ສຕຂ ສະຫວັນນະເຂດ

ສຕຂ ສະຫວັນນະເຂດ

ທີ່ຕັ້ງສະໂມສອນ:

ແຂວງ ສະຫວັນນະເຂດ

ຜູ້ຈັດການ:

ທ່ານ ຄໍາໃສ ສົດທິໂສ

ຂ່າວສານກ່ຽວກັບ ສຕຂ ສະຫວັນນະເຂດ

News Cover

ສະຫະພັນບານເຕະ ແຂວງສະຫວັນນະເຂດ ຫາລືກຽມຄວາມພ້ອມຮອບດ້ານໃສ່ການແຂ່ງຂັນເຕະບານລາວລີກ 2

08/06/2024


                   ສະຫະພັນກິລາບານເຕະ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືດ້ານອະນຸກໍາມະການຄວາມຮັບຜິດຊອບແຕ່ລະໜ້າວຽກຮ່ວມກັບຄະນະຄູຝືກທີ່່ຈະສົ່ງທີມເຂົ້າຮ່ວມແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024 ໃນວັນທີ 5 ມີຖຸນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ໄພສານ ຈັນສີນາ ປະທານສະຫະພັນບານເຕະແຂວງສະຫວັນນະເຂດ, ມີທ່ານ ສົມສິດ ຫວັນນະບົວທອງ ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍກໍາມະການຕັດສິນ, ຄະນະຄູຝຶກເຂົ້າຮ່ວມ.

                  ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ການແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024 ຊຶ່ງຈະຈັດຂຶ້ນໃນວັນທີ 8 ມິຖຸນາ 2024 ທີ່ສະໜາມກິລາແຂວງສະຫວັນນະເຂດ (ຫຼັກ 4).

              ໃນກອງປະຊຸມ, ທ່ານ ສຸພີ ເຄືອບມະວົງ ອະນຸກໍາມະການຈັດງານແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024 ໄດ້ຜ່ານຮ່າງກົດລະບຽບຕ່າງໆໃຫ້ກັບຄະນະຄູຝຶກແຕ່ລະທີມທີ່ຈະເຂົ້າຮ່ວມແຂ່ງຂັນໄດ້ຮັບຊາບ ພ້ອມພາກັນຈັດຕັ້ງປະຕິບັດໃຫ້ປະກົດເປັນຈິ່ງ. ນອກຈາກນັ້ນ, ຄະນະຄູຝຶກແຕ່ລະທີມໄດ້ຜັດປ່ຽນກັນປະກອບຄໍາເຫັນຕ່າງໆເຂົ້າໃສ່ຮ່າງກົດລະບຽບໃຫ້ໜັກແໜ້ນກ່າວເກົ່າຕື່ມອີກ.

               ໂອກາດດັ່ງກ່າວ, ທ່ານ ປະທານ ໄດ້ຜັດປ່ຽນກັນໃຫ້ຄຳຄິດຄຳເຫັນ ປຶກສາຫາລື ເພື່ອຈະເຮັດໃຫ້ງານແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024 ຄັ້ງນີ້ ສຳເລັດລຸລ່ວງໄປດ້ວຍດີ. ດັ່ງນັ້ນ, ຈຶ່ງເປັນສິ່ງທ້າທາຍຫຼາຍດ້ານໃນງານຄັ້ງນີ້້ ໂດຍເນັ້ນໜັກໃຫ້ບັນດາຄະນະກຳມະການຕັດສິນ ແລະ ຄະນະຄູຝຶກໃນແຕ່ລະທີມທີ່ເຂົ້າຮ່ວມການແຂ່ງຂັນ ຕ້ອງປະຕິບັດກົດລະບຽບໂມງເວລາໃນການລົງແຂ່ງຂັນໃຫ້ທ່ວງທັນທຸກໆຄັ້ງ ແລະ ຂໍໃຫ້ທຸກຄົນເປັນເຈົ້າການຕື່ມອີກ.

                 ສໍາລັບການແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024 ແມ່ນຈະຈັດຂຶ້ນໃນວັນທີ 8 ມິຖຸນາ 2024 ທີ່ສະໜາມກິລາແຂວງສະຫວັນນະເຂດ (ຫຼັກ 4) ໂດຍມີ 8 ທີມເຂົ້າຮ່ວມຊີງໄຊ ປະກອບມີ ເຮືອເຫຼັກ ເອັບຊີ, ສະຫວັນ ຢູໄນເຕັດ, ໂພໄຊນ້ອຍ, ຮາລີນ້າ, ມະຫາວິທະຍາໄລສະຫວັນນະເຂດ, ເຊໂນ, ອີໂວ້ ແລະ ດັບວູບ. ການແຂ່ງຂັນໃນຄັ້ງນີ້, ຄາດວ່າ ຈະສຳເລັດພາຍໃນເດືອນກໍລະກົດ 2024.