ສຳເລັດການແຂ່ງຂັນເຕະບານເຍົາວະຊົນ ຊີງຂັນ ສຕລ ປະຈຳປີ 2025

12/11/2025

       ວັນທີ 08 ພະຈິກ 2025 ທີ່ຜ່ານມາ ທີ່ ສູນຝຶກກິລາບານເຕະ ຈຳປີ-ຈຳປາ (ສະຫນາມກິລາຫຼັກ 16) ໄດ້ມີພິທີປິດການແຂ່ງຂັນບານເຕະເຍົາວະຊົນ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະຈຳປີ 2025 “LFF Youth Football Competitions” ໃຫ້ກຽດເຂົ້າຮ່ວມພິທີມອບລາງວັນໂດຍ ທ່ານ ຄໍລະເດດ ພອນພະຈັນ ຄະນະບໍລິຫານງານ ສຕລ, ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ, ທ່ານ ຊຸນດຣໍາ (Sundram Moorthy), ຫົວໜ້າພະແນກເຕັກນິກວິທະຍາ, ທ່ານ ເຮີມັນ (Herman Zalaini) ຫົວໜ້າພັດທະນາຄູຝຶກ ສຕລ ພ້ອມດ້ວຍຄະນະຄູຝຶກ, ທີມນັກກິລາ, ຜູ້ປົກຄອງ ແລະ ແຟນບານເຂົ້າຮ່ວມ.

        ການແຂ່ງຂັນບານເຕະເຍົາວະຊົນ ຊີງຂັນ ສຕລ ປະຈຳປີ 2025 ເປັນການແຂ່ງຂັນບານເຕະ 5 ຮຸ່ນອາຍຸ ຄື: ຮຸ່ນອາຍຸບໍ່ເກີນ U10 ຊາຍ, U12 ຊາຍ, U14 ຊາຍ, U16 ຍິງ ແລະ ຊາຍ.

        ຜ່ານການແຂ່ງຂັນສາມາດສະຫລຸບລາງວັນແຕ່ຮຸ່ນອາຍຸໄດ້ດັ່ງນີ້:

+ U10 ຊາຍ

- ອັນດັບ 1 ທີມມະຫາວິທະຍາໄລແຫ່ງຊາດ

- ອັນດັບ 2 ສູນຝຶກບານເຕະ ພົມມະທັດ

- ອັນດັບ 3 ສູນຝຶກບານເຕະ ຄໍາໃສ

+ U12 ຊາຍ

- ອັນດັບ 1 ສູນຝຶກບານເຕະ ເບສະຫວັນ

- ອັນດັບ 2 ສະໂມສອນ ມັດສະດ້າ ຈີບີ

- ອັນດັບ 3 ສູນຝຶກບານເຕະ ພົມມະທັດ

+ U 14 ຊາຍ

- ອັນດັບ 1 ສະໂມສອນ ເອສະຣາ

- ອັນດັບ 2 ສະໂມສອນ ເຟຣນຊິບ

- ອັນດັບ 3 ສູນຝຶກບານເຕະ ເບສະຫວັນ

+ U 16 ຊາຍ

- ອັນດັບ 1 ສະໂມສອນ ເອສະຣາ

- ອັນດັບ 2 ສະໂມສອນ ເອັສທີທີ

- ອັນດັບ 3 ສູນຝຶກບານເຕະ ຈໍາປີ-ຈໍາປາ

+ U 16 ຍິງ

- ອັນດັບ 1 ສະໂມສອນ ເອັສອີຊີ ຢູໄນເຕັດ

- ອັນດັບ 2 ສະໂມສອນ ມາດສເຕີ້

- ອັນດັບ 3 ສູນຝຶກບານເຕະ ຈໍາປີ-ຈໍາປາ

             ສຳລັບຈຸດປະສົງຂອງການແຂ່ງຂັນບານເຕະເຍົາວະຊົນ ຊິງຂັນ ສຕລ ປະຈຳປີ 2025 ກໍ່ເພື່ອພັດທະນາໃຫ້ນັກກິລາໄດ້ຮັບປະສົບການຕົວຈີງຈາກການແຂ່ງຂັນ ພາຍຫຼັງທີ່ໄດ້ມີການຝຶກຊ້ອມມາໄລຍະໜຶ່ງ ພ້ອມດຽວກັນ, ກໍ່ເພື່ອພັກດັນໃຫ້ນັກກິລາຮູ້ຈັກວາງແຜນ ແລະ ກົນລະຍຸນການຫຼິ້ນພາຍໃຕ້ຄວາມກົດດັນ, ສ້າງສາຍສຳພັນ ຄວາມສາມັກຄີລະຫວ່າງນັກກິລາເຍົາວະຊົນຕ່າງສະໂມສອນ ແລະ ສູນຝຶກ ເພື່ອແລກປ່ຽນມິດຕະພາບ, ຮຽນຮູ້ການເຂົ້າສັງຄົມ ແລະ ທີ່ສຳຄັນແມ່ນຮຽນຮູ້ທີ່ຈະແພ້ ແລະ ຊະນະ ເພື່ອກະກຽມຄວາມເຂັ້ມແຂງ ທາງດ້ານຮ່າງກາຍ ແລະ ຈິດໃຈກ່ອນຈະກ້າວເຂົ້າສູ່ທີມລະດັບໃຫຍ່ໃນອະນາຄົດ.