ທີມຊາດຍິງລາວຊຸດໃຫຍ່ ກຽມເຂົ້າຮ່ວມແຂ່ງຂັນ ບານເຕະມິດຕະພາບ3ປະເທດທີ່ສະຫະລັດອາຣັບເອມີເລດ

21/10/2024

ທີມຊາດຍິງລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ໂທໂຢດະ ນາຢູຮະ (Toyoda Nayuha) ຄູຝຶກ ສັນຊາດຍີປຸ່ນ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 01 ຕຸລາ 2024 ເປັນຕົ້ນມາ ໂດຍໃນເບື້ອງຕົ້ນມີນັກກິລາ 25 ຄົນ ແລະ ສາມາດຄັດເລືືອກນັກກິລາ ໄດ້ 22 ຄົນ ເພື່ອເຂົ້າຮ່ວມ ການແຂ່ງຂັນບານເຕະ ນັດມິດຕະພາບ 3 ປະເທດ INTERNATIONAL WOMEN'S TOURNAMENT 2024 ຢູ່ປະເທດສະຫະລັດ ອາ ຣັບເອມີເລດ ເຊິ່ງປະກອບມີ 3 ປະເທດຄື: ມາເລເຊຍ, ລາວ ແລະ ຊາອຸດິ ອາຣັບບີ ແຂ່ງຂັນ ໃນລະຫວ່າງວັນທີ 20-31 ຕຸລາ 2024.

ຜ່ານການຕິດຕາມແລະຝຶກຊ້ອມ,ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ(ສຕລ)ສົມທົບກັບຄູຝຶກເຫັນດີປະກາດລາຍຊື່ຄະນະນຳ,ຄູຝຶກແລະນັກກິລາດັ່ງນີ້:

 ຄະນະນຳ,ຄູຝຶກທີ່ເດີນທາງໄປເຂົ້າຮວ່ມລວມ12ທ່ານມີລາຍຊື່ດັ່ງລຸ່ມນີ້:

       1. ທ່ານ  ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ເປັນຫົວຫນ້າຄະນະ

       2. ທ່ານ Toyoda Nayuha ຫົວຫນ້າຄູຝຶກ

       3. ທ່ານ ນ. ວິໄລວັນ ປັນຍານຸວົງ ຜູ້ຊ່ວຍຄູຝຶກ

       4. ທ່ານ ພຸດທະສັກ ສິລິກຸນ ຜູ້ຊ່ວຍຄູຝຶກ

       5. ທ່ານ ນາງ ພຸດ ຄຳສຸກຖາວົງ ຄູຝຶກຜູ້ຮັກສາປະຕູ

       6 .ທ່ານ ນາງ ມີນູ່ ພັກດີ ຜູ້ແປພາສາ

       7. ທ່ານ ນາງ ໄກເກສີ ພົມມະວັນ ຜູ້ຈັດການທີມ

       8 .ທ່ານ ນາງ ມະນີລາ ອາລຸນລັງສີ ບໍລິຫານທີມ

       9. ທ່ານ ຫຼ້າສະໃໝ່ ອຸປະກອນ

      10. ທ່ານ ນ. ຕິກຕ້າ ດວງພະຈັນ ແພດປະຈໍາທີມ

      11. ທ່ານ ນາງ ອ່ອນຕາ ມະນີແສງ ແພດປະຈໍາທີມ

      12. ທ່ານ ພຶດສະພາ ພັນນາມວົງ ສື່ມວນຊົນ

  ນັກກິລາ 22 ຄົນມີລາຍຊື່ດັ່ງລຸ່ມນີ້:

