ສຕລ ຈັດກອງປະຊຸມພັດທະນາຄູຝຶກບານເຕະ ປະຈຳປີ 2026
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈັດກອງປະຊຸມພັດທະນາຄູຝຶກບານເຕະປະຈໍາ ປີ 2026 ຂຶ້ນໃນວັນທີ 06 ພະຈິກ 2026 ທີ່ຜ່ານມາ, ທີ່ໂຮງແຮມແລກມາກ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ.
ໃນພິທີ ທ່ານ ວີເພັດ ສີຫາຈັກຣ, ປະທານ ສຕລ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໃນເນື້ອຫາບົດກ່າວສ່ວນໜຶ່ງ, ເພີ່ນໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນໃນການຈັດກອງປະຊຸມໃນຄັ້ງນີ້. ຍາມໃດ ສຕລ ກໍໃຫ້ຄວາມສຳຄັນໃນການຍົກລະດັບຄວາມຮູ້ຄວາມສາມາດທັງຄູຝຶກ ແລະ ນັກກິລາໄປພ້ອມໆກັນ ເພາະຖືເປັນໝາກຫົວໃຈສຳຄັນຂອງແຜນຍຸດທະສາດການພັດນະນາກິລາບານເຕະລາວ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ, ປະສົບການຕົວຈິງຈາກຄູຝຶກສະໂມສອນບານເຕະ Selangor FC ຈາກປະເທດ ມາເລເຊຍ ທີ່ເປັນສະໂມສອນອັນດັບ 2 ໃນລີກສູງສຸດຂອງມາເລເຊຍປັດຈຸບັນ ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ເຮັດເຖິງຮູບແບບການຈັດການສະໂມສອນລະດັບອາຊີບຂອງປະເທດໃນຂົງເຂດອາຊຽນ ເພື່ອຖອດຖອນເອົາບົດຮຽນ ຈະໄດ້ມາດັດປັບເຂົ້າກັບສະໂມສອນໃນ ສປປ ລາວ.
ການຈັດກອງປະຊຸມພັດທະນາຄູຝຶກບານເຕະ ສຕລ ປະຈຳປີ 2026 ແມ່ນຈັດຂຶ້ນເປັນຄັ້ງທີ 3, ເຊິ່ງມີ ບັນດາຄູຝຶກບານເຕະ ແລະ ວິຊາການ ສຕລ ເຂົ້າຮ່ວມ, ຈຸດປະສົງເພື່ອສ້າງຊຸມຊົນຄູຝຶກກິລາບານເຕະ ຈະໄດ້ແລກປ່ຽນປະສົບການ, ແນວຄິດ-ຍຸດທະສາດການພັດທະນາ, ຂໍ້ມູນຂ່າວສານ ເພື່ອໄປໝູນໃຊ້ໃນສະໂມສອນ ຫຼື ສູນຝຶກຊ້ອມບານເຕະເຍົາວະຊົນ (Football Academy) ໃນແຕ່ລະຂົງເຂດທີ່ຄູຝຶກຮັບຜິດຊອບ ເປັນທ່າແຮງໃນການພັກດັນວົງການກິລາບານເຕະໃຫ້ໄດ້ຮັບການພັດທະນາ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງຄູຝຶກບານເຕະລາວໃຫ້ຕໍ່ເນື່ອງ ກ້າວສູ່ລະດັບອາຊີບ, ທັງໃຫ້ກ້າວທັນຕາມມາດຕະຖານສາກົນໃນຍຸກກິລາບານເຕະສະໄໝໃໝ່ ແລະ ໃຫ້ທັນກັບບັນດາປະເທດໃນພາກພື້ນແລະສາກົນ.
ຂ່າວ: ທິບພະກອນ ພະກາສີ
ພາບ: ສົມຫວັງ ຂະນີແກ້ວ