ທິມນະຄອນຫຼວງວຽງຈັນຊະນະເລີດບານເຕະຍິງ

21/10/2022

ໃນທີ່ສຸດການແຂ່ງຂັນບານເຕະຍິງໃນລາຍການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ກໍ່ມາເຖິງຮອບສຸດທ້າຍ ຄືຮອບຊິງຊະນະເລີດພາຍຫຼັງໄດ້ຜ່ານການແຂ່ງຂັນໃນຮອບຄັດເລືອກຜ່ານມາເປັນເວລາ 10 ກ່ວາມື້ ເຊິ່ງເລີ່ມການແຂ່ງຂັນມາຕັ້ງແຕ່ວັນທີ 09/10 ຈົນມາເຖິງວັນທີ 21/10/2022 ເປັນມື້ປິດສາກການແຂ່ງຂັນ.

ສໍາລັບຮອບຊິງຊະນະເລີດເປັນການພົບກັນລະຫວ່າງທິມນະຄອນຫຼວງວຽງຈັນແຊ້ມເກົ່າໃນການແຂ່ງຂັນບານເຕະຕ້ອນຮັບວັນຊາດທີ 2 ທັນວາຄົບຮອບ 45 ປິ ພົບກັບທິມແຂວງຈໍາປາສັກທີ່ສະໜາມກິລາແຫ່ງຊາດຫຼັກ16.

ການແຂ່ງຂັນລະຫວ່າງຄູ່ນີ້ໃນເຄິ່ງເວລາທີ 1 ປະກົດວ່າ ນະຄອນຫຼວງວຽງຈັນເປັນຝ່າຍຄອງບານໄດ້ຫຼາຍກ່ວາມາຮອດນາທີ ທີ 12 ໝາຍເລກ 18 ອິນທິດາ ຄູນສີ ຂອງນະຄອນຫຼວງວຽງຈັນໄດ້ຍິງບານໄໝໄລຍະໄກເຂົ້າມືຜູ້ຮັກສາປະຕູຂອງແຂວງຈໍາປາສັກ ແຕ່ຜູ້ຮັກສາປະຕູຈັບບານຄ່ອຍເກີນໄປ ແລະ ບານຫຼຸດເຂົ້າປະຕູໄປຢ່າງສວຍງາມ ເຮັດໃຫ້ນະຄອນຫຼວງວຽງຈັນເປັນຝ່າຍນໍາປະຕູໄປກ່ອນ 1-0 ໃນເຄິ່ງເວລາທີ 1.

ສໍາລັບເກມການແຂ່ງຂັນໃນເຄິ່ງເວລາທີ 2 ແຂວງຈໍາປາສັກປ່ຽນມາເປັນຝ່າຍບຸກເພື່ອຫວັງຕີສະເໝີໃຫ້ໄດ້. ທັງສອງທີມມີນັກກິລາໄດ້ຮັບບາດເຈັບຫຼາຍຂຶ້ນໂດຍສະເພາະແມ່ນແຂວງຈໍາປາສັກມີນັກກິລາເຈັບພໍສົມຄວນ 3 ຄົນ. ແຂວງຈໍາປາສັກໃຊ້ຄວາມພະຍາຍາມຫຼາຍຄັ້ງ ແຕ່ບໍ່ປະສົບຜົນສໍາເລັດ,ໃນຂະນະດຽວກັນ ກອງຫຼັງຂອງນະຄອນຫຼວງວຽງຈັນກໍ່ຫຼີ້ນເກມຕ້ານໄດ້ຢ່າງແຂງແກ່ນ. ສິ້ນສຸດເວລາຂອງການແຂ່ງຂັນ ນະຄອນຫຼວງວຽງຈັນ ເອົາຊະນະ ແຂວງຈໍາປາສັກ 1-0 ແລະ ໄດ້ກາຍເປັນແຊ້ມ ຫຼື ຊະນະເລີດໃນການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ປະເພດຍິງ ເຊິ່ງຍັງຮັກສາຕໍ່າແໜ່ງແຊ້ມໄດ້ເປັນສະໄໝ 2.

ຫຼັງຈາກສິ້ນສຸດການແຂ່ງຂັນແລ້ວກໍ່ມີພິທີມອບຫຼຽນໃຫ້ກໍາມະການທີ່ໄດ້ລົງຕັດສິນໃນຮອບຊິງຊະນະເລີດ ຈາກນັ້ນກໍ່ມີການມອບລາງວັນໃຫ້ກັບນັກກິລາ ແລະ ຄູຝຶກດີເດັ່ນດັ່ງນີ້:

·       ລາງວັນຜູ້ຍິງປະຕູສູງສຸດ: ນັກກິລາໝາຍເລກ 8 ແກ້ມມີ້ ອຸດົມສຸກ ນະຄອນຫຼວງວຽງຈັນ ລົງສະຫນາມ 6 ນັດ ຍິງໄດ້ 8 ປະຕູ ໄດ້ຮັບເງິນ 5.000.000 ກີບ.

·       ລາງວັນຜູ້ຮັກສາປະຕູດີເດັ່ນ: ບັງອອນ ພອນໄຊ ນັກກິລານະຄອນຫຼວງວຽງຈັນ ລົງສະຫນາມ 5 ນັດ ບໍ່ເສຍຈັກປະຕູ ໄດ້ຮັບເງິນ 5.000.000 ກີບ.

·       ລາງວັນນັກກິລາດີເດັ່ນປະຈຳການແຂ່ງຂັນ: ນັກກິລາໝາຍເລກ 18 ອິນທິດາ ຄູນສີ ນະຄອນຫຼວງວຽງຈັນ ໄດ້ຮັບເງິນ 5.000.000 ກີບ.

·       ລາງວັນຄູຝຶກດີເດັ່ນ: ທ່ານ ວຽງສະຫວັນ ໄຊຍະບູນ ນະຄອນຫຼວງວຽງຈັນ ໄດ້ຮັບເງິນ 5.000.000 ກີບ.

ຕໍ່ຈາກນັ້ນກໍ່ໄດ້ມີການມອບຫຼຽນ ແລະ ເງິນລາງວັນໃຫ້ແກ່ ແຂວງຈໍາປາສັກ ທີ່ໄດ້ເປັນທີມຮອງແຊັມ ຫຼື ຮອງຊະນະເລີດໂດຍໄດ້ຮັບເງິນຈໍານວນ 50,000,000 ກີບ.

ອັນດັບຕໍ່ມາກໍ່ເປັນການມອບຫຼຽນ, ເງິນລາງວັນຈໍານວນ 100,000,000 ກີບ ແລະ ຂັນຊະນະເລີດໃຫ້ແກ່ ທິມນະຄອນຫຼວງວຽງຈັນ. ເປັນກຽດຂຶ້ນມອບຂັນໂດຍແມ່ນທ່ານ ຮສ ປອ ພຸດ ສີມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.