ສຕຂ ນະຄອນຫຼວງວຽງຈັນ

ສຕຂ ນະຄອນຫຼວງວຽງຈັນ

ທີ່ຕັ້ງສະໂມສອນ:

ນະ​ຄອນ​ຫຼວງວຽງ​ຈັນ

ຜູ້ຈັດການ:

ທ່ານ ຄອນສະຫວັນ ສິດທິໄທ

ຂ່າວສານກ່ຽວກັບ ສຕຂ ນະຄອນຫຼວງວຽງຈັນ

News Cover

ເຄເອັມທີ ຄວ້າແຊ້ມບານເຕະລາວລີກ 2 ນະຄອນຫຼວງວຽງຈັນ 2026

06/08/2026

          ພິທີປິດ ແລະ ສະຫຼຸບການຈັດການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນ ປະຈຳປີ 2026 ໄດ້ປິດສາກລົງ ເປັນທີ່ຮຽບຮ້ອຍແລ້ວພາຍຫຼັງດຳເນີນການແຂ່ງຂັນມາຕັ້ງແຕ່ວັນທີ 1 ມິຖຸນາ ຫາ 2 ສິງຫາ 2026 ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ນາງ ວິໄລວອນ ຈັນທະລາຕິ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ສຸລິວັນ ເຊີນວິໄລ, ທ່ານ ບຸນມີ ຫຼ່ຽມ ໄຊຍະຈັກ ແລະ ທ່ານ ບຸນມີ ໄຊຍະວົງ ທັງ 3 ທ່ານ ເປັນຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ທ່ານ ຈັນທະວົງ ສິິລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ບັນດາຜູ້ໃຫ້ການສະໜັບສະໜູນ, ສື່ມວນຊົນ ແລະ ແຟນບານເຂົ້າຮ່ວມ.

        ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກໄດ້ຍົກໃຫ້ເຫັນຂໍ້ຫຍຸ້ງຍາກດ້ານການໂຄສະນາ-ປະຊາສຳພັນ ທີ່ຍັງມີຂໍ້ຈຳກັດດ້ານງົບປະມານ ເຮັດໃຫ້ການເຂົ້າເຖິງມວນຊົນຍັງບໍ່ທັນກວ້າງ ຂວາງເທົ່າທີ່ຄວນ; ແຕ່ກໍຖືເປັນບາດກ້າວທີ່ສຳຄັນ ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກແຟນບານ ເຊິ່ງ ຫວັງຢ່າງຍິ່ງວ່າໃນປີຕໍ່ໆໄປ ວົງການບານເຕະນະຄອນຫຼວງວຽງຈັນຈະສືບຕໍ່ເຕີບໃຫຍ່ເຂັ້ມແຂງຂຶ້ນກວ່າເກົ່າ.

        ການແຂ່ງຂັນຄັ້ງນີ້ ມີ 6 ສະໂມສອນເຂົ້າຮ່ວມຊີງໄຊ ລວມທັງໝົດ 30 ນັດ ຜ່ານການແຂ່ງຂັນ ຜົນປະກົດວ່າ:ຊະນະເລີດ/ແຊ້ມ)ເປັນຂອງ ສະໂມສອນ ເຄເອັມທີ ເອັຟຊີ ໂດຍໄດ້ຮັບຂັນຊະນະເລີດ 1 ໜ່ວຍ, ຫຼຽນລາງວັນ ແລະ ເງິນລາງວັນ 30,000,000 ກີບ, ສ່ວນອັນດັບ 2: ເປັນຂອງສະໂມສອນ ເອັຟຊີ ຈັນທະບູລີ ໄດ້ຮັບເງິນລາງວັນ 15,000,000 ກີບ, ອັນດັບ 3: ສະໂມສອນ ເອັສອີຊີ ຢູໄນເຕັດ ຮັບເງິນລາງວັນ 5,000,000 ກີບ. ອັນດັບ 4 ສະໂມສອນ ພິທີເຄ ຢູໄນເຕັດ, ອັນດັບ 6 ສະໂມສອນ ເມດິຄໍ ເອັຟຊີ ແລະ ສະໂມສອນ ເຄພີເອັສ ເອັຟຊີ .

       ນອກຈາກນີ້ ຍັງມີ   ລາງວັນບຸກຄົນດີເດັ່ນປະກອບມີ: ນັກເຕະດີເດັ່ນປະຈຳລາຍການ: ທ້າວ ມິນສະດາ ເວດສະວົງ ຈາກສະໂມສອນ ເຄເອັມທີ ເອັບຊີ, ຄູຝຶກດີເດັ່ນ: ທ່ານ ອ່ອນສີ ວັນນະເກດ ຈາກສະໂມສອນ ເຄເອັມທີ ເອັບຊີ, ຜູ້ຮັກສາປະຕູດີເດັ່ນ: ທ້າວ ຈັນທະວີໄຊ ທຽບອານົງ ຈາກສະໂມສອນ ເອັບຊີ ຈັນທະບູລີ ແລະ ກຳມະການຕັດສິນດີເດັ່ນ: ຈຳນວນ 5 ທ່ານ ໄດ້ແກ່ ທ່ານ ວົງວິໄລ ໄຊຍະບັນດິດ, ທ່ານ ຂຽວ ບຸນຄຸນສອນ, ທ່ານ ໄຊສະນິດ ນາດ້າ, ທ່ານ ຄາມີ ອິນທະພັນ ແລະ ທ່ານ ນາງ ນົກ ໄພສະຫວັນ. ຂ່າວ:ທິບພະກອນພະກາສີ