ສຕຂ ອຸດົມໄຊ

ສຕຂ ອຸດົມໄຊ

ທີ່ຕັ້ງສະໂມສອນ:

ແຂວງ ອຸດົມໄຊ

ຜູ້ຈັດການ:

ທ່ານ ສີຖາວອນ ພິລະວົງ

ຂ່າວສານກ່ຽວກັບ ສຕຂ ອຸດົມໄຊ

News Cover

ທະຫານແຂວງ ຄວ້າແຊ້ມ ລາວລີກ 2 ແຂວງອຸດົມໄຊ

28/10/2026

         ຜົນການການແຂ່ງຂັນກິລາບານເຕະ ອຸດົມໄຊ ລາວລີກ 2 ປະຈຳປີ 2026 ທີ່ຈັດຂື້ນລະຫວ່າງວັນທີ 3 ສິງຫາ ຫາ ວັນທີ 22 ຕຸລາ 2026 ຜ່ານມາ, ມີທີມເຂົ້າຮ່ວມແຂ່ງຂັນທັງຫມົດ 9 ສະໂມສອນ ຄື: ສະໂມສອນ ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ເມືອງໄຊ , SDN, ຄຣີນິກ ອຸດົມໄຊ, ອາລີ 99 ໂມບາຍ ແລະ ສະໂມສອນ Legend.

       ຜ່ານການແຂ່ງຂັນ ສະໂມສອນ ກອງບັນຊາການທະຫານແຂວງ ແຂ່ງ 16 ນັດ ຊະນະ 15 ສະເໝີ 1 ມີ 46 ຄະແນນ ຄວ້າແຊ້ມໄປຄອງ ພ້ອມໄດ້ຮັບຂັນແຊ້ມ, ຫຼຽນແລະເງິນລາງວັນ 15,000,000 ກີບ, ຮອງແຊ້ມ ສະໂມສອນ ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ແຂ່ງ 16 ນັດ ຊະນະ 14 ສະເໝີ 1 ເສຍ 1 ມີ 43 ຄະແນນ ໄດ້ຮັບລາງວັນ 10,000,000 ກີບ, ອັນດັບທີ 3 ພະແນກ ສຶກສາທິການ ແລະ ກິລາແຂວງ ໄດ້ຮັບລາງວັນ 5,000,000 ກີບ, ອັນດັບ 4 ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ອັນດັບ 5 ເມືອງໄຊ, ອັນດັບ 6 ຄຣີນິກ ອຸດົມໄຊ, ອັນດັບ 7 ອາລີ 99 ໂມບາຍ, ອັນດັບ 8 Legend ແລະ ອັນດັບ 9 SDN.

       ສະໂມສອນ ທະຫານແຂວງອຸດົມໄຊ ໄດ້ສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2026/27 ໃນຖານະແຊ້ມ ລາວລີກ 2 ແຂວງອຸດົມໄຊ.