ຝຶກອົບຮົມ ກໍາມະການຕັດສິນ ເພື່ອກະກຽມ ການແຂ່ງຂັນບານເຕະ U16 ແລະ U19 ຊີງຂັນປະທານສຕລ ປະຈຳປີ 2024

27/05/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 16ປີ(U16) ແລະ ຮຸ່ນອາຍຸບໍ່ເກິນ 19 ປີ (U19) ຊີງຂັນປະທານສຕລ ປະຈໍາປີ 2024 ທີ່ຈະຈັດຂື້ນລະຫວ່າງວັນທີ 27-30 ພຶດສະພາ 2024 ໂດຍມີທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກ ກຳມະການຕັດສິນ ສຕລ ເປັນຄູຝຶກ, ຜູ້ປະເມີນກຳມະການຕັດສິນ ແລະ ກຳມະການຕັດສິນ ທັງຫມົດ 35 ຄົນ ທີ່ມາຈາກຫລາຍພາກສ່ວນເຂົ້າຮວ່ມ.

ສຳລັບຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອກະກຽມຄວາມພ້ອມໃນດ້ານກຳມະການຕັດສິນໃຫ້ແກ່ການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 16ປີ(U16) ແລະ ຮຸ່ນອາຍຸບໍ່ເກິນ 19 ປີ (U19) ຊີງຂັນປະທານສຕລ ປະຈໍາປີ 2024 ທີ່ຈະເປີດສາກຂຶ້ນໃນຕົ້ນເດືອນມິຖຸນາ ທີ່ຈະມາເຖິງນີ້.

ການຝຶກອົບກຳມະການຕັດສິນຄັ້ງນີ້ຈະດຳເນີນໄປເປັນເວລາ03ວັນຄືເລີ່ມແຕ່ວັນທີ 27- 29 ພຶດສະພາ 2024 ໂດຍຜູ້ເຂົ້າຮວ່ມຝຶກອົບຮົມຈະໄດ້ຮຽນຮູ້ທັງພາກທິດສະດີແລະພາກປະຕິບັດຕົວຈິງ.ໃນນັ້ນແມ່ນຈະໄດ້ຮຽນຮູ້ກົດລະບຽບຂອງສະຫະພັນບານເຕະສາກົນຫຼືFIFAສະບັບປັບປຸງໃໝ່, ລົງພາກປະຕິບັດຕົວຈິງຢູ່ສະຫນາມ, ພ້ອມດຽວກັນນັ້ນກໍ່ຈະໄດ້ມີການທົດສອບພະລະກຳລັງຕື່ມອີກ.