ຈັດກິດຈະກຳບານເຕະ FIFA Women’s Football Campaign ຄັ້ງທີ 2 ຢູ່ແຂວງຈຳປາສັກ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບ FIFA ແລະ ສະຫະພັນບານເຕະ ແຂວງຈຳປາ ສັກ ຈັດກິດຈະກຳບານເຕະຍິງ FIFA Women’s Football Campaign 2025 ຂື້ນໃນວັນທີ 07 ມິຖຸນາ 2025 ຢູ່ທີ່ສະຫນາມກິລາແຂວງຈຳປາສັກ ,ເພື່ອສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນລາວ ຮຸ່ນອາຍຸ 8 – 14 ປີ ໃຫ້ມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເປັນກຽດເຂົ້າຮ່ວມມີ ທ່ານ ນ. ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ປະດິດ ວັນນະລັດສະໝີ ຮອງປະທານ ສະຫະພັນບານເຕະແຂວງຈຳປາສັກ ພ້ອມດ້ວຍແຂກຖືກເຊີນ, ຄູອາຈານ, ນັກກິລາ ທີມຊາດຍິງ, ນ້ອໆເຍົາວະຊົນ ແລະ ສື່ມວນຊົນ ເຂົ້າຮ່ວມ.
ທ່ານ ນ. ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດງານວ່າ:
ຂໍສະແດງຄວາມຍ້ອງຍໍ ຊົມເຊີຍມາຍັງການນຳແຂວງຈຳປາສັກ, ໂດຍສະເພາະ ສະຫະພັນບານເຕະແຂວງຈຳປາສັກ ທີ່ໄດ້ເປັນເຈົ້າພາບໃນການກະກຽມຈັດງານກິດຈະກຳບານເຕະຍິງ ບານເຕະ FIFA Women’s Football Campaign ໃນຄັ້ງນີ້ໄດ້ຢ່າງທັນການ ແລະ ຖືກຕ້ອງຕາມມາດຖານເງື່ອນໄຂທີ່ ສະຫະພັນບານເຕະແຫ່ງຊາດລາວກໍຄື FIFA ກຳນົດໄວ້.
ສະຫະພັນບານເຕະແຫ່ງຊາດລາວ ຍາມໃດກໍຍົກສູງບົດບາດຍິງ-ຊາຍ ໃຫ້ມີຄວາມສະເໝີພາບ ຄຽງຄູ່ກັນ, ດັ່ງນັ້ນຈິ່ງໄດ້ເລີ່ມຈັດກິດຈະກຳບານເຕະຍິງ FIFA Women’s Football Campaign ຄັ້ງທໍາອິດໃນປີ 2024 ທີ່ ນະຄອນຫຼວງວຽງຈັນ ແລະ ກິດຈະກຳ FIFA Women’s Football Campaign 2025 ຄັ້ງທີ2ຈັດຂຶ້ນຢູ່ທີ່ແຂວງຈຳປາສັກ.
ນອກນັ້ນ,ກິດຈະກຳຄັ້ງນີ້ ຍັງເປັນການສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນຍິງທີ່ມີໃຈຮັກ ໃນກິລາບານເຕະ ໄດ້ພ້ອມກັນຫລິ້ນກິດຈະກຳຮ່ວມ, ພ້ອມທັງເປັນການສົ່ງເສີມໃຫ້ບັນດາເຍົາວະຊົນຍິງຫັນມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເຊິ່ງເຍົາວະຊົນຍິງເຂົ້າຮ່ວມງານດັ່ງກ່າວມີທັງຫມົດ 200 ຄົນ.