ຜູ້ເຂົ້າຮ່ວມຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ “LFF/AFC – Pro Diploma Coaching Course” ທັດສະນະສຶກສາທີ່ປະເທດ ກາຕ້າ (Qatar) ແລະ ຊາອຸດິດ ອາຣັບບີ (Saudi Arabia)
ລະຫວ່າງວັນທີ 01-12 ທັນວາ 2025 ຜູ້ເຂົ້າຮ່ວມ ຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ “LFF/AFC – Pro Diploma Coaching Course” ໄດ້ໄປທັດສະນະສຶກສາ ຢູ່ທີ່ປະເທດ ກາຕ້າ ແລະ ຊາອຸດິດ ອາຣັບບີ.
ຈຸດປະສົງຂອງການເດີນທາງໄປທັດສະນະສຶກສາໃນຄັ້ງນີ້ ແມ່ນໜຶ່ງໃນຫຼັກສູດການຝຶກອົບຮົມຄູຝຶກລະດັບສູງສຸດ (Pro License) ເພື່ອສຶກສາຮູບແບບການບໍລິຫານກິລາສະໄໝໃໝ່, ການພັດທະນາບານເຕະຍິງ ແລະ ກິລາອາຊີບ, ການສ້າງມູນເຊື້ອສືບທອດພາຍຫຼັງສິ້ນສຸດຈາກການເປັນເຈົ້າພາບຈັດການແຂ່ງຂັນບານເຕະໂລກ ແລະ ລະບົບການພັດທະນາສັກກະຍາພາບບຸກຄະລາກອນ (Talent Development) ທີ່ຖືກນໍາໃຊ້ໃນປະເທດຕາເວັນອອກກາງ.
ໃນການທັດສະນະສຶກສາຄັ້ງນີ້, ທາງຄະນະໄດ້ມີໂອກາດເຂົ້າຮ່ວມສັງເກດການແຂ່ງຂັນບານເຕະຍິງ (Saudi Women’s Premier League) ແລະ ການແຂ່ງຂັນ ລີກ 3 (Saudi Third Division) ທີ່ ເມືອງ Dammam ປະເທດ ຊາອຸດິດ ອາຣັບບີ, ການແຂ່ງຂັນບານເຕະ FIFA Arab Cup Qatar 2025, FIFA Intercontinental Cup Qatar 2025 and the U23 Gulf Cup Qatar 2025 ທີ່ ເມືອງ Doha ປະເທດ ກາຕ້າ
ນີ້ເປັນຄັ້ງທໍາອິດໃນປະຫວັດສາດຂອງ ສປປ ລາວ ແລະ ຂອງ ສຕລ ທີ່ໄດ້ຈັດການຝຶກອົບຮົມຄູຝຶກລະດັບສູງສຸດ (Pro License) ເຊິ່ງປະກອບມີ 8 ຫຼັັກສູດ ໂດຍໃຊ້ເວລາໃນການຝຶກອົບຮົມ ລວມທັງຫມົດ 9 ເດືອນ, ເຊິ່ງໄດ້ເລີ້ມແຕ່ ວັນທີ 14 ກໍລະກົດ 2025 ແລະ ຈະສິ້ນສຸດໃນ ວັນທີ 21 ເມສາ ປີ 2026. ແຕ່ລະຫຼັກສູດໄດ້ມີການເຊີນຊ່ຽວຊານຕ່າງປະເທດທີ່ຮັບການຮັບຮອງຈາກ FIFA/AFC ມາເປັນຜູ້ບັນລະຍາຍ ແລະ ສິດສອນ. ພາຍຫຼັງຝຶກອົບຮົມຄົບ, ຜູ້ເຂົ້າຮ່ວມຄູຝຶກຕ້ອງໄດ້ເຮັດບົດວິພາກ ແລະ ສອບເສັງກ່ອນຈະໄດ້ຮັບໃບປະກາດ.
ການຝຶກອົບຮົມ ຫຼັກສູດ “ຄູຝຶກບານເຕະ ລະດັບ Pro License” ຄັ້ງນີ້ ແມ່ນໄດ້ຮັບການຮັບຮອງຈາກ ສະຫະພັນບານເຕະອາຊີ (AFC) ໂດຍມີຜູ້ເຂົ້າຮ່ວມທັງໝົດ 12 ທ່ານ ທີ່ມາຈາກບັນດາ ສະໂມສອນບານເຕະພາຍໃນປະເທດລາວ ຈໍານວນ 6 ທ່ານ ໃນນັ້ນມີ ຍິງ 1 ທ່ານ ແລະ ຕ່າງປະເທດ ຈໍານວນ 6 ທ່ານ ເຊິ່ງມາຈາກປະເທດ ສິງກະໂປ, ມາເລເຊຍ, ໄທ, ກຳປູເຈຍ ແລະ ຍີ່ປຸ່ນ.
ການຈັດຝຶກອົບຮົມນີ້, ກໍເປັນຫນຶ່ງໃນແຜນຍຸດທະສາດຂອງ ສຕລ ເພື່ອຍົກລະດັບບຸກຄະລາກອນຂອງລາວໃຫ້ໄດ້ມາດຕະຖານສາກົນ ແລະ ເພື່ອຮອງຮັບແຜນການເຄື່ອນໄຫວຂອງທີມຊາດລາວໃນອານາຄົດ, ເຊິ່ງທາງ ສຕລ ກໍຄາດຫວັງໄວ້ວ່າ ເລີ້ມແຕ່ກາງປີ 2026 ທີມຊາດທຸກລຸ້ນຈະມີຄູຝຶກຄົນລາວເປັນຫົວໜ້າຄູຝຶກ.