ສຕລ ແຕ່ງຕັ້ງ ຮາ ຮອກ ຈູນ (HA HYEOKJUN) ເປັນຫົວໜ້າຄູຝຶກ ທີມຊາດລາວ ຄົນໃຫມ່

14/08/2024

           ວັນທີ 14 ສິງຫາ 2024 ສະຫະພັນບານເຕະແຫ່ງຊາດລາວ ໄດ້ຖະແຫລງຂ່າວການແຕ່ງຕັ້ງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ໄວ 54 ປີ ສັນຊາດ ສ. ເກົາຫລີ ຮັບຫນ້າທີ່ເປັນ ຄູຝຶກ ທີມຊາດລາວ ຄົນໃຫມ່ ເຊິ່່ງຈະຄຸມທີມຊາດລາວ ຊຸດໃຫຍ່ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປິ.

            ສຳລັບປະຫວັດ ຂອງ ທ່ານ ຮາ ຮອກ ຈູນ ແມ່ນເກີດ ວັນທີ 27 ມັງກອນ 1970 ເປັນຄົນສັນຊາດ ສ. ເກົາຫລີ, ມີໃບປະກາດ AFC/KFA INSTRUCTOR PRO-LICENSE ທຽບເທົ່າ AFC Professional Diploma ແລະ ມີຜົນງານການຄຸມທີມ ຄື: 

- ປີ 2009 – 2011 ເຮັດວຽກຢູ່ທີ່ ສະຫະພັນບານເຕະເກົາຫລີ (KFA)

- ປີ 2012 – 2013 ເປັນຜູ້ຊ່ວຍຄູຝຶກ ທີມຊາດມຽນມາ ຊຸດໃຫຍ່ ແລະ ທີມຊາດມຽນມາ ຮຸ່ນອາຍຸບໍ່ເກີນ 23 ປີ

- ປີ 2015 - 2016 ເປັນຄູຝຶກພາລະກຳລັງ ສະໂມສອນ BEIJING BEKONG ລີກສູງສຸງ ສປ ຈີນ

- ປິ 2016 - 2017 ເປັນຫົວຫນ້າຄູຝຶກ ສະໂມສອນ BEIJING BEKONG ລີກສູງສຸງ ສປ ຈີນ

- ປີ 2017 - 2018 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ SUWON SAMSUNG BLUEWING ລີກສູງສຸດ ສ.ເກົາຫລີ

- ປີ 2019 - 2021 ເປັນຫົວຫນ້າຄູຝຶກ ສະໂມສອນ ມະຫາວິທະໄລ DAEGU NATIONAL UNIVERSITY 

- ປີ 2023 ເປັນຫົວຫນ້າຄູຝຶກ ສະໂມສອນ Resources Capital FC ລີກສູງສຸດ ເຂດປົກຄອງພິເສດຮົງກົງ 

              ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານ ຮາຮຸກຈູນ ແມ່ນການກຽມທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນ ASEAN Mitsubishi Electric Cup 2024 ແລະ ການແຂ່ງຂັນ AFC Asian Cup 2027 ຮອບຄັດເລືອກ ຮອບ 2.



#LAONATIONALTEAM

#LAOFOOTBALLFEDERATION

#KOREAREPUBLIC

#HAHYEOKJUN