ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ພ້ອມທັງຄະນະວິຊາການ

27/09/2022

ໃນຄໍ່າຄືນຂອງວັນທີ 25 ກັນຍາ 2022 ທ່ານ ນາງ ແສງດາວັນ ວົງໄຊ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ພ້ອມທັງຄະນະວິຊາການ ປະຈໍາສະຖານທູດ ໄດ້ຈັດງານລ້ຽງຕ້ອນຮັບ ຄະນະ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ຢ່າງອົບອຸ່ນ ພ້ອມກັນນັ້ນ

ທ່ານ ປະສາດໄຊ ພິລາພັນເດຊ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວໜ້າຄະນະນໍາທີມຊາຍກໍໄດ້ມອບເສຶ້ື້ອຂອງທີມຊາດລາວ ໃຫ້ກັບ ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ເພື່ອເປັນຂອງທີ່ລະນຶກ.

ທ້າຍພິທີ ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ກໍຍັງໄດ້ຍ້ອງຍໍຊົມເຊີຍ ແລະ ພ້ອມຈະເດີນທາງໄປໃຫ້ກໍາລັງໃຈທີມຊາດລາວ ທີ່ຈະພົບກັບ ເຈົ້າພາບ ບຣູໄນ ເວລາ 15:00 ໂມງລາວ ຂອງວັນທີ 27 ກັນຍາ 2022 ໃນການແຂ່ງຂັນ FIFA DAY ທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນເມືອງ Bandar Seri Begawan ປະເທດບຣູໄນ.