ນພາຍໃຕ້ໂຄງການ AFC Women's Footbal Day ທີ່ສະຫນາມກິລາແຂວງທີ່ ເມືອງປາກຊັນ,ແຂວງບໍລິຄຳໄຊ ໃນວັນທີ8ມີນາ 2024 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສຕລ. ທ່ານ ເລື່ອນວິໄລ ຈັນທະລາພັນ ປະທານສະຫະພັນບານເຕະແຂວງບໍລິຄຳໄຊ ພ້ອມດ້ວຍຄະນະບໍລິຫານງານ, ຄະນະຄູຝຶກ ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມຢ່ງຫຼວງຫຼາຍ.


              ໃນພິທີ,ຄະນະຮັບຜິດຊອບການຈັດງານລາຍງານໃຫ້ຮູ້ວ່າ:ງານດັ່ງກ່າວແມ່ນຈັດຂື້ນໂດຍການຮວ່ມມືລະຫວ່າງສຕລແລະສຕຂບໍລິຄຳໄຊ,ພາຍໃຕ້ການສະຫນັບສະຫນຸນ ຈາກໂຄງການ AFC Women's Football Day ,ໂຄງການນີ້ແມ່ນ ເປີດໃຫ້ເດັກນ້ອຍ ເພດຍິງໄດ້ມີໂອກາດຝຶກຊ້ອມ ແລະ ຫລິ້ນກິລາບານເຕະ ໂດຍມີເປົ້າໝາຍເພື່ອເສີມ ສ້າງພັດທະນານັກກິລາບານເຕະຮຸ່ນສຶບ ທອດໃຫ້ໄດ້ທົ່ວຂົງເຂດທີ່ຫ່າງໄກສອກຫຼີກ ແລະເຂດພູດອຍຢ່າງທົ່ວເຖິງ

                ການຝຶກສອນທັກສະກິລາບານເຕະຂັ້ນພື້ນຖານດັ່ງ​ກ່າວ​ນີ້ແມ່ນຖືກຕ້ອງຕາມຂັ້ນຕອນ ແລະມີຄວາມຄ່ອງແຄ້ວ, ປັບປຸງພັດທະນາຄູຝຶກໃຫ້ມີຄວາມຮູ້ຄວາມສາມາດໃນການເຂົ້າຮ່ວມອົບຮົມຄູຝຶກລະດັບພາກພື້ນໃນອະນາຄົດ, ເພື່ອຊອກຫາເດັກນ້ອຍບຍທີ່ມີພອນສະຫວັນໃນດ້ານກິລາບານເຕະ ມາເປັນນັກກິລາສືບທອດ ແລະ ພັດທະນາຕົນເອງຈົນກາຍເປັນນັກກິລາຕົວແທນທີມຊາດໃນອະນາຄົດ.

                ການເປີດກິດຈະກໍາສະເຫລີມສະຫລອງບານເຕະຍິງທີ່ແຂວງບໍລິຄຳໄຊ ນີ້ແມ່ນການຕົກລົງເຫັນດີຂອງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໃນກອງປະຊຸມໃຫຍ່ສະໄຫມສາມັນປະຈໍາປີ 2023 ໂດຍເລັ່ງເຫັນວ່ານັກກິລາເຍົາວະຊົນເພດຍິງຂອງ ແຂວງບໍລິຄຳໄຊ ແມ່ນມີທັກສະຄວາມສາມາດດ້ານກິລາບານເຕະທີ່ດີເດັນ ໂດຍມີຈຸດປະສົງແມ່ນເພື່ອພັດທະນາບານເຕະຍິງໃຫ້ມີຄວາມກ້າວໜ້າ ແລະແຜ່ຂະຫຍາຍໄປທົ່ວປະເທດໃນໄວໆນີ້, ໃຫ້ການຝຶກສອນນັບມື້ນັບມີມາດຖານ ຮັບປະກັນດ້ານປະລິມານແລະຄຸນນະພາບ, ໃຫ້ນ້ອງນັກຮຽນໄດ້ມີສຸຂະພາບແຂງແຮງ ແລະ ມັກກິລາບານເຕະ, ມີໃຈມັກໃນກິລາ, ມ່ວນຊື່ນກັບການຫຼື້ນກິລາ ແລະຫ່າງໃກຈາກສິ່ງອະໄບຍະມຸກຕ່າງໆ ແລະເພື່ອກ້າວໄປເປັນນັກກິລາອາຊີບໃນອະນາຄົດ.

                 ໃນໂອກາດກ່າວເປີດພິທີ ທ່ານ ເລື່ອນວິໄລ ຈັນທະລາພັນ ປະທານສະຫະພັນບານເຕະແຫ່ງແຂວງ ໄດ້ກ່າວຂອບໃຈຕໍ່ທາງສະຫະພັນແຫ່ງຊາດລາວທີ່ປີນີ້ໄດ້ ຍາດໂອກາດ ແລະ ມາຈັດງານກິດຈະກໍາວັນແມ່ຍິງສາກົນທີ່ມີຄວາມໝາຍຄວາມສໍາຄັນນີ້ ຢູ່ແຂວງບໍລິຄຳໄຊ ຖືເປັນກິດຈະກໍາດີໆທີ່ໃຫ້ເອື້ອຍນ້ອງແມ່ຍິງໄດ້ພັດທະນາຕົນເອງ, ກ້າສະແດງອອກ ເປີດໂອກາດໄດ້ເຂົ້າຮ່ວມໃນກິດຈະກໍາບານເຕະ ເຊິ່ງທີ່ຜ່ານມາແຂວງບໍ​ບໍ​ລິ​ຄຳ​ໄຊໄດ້ສົ່ງນັກກິລາເຂົ້າຮ່ວມໃນລາຍການ, ໃນການແຂ່ງຂັນຕ່າງໆ ຖືເປັນປະສົບການ ເພື່ອພັດທະນາຕົນເອງ ກໍຄືປະເທດຊາດ.

                 ພາຍໃນງານສຕລຍັງໄດ້ມອບບານເຕະໃຫ້ບັນດາໂຮງຮຽນທີ່ເຂົ້າຮ່ວມທັງ 10 ພາກສ່ວນຄື: ປະຖົມປາກຊັນໃຕ້, ໄຊມຸງຄຸນ, ສີວິໄລ, ໂພນໄຊເໜືອ, ແຕ່ງທອງ, ສວນສະຫວັນ, ສີສະອາດ, ນາສົ້ມມໍ, ໄຊສົມບູນ ແລະປະຖົມຊະນະໄຊ. ນອກນັ້ນຍັງໄດ້ຫລິ້ນກິດຈະກໍາຫລາຍຢ່າງ ບໍ່ວ່າຈະເປັນຫລອກບານ, ຊຸດບານ, ສົ່ງບານ, ເກມມ່ວນຊື່ນແລະຈັບບານ.