ນະຄອນຫຼວງວຽງຈັນ ຊະນະ ຍິງຈຸດໂທດກັບອຸດົມໄຊ 4-2

19/10/2022

ການແຂ່ງຂັນບານເຕະຍິງຮອບຮອງຊະນະເລີດໃນລາຍການແຂ່ງຂັນກິລາບານເຕະແຫ່ງຊາດໃນວັນທີ 19/10/2022ຄູ່ທໍາອິດເປັນການພົບກັນລະຫວ່າງທິມນະຄອນຫຼວງວຽງຈັນກັບທິມແຂວງອຸດົມໄຊ.ຜ່ານການແຂ່ງຂັນເຫັນວ່າ ເກມການຫຼິ້ນລະຫວ່າງຄູ່ນີ້ໄດ້ດຶງຄວາມສົນໃຈຈາກຜູ້ເຂົ້າຮັບຊົມເປັນຢ່າງດີ ແລະ ເກມການຫຼີ້ນກໍມີເຕັກນິກທີ່ດີທັງສອງຄູ່,ຫຼັງຈາກສິ້ນສຸດການແຂ່ງຂັນ 80 ນາທີ ທັງຄູ່ສະເໝີກັນ 0-0. ດັ່ງນັ້ນ ຈຶ່ງໄດ້ມີການຕັດສິນດ້ວຍການຍິງບານຢູ່ທີ່ຈຸດໂທດ 11 ແມັດ.ຜົນການຍິງບານຢູ່ຈຸດໂທດຄັ້ງນີ້ເຮັດໃຫ້ນະຄອນຫຼວງວຽງຈັນເປັນຝ່າຍ ຊະນະ ແຂວງອຸດົມໄຊ 4-2 ແລະ ລໍຖ້າເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດ.

ສໍາລັບການແຂ່ງຂັນຄູ່ທີ 2 ເປັນການພົບກັນລະຫວ່າງແຂວງຊຽງຂວາງ ແລະ ແຂວງຈໍາປາສັກ ບັນຍາກາດໃນການແຂ່ງຂັນຄູ່ນີ້ຕ່າງຝ່າຍຕ່າງກໍ່ບຸກໜັກຫວັງເອົາຊະນະເພື່ອທີ່ຈະເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດ. ໃນເຄິ່ງເວລາທີ 1 ແຂວງຊຽງຂວາງເປັນຝ່າຍນໍາປະຕູໄປກ່ອນໃນນາທີ ທີ 31 ຈາກການຍິງຂອງນັກກິລາໝາຍເລກ 22 ຄໍາອົ້ນ ວິລະວົງ ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ໃນນາທີ ທີ 48 ແຂວງຈໍາປາສັກ ສາມາດຕີສະເໝີຂຶ້ນມາໄດ້ຈາກການຍິງຂອງນັກກິລາໝາຍເລກ 11 ວິໄລວັນ ແກ້ວສະໝຸດ. ແຂວງຈໍາປາສັກພາຍຫຼັງຕີສະເໝີໄດ້ແລ້ວຍັງບໍ່ລົດລະຄວາມພະຍາຍາມຈາກນັ້ນ 10 ນາທີຕໍ່ມາຄືໃນນາທີ ທີ 58 ເຣມາ ແສງປະເສີດ ກໍ່ຍິງປະຕູໃຫ້ກັບແຂວງຈໍາປາສັກໄດ້ຕື່ມອີກເປັນປະຕູທີ2. ສ່ວນແຂວງຊຽງຂວາງເພີ້ມການບຸກຂຶ້ນຕື່ມແຕ່ກໍ່ບໍ່ປະສົບຜົນສໍາເລັດ ສິ້ນສຸດການແຂ່ງຂັນທິມ ແຂວງຈໍາປາສັກ ຊະນະທິມ ແຂວງຊຽງຂວາງ 2-1 ແລະ ໄດ້ເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດເຊິ່ງຈະພົບກັບທິມນະຄອນຫຼວງວຽງຈັນໃນວັນທີ 21/10/2022.