ຈັດກິດຈະກຳບານເຕະຍິງເຍົາວະຊົນ ພາຍໃຕ້ໂຄງການ "FIFA Women’s Football Campaign 2026" ຄັ້ງທີ 4 ທີ່ ແຂວງ ບໍ່ແກ້ວ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຮ່ວມກັບສະຫະພັນບານເຕະນາໆຊາດ (FIFA) ແລະ ສະຫະພັນບານເຕະ ແຂວງ ບໍ່ແກ້ວ ໄດ້ຈັດກິດຈະກຳບານເຕະຍິງເຍົາວະຊົນ "FIFA Women’s Football Campaign 2026" ຄັ້ງທີ 4 ຂຶ້ນໃນວັນທີ 6 ພະຈິກ 2026 ທີ່ ສະໜາມກິລາ ແຂວງ ບໍ່ແກ້ວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວັນນະສອນ ໂພທິປັນຍາ ປະທານ ສະຫະພັນກິລາບານເຕະ ແຂວງ ບໍ່ແກ້ວ, ທ່ານ ນາງ ສຸດາລີ ສີສຸວົງ ແລະ ທ່ານ ນາງ ສີວິໄລ ພົມມີສຸກ ຄະນະອະນຸກຳມະການບານເຕະຍິງ ສຕລ ພ້ອມທັງເດັກຍິງຈໍານວນ 200 ຄົນ ຈາກ 8 ໂຮງຮຽນ, ຄູຝຶກ 20 ທ່ານ. ພ້ອມດ້ວຍຕົວແທນນັກກິລາທີມຊາດຍິງ ຮຸ່ນ U17 ແລະ ທີມຊາດຍິງ ຊຸດໃຫຍ່ກໍ່ເຂົ້າຮ່ວມກິດຈະກຳ ແລະ ແບ່ງປັນປະສົບການນຳນ້ອງນັກຮຽນໃນຄັ້ງນີ້.
ໃນໂອກາດນີ້ ທ່ານ ນາງ ສຸດາລີ ສີສຸວົງໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງການພັດທະນາບານເຕະຍິງ ໂດຍມຸ່ງເນັ້ນການເປີດໂອກາດໃຫ້ແມ່ຍິງ ແລະ ເດັກຍິງໄດ້ເຂົ້າເຖິງກິລາບານເຕະຢ່າງທົ່ວເຖິງ ພ້ອມທັງໄດ້ຮຽນຮູ້ທັກສະ ແລະ ມ່ວນຊື່ນກັບການຫຼິ້ນບານເຕະໃນບັນຍາກາດທີ່ປອດໄພ. ໃນນັ້ນ ທ່ານ ນາງ ສຸດາລີ ສີສຸວົງໄດ້ກ່າວວ່າ: "ການພັດທະນາບານເຕະຍິງ ບໍ່ແມ່ນພຽງແຕ່ການສ້າງນັກກິລາທີ່ເກັ່ງຂຶ້ນ ແຕ່ຍັງເປັນການສ້າງສຸຂະພາບທີ່ດີ, ຄວາມໝັ້ນໃຈ, ໂອກາດ ແລະ ຄວາມຝັນໃຫ້ແກ່ແມ່ຍິງ ແລະ ເດັກຍິງລາວ. ກິດຈະກຳຄັ້ງນີ້ ຈຶ່ງເປັນອີກກ້າວສຳຄັນໃນການສ້າງແຮງບັນດານໃຈໃຫ້ເດັກຍິງຮຸ່ນໃໝ່ ກ້າຝັນ, ກ້າລົງມືເຮັດ ແລະ ກ້າກ້າວສູ່ວົງການບານເຕະ ພ້ອມຮ່ວມກັນຂະຫຍາຍຖານບານເຕະຍິງລາວໃຫ້ເຂັ້ມແຂງຈາກສູນກາງສູ່ທ້ອງຖິ່ນ."