Logo
English
Logo
  • ກ່ຽວກັບ ສຕລ
    • ໂຄງຮ່າງການຈັດຕັ້ງ ສຕລ
    • ເລຂາທິການ
    • ຕິດຕໍ່ ສຕລ
    • ສະໝັກວຽກ
  • ການແຂ່ງຂັນ
    • Pepsi Lao League 1
  • ການພັດທະນາ
    • ຈຳປີ-ຈຳປາ
    • ກຳມະການ
  • ທີມຊາດລາວ
    • A Team
    • U 23
    • U 20
    • U 17
  • ສະໂມສອນ
    • ສະໂມສອນບານເຕະ
    • ສະຫະພັນບານເຕະແຂວງ
  • ສື່ໂຄສະນາ
    • ຂ່າວສານ
    • ຮູບພາບ
    • ວິດີໂອ
  1. ໜ້າຫຼັກ
  2. ຄັງຮູບພາບ
  3. ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະນະຄອນຫຼວງ ຈັດຝຶກອົບຮົມກໍາມະການຕັດສິນ

ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະນະຄອນຫຼວງ ຈັດຝຶກອົບຮົມກໍາມະການຕັດສິນ

23/05/2023
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover
Slide Cover

ວັນທີ 23 ພຶ​ດ​ສະ​ພາ 2023 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບສະຫະພັນບານເຕະນະ​ຄອນ​ຫຼວງວຽງຈັນ ໄດ້ຈັດພິ​ທີເປີດຝຶກອົມຮົມວຽກງານ ກຳມະການຕັດສິນຂື້ນທີ່​ຫ້ອງ​ປະ​ຊຸມຂອງສຕລ, ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​​ຂອງ ທ່ານ ສົມ​ສະ​ນຸກ ລຽນ​ສະ​ຫວັນ ຮອງ​ເລ​ຂາ​ທິ​ການ ສຕລ.

ໃນໂອກາດກ່າວມີຄຳເຫັນຕໍ່ການຝຶກອົບຮົມ,ທ່ານ ສົມສະ​ນຸກ ລຽນ​ສະ​ຫວັນ ໄດ້ຮຽກຮ້ອງ​ໃຫ້​ຜູ້​ເຂົ້າ​ຮ່ວມ​ຈົ່ງ​ຕັ້ງ​ຫນ້າ​ສູມ​ໃສ່​ສະ​ຕິ​ປັນ​ຍາ ນຳ​ເອົາ​ຄວາມ​ຮູ້ ຄວາມ​ສາ​ມາດ​ ແລະ ​ບົດ​ຮຽນທີ່ໄດ້ຮັບ​ໃນ​ຄັ້ງ​​ນີ້​ໄປ​ຫມູນ​ໃຊ້​ເຂົ້າ​ໃນ​ການ​ຕັດ​ສິນ ການ​ແຂ່ງ​ຂັນກິລາບານເຕະລາວ​ລີກ 2 ນະ​ຄອນ​ຫຼວງວຽງຈັນທີ່​ຈະ​ເປີດ​ຂຶ້ນ​ໃນ​ໄວໆ​ນີ້ ແລະ ຍັງ​ໄດ້​ແນະ​ນຳ​ບັນ​ດາ​ກຳ​ມະ​ກາ​ນ​ຕັດ​ສິນນະ​ຄອນ​ຫຼວງວຽງຈັນວ່າ;ກໍລະນີມີທ່ານໃດ​ມີ​ຜົນ​ງານ​ພົ້ນ​ເດັ່ນ​ກໍ​ຈະ​ມີ​ໂອ​ກາດເຂົ້າຮວ່ມເປັນກຳມະການ​ຕັດ​ສິນ​ບັນ​ດາ​ລາຍ​ການ​ຕ່າງໆ​ທີ່ສຕລ​ຈັດ​ຂຶ້ນ​ເປັນ​ຕົ້ນ​ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນຊາຍ ຮຸ່​ນ​ອາ​ຍຸ​ບໍ່​ເກີນ 15 ປີ, ​ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນຊາຍ ຮຸ່​ນ​ອາ​ຍຸ​ບໍ່​ເກີນ 18 ປີ ແລະ ການ​ແຂ່ງ​ຂັນ​ບານ​ເຕະ​ລີກ​ເພດ​ຍິງ.

