ເປີດຝຶກອົບຮົມໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຢູ່ທີ່ແຂວງເຊກອງ

18/10/2024

ຕອນເຊົ້າ ວັນທີ 18 ຕຸລາ 2024 ທີ່ຜ່ານມາ ນີ້ ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໄດ້ມີພິທີ ເປີດຊຸດຝຶກອົບຮົມໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຂຶ້ນໃນລະຫວ່າງວັນທີ 18-20 ຕຸລາ 2024 ເຂົ້າຮ່ວມໃນພິທີເປິດໂດຍມີ ທ່ານ ສຸລິຄຳ ພອນທະລາ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸດທາລີ ລຸນສິລິ ຄູຝຶກສອນ ຈາກ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງຫມົດ 46 ທ່ານ ໃນນັ້ນເປັນຍິງ 2 ທ່ານ. ຈຸດປະສົງໃນການຝຶກອົບຮົມຄູຝຶກກິລາບານເຕະໃນໂຮງຮຽນຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດແລະວິທີສິດສອນກິລາບານເຕະໃຫ້ກັບຄູພາລະສຶກສາທົ່ວແຂວງເຊກອງ ໄດ້ນໍາເອົາຫຼັກສູດແບບໃໝ່ໆຂອງກິລາບານເຕະໄປນໍາໃຊ້ຝຶກຢູ່ບັນດາໂຮງຮຽນໃນທົ່ວແຂວງເຊກອງ, ເພື່ອເປັນການພັດທະນານັກກິລາບານເຕະລຸ້ນສືບທອດກໍ່ຄືລຸ້ນເຍົາວະຊົນທັງປະເພດຍິງ-ຊາຍໃຫ້ກ້າວສູ່ຄຸນນະພາບສຸງຂື້ນ.ໃນນັ້ນ,ລວມມີການແນະນໍາການຝຶກແອບແບບໝູນສໍາລັບນັກກິລາໃຫ້ເຂົາເຈົ້າໄດ້ປັບປຸງຄວາມສາມາດຂອງນັກກິລາ,ຮູ້ທັກສະ,ມີໄຫວພິກໃນການຫຼີ້ນບານທີ່ຄ່ອງແຄ້ວ,ສ້າງຄວາມປະພຶດກໍ່ຄືມີນໍ້າໃຈນັກກິລາ, ເປັນສູນກາງເຂົ້າເຖິງນັກກິລາ, ເປັນຈຸດສຸມຂອງການພັດທະນານັກກິລາເຍົາວະຊົນ ຍິງ-ຊາຍ ເພື່ອອະນາຄົດ ແລະ ເປັນເວທີສອນນັກກິລາໃຫ້ຫຼີ້ນຫຼາຍກ່ວາເພື່ອເອົາຊະນະ ແລະ ເພື່ອສ້າງການພັດທະນາກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະ ພັດທະນາກິລາບານເຕະມີຄວາມສອດຄ່ອງ ແລະ ເອກກະພາບກັນໃນທົ່ວປະເທດ, ເພື່ອໃຫ້ການຝືກສອນນັບມື້ນັບມື້ມີມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.