       + ຜູ້ຮັກສາປະຕູ

      1. ນາງ ພັດທະລາວະດີ ສໍໂພທິຣາຊ ຈາກ ສະໂມສອນບານເຕະ ຊ້າງນ້ອຍ

      2. ນາງ ຕາມົນ ສຸກທິວົງ ຈາກ ສະໂມສອນ ບານເຕະ ມາດສເຕີ

      + ກອງຫຼັງ

     3. ສາຍສະມອນ ອິນທະພອນ ຈາກ ສະໂມສອນ ບານເຕະ ທ່າຊ້າງ

     4. ທິບປະກອນ ສີວົງລາດ ຈາກ ສະໂມສອນ ບານເຕະ ທ່າຊ້າງ

     5. ວິລີນທອນ ວົງແສງທອງ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ

     6. ວິໄລພອນ ແພງຊະນະ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ

     7. ຄຳຫລ້າ ແກ້ວມະນີ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ

     8. ຫຼ້ານ້ອຍ ວົງສິງຄໍາ ຈາກ ສະໂມສອນ ບານເຕະ ກອງທັບ

     9. ກາເຫວົາ ວົງພະຈັນ ຈາກ ສະໂມສອນ ບານເຕະ ເອັສອີຊີ

     10. ນິຊາ ສຸລາລຸ ຈາກ ສະໂມສອນ ບານເຕະ ເອັສອີຊີ

     11. ແອ່ນນ້າ ແກ້ວອ່ອນສີ ຈາກ ສະໂມສອນ ບານເຕະ ມາດສເຕີ

+ ກອງກາງ

      12. ອິນທິດາ ຄູນສີ ຈາກ ສະໂມສອນ ບານເຕະ ທ່າຊ້າງ

      13. ແສງເດືອນ ພົງໄພລັດ ຈາກ ສະໂມສອນ ບານເຕະ ມາດສເຕີ

      14. ເກມມີ້ ພັດດາລາ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ

      15. ອາພັດສະລາ ຈັນທະວົງໄຊ ຈາກ ສະໂມສອນ ບານເຕະ ກອງທັບ

      16. ລັດດາ ວໍລະຈິດ ຈາກ ສະໂມສອນ ບານເຕະ ຫຼວງພະບາງ

      17. ສາຍຝົນ ທະມະນີ ຈາກ ສະໂມສອນ ບານເຕະ ຫຼວງພະບາງ

+ ກອງຫນ້າ

      18. ແກ້ມມີ້ ອຸດົມສຸກ ຈາກ ສະໂມສອນບານເຕະ ຊ້າງນ້ອຍ

      19. ແມັກຈັນທາ ພິມມະສອນ ຈາກ ສະໂມສອນບານເຕະ ຈຳປາສັກ

      20. ພະນິກອນ ວັນນະລາດ ຈາກ ສະໂມສອນ ບານເຕະ ເອັສອີຊີ

      21. ທອງດີ ຫຼວງທຸມມາລາ ຈາກ ສະໂມສອນ ບານເຕະ ກອງທັບ

      22. ນຸ້ນ ຈັນທະນາຮັກ ຈາກ ສະໂມສອນບານເຕະ ຫຼວງພະບາງ

ການແຂ່ງຂັນບານເຕະ ນັດມິດຕະພາບ 3 ປະເທດ INTERNATIONAL WOMEN'S TOURNAMENT 2024 ຈັດຂຶ້ນທີ່ສະຫະຣັດ ອາຣັບ ອີມີເຣດ ຮູບແບບການແຂ່ງຂັນແມ່ນພົບກັນຫມົດ. ສ່ວນຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບພາຍຫຼັງ.ການເຂົ້າຮ່ວມ ການແຂ່ງຂັນບານເຕະນັດມີດຕະພາບໃນຄັ້ງນີ້ ທີມຊາດຍິງ ລາວ ຊຸດໃຫຍ່ ແມ່ນກະກຽມທີມ ເພຶ່ອເຂົ້າຮ່ວມ ການແຂ່ງຂັນ ບານເຕະຍິງຊີງແຊ້ມ ອາຊຽນ 2024 AFF WOMEN'S CUP 2024 ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ມີ 6 ປະເທດ ເຂົ້າຮ່ວມແຂ່ງຂັນ ໂດຍແບ່ງອອກເປັນ 2 ກຸ່ມ, ກຸ່ມA: ລາວ ( ເຈົ້າພາບ), ສິງກະໂປ ແລະ ຕີມໍ ເລສເຕ ແລະ ກຸ່ມ ບີ: ກຳປູເຈຍ, ມາເລເຊຍ ແລະ ອິນໂດເນເຊຍ

ກຳນົດການເດີນທາງ ທີມຊາດຍິງ ລາວ ຊຸດໃຫຍ່ ແມ່ນຈະອອກເດີນທາງໃນເວລາ 20:30 ຂອງວັນທີ 22 ຕຸລາ 2024.