ຈຸດ​ປະ​ສົງ​ໃນ​ການຝຶກອົບຮົມກຳ​ມະ​ການ​ຕັດ​ສິນຄັ້ງນີ້ ກໍເພື່ອກະກຽມການແຂ່ງຂັນບານເຕະລາວລີກ 2 ນະ​ຄອນ​ຫຼວງວຽງຈັນ, ການແຂ່ງຂັນລະດັບມັດທະຍົມຕອນຕົ້ນປະເພດຊາຍ - ຍິງ ແລະການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ - ຍິງ, ໂດຍ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ຮຽນຮູ້ກະຕິກາຂອງສະຫະພັນບານເຕະສາກົນຫຼືFIFAສະບັບປັບປຸງໃຫມ່ ການ​ຝຶກ​ອົບ​ຮົມ​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 2 ວັນ​ ຄື: ວັນ​ທີ 23-24 ພຶດ​ສະ​ພາ 2023 ໂດຍ​ມີ​ຜູ້​ເຂົ້າ​ຮ່ວ​ມ​ທັ​ງ​ຫມົດ 16 ຄົນ​ ໃນ​ນັ້ນ​ເປັນ​ຍິງ 2 ຄົນ.ໃຫ້ກຽດເຂົ້າຮວ່ມໃນພິທີນີ້ ຍັງມີທ່ານ ໄຊ​ປະ​ເສີດ ພົງ​ຊະ​ນິດ ຫົວ​ໜ້າ​ພະ​ແນກ​ກຳ​ມະ​ການ​ຕັດ​ສິນ ສ​ຕ​ລ ທັງ​ເປັນ​ຜູ້​ຝຶກ​ສອນ​ກຳ​ມະ​ການ​ຕັດ​ສິນ ສ​ຕ​ລ ພ້ອມ​ດ້ວຍ ວິ​ຊາການ​ທີ່​ກ່ຽ​ວ​ຂ້ອງ ເຂົ້າ​ຮ່ວມ.

ຮູບພາບຫຼ້າສຸດ

gallery Cover
ສຕລຈັດຝຶກອົບຮົມຄູຝຶກພາລະກໍາລັງລະດັບ 1A ປະຈໍາປີ 2023
07/09/2023
gallery Cover
ເອສະຣາ ຄວ້າແຊ້ມ ການແຂ່ງຂັນບານເຕະເຍົາວະຊົນ U18 ຊີງຂັນ ສຕລ ປະຈຳປີ 2023
07/09/2023
gallery Cover
ຊ້າງນ້ອຍ ຄວ້າແຊ້ມ ການແຂ່ງຂັນບານເຕະເຍົາວະຊົນ U15 ຊີງຂັນ ສຕລ ປະຈຳປີ 2023
07/09/2023
gallery Cover
ຊ້າງນ້ອຍ ຄວ້າແຊ້ມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 2023 ເປັນສະໄຫມທີ 2 ຕິດຕໍ່ກັນ ພ້ອມສ້າງສະຖິຕິ ບໍ່ເສຍໃຫ້ທີມໃດ 35 ນັດ ນັບຕັ້ງແຕ່ປີ 2020
02/07/2023

ຜູ້ສະໜັບສະໜູນຫຼັກ

Pepsi
TigerHead
Revive
Sting
Lao Telecom

ຜູ້ສະໜັບສະໜູນຈາກພາກສ່ວນເຄື່ອງດື່ມ

Pepsi
TigerHead
Revive
Sting

ຜູ້ສະໜັບສະໜູນຈາກພາກສ່ວນໂທລະຄົມ

Lao Telecom
ກ່ຽວກັບ ສຕລ
  • ໂຄງຮ່າງການຈັດຕັ້ງ ສຕລ
  • ເລຂາທິການ
  • ຕິດຕໍ່ ສຕລ
  • ສະໝັກວຽກ
ການແຂ່ງຂັນ
  • Pepsi Lao League 1
ການພັດທະນາ
  • ຈຳປີ-ຈຳປາ
  • ກຳມະການ
ທີມຊາດລາວ
  • A Team
  • U 23
  • U 20
  • U 17
ສະໂມສອນ
  • ສະໂມສອນບານເຕະ
  • ສະຫະພັນບານເຕະແຂວງ
ສື່ໂຄສະນາ
  • ຂ່າວສານ
  • ຮູບພາບ
  • ວິດີໂອ
ສະຫະພັນບານເຕະແຫ່ງຊາດລາວ © ສະຫງວນລິຂະສິດທັງໝົດ