ສະຫະພັນບານເຕະແຫ່ງຊາດລາວ ສຳເລັດການຝຶກອົບຮົມຄູຝຶກສອນກິລາຟຸດຊໍ ລະດັບ 2

04/12/2025

      ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ສຳເລັດການຝຶກອົບຮົມຄູຝຶກສອນກິລາຟຸດຊໍ ລະດັບ 2 ( AFC FUTSAL LEVEL 2 COACHING CERTIFICATE COUSE ) ເມື່ອວັນທີ 04 ທັນວາ 2025 ທີ່ຫ້ອງປະຊຸມ ສຕລ,ໃຫ້ກຽດເຂົ້າຮ່ວມພິທີປິດໂດຍ ທ່ານ ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ, Mr.Hussein Dip ຜູ້ຝຶກສອນກິລາຟຸດຊໍ ຈາກ AFC ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນຈໍານວນ 09 ທ່ານ ຈາກບັນດາສະໂມສອນ ລາວ ຟຸດຊໍລີກ, ຈາກປະເທດໄທ 02 ທ່ານ.

       ໃນໂອກາດດັ່ງກ່າວ ທ່ານ ປອ ບຸນຍູ້ ສີສານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້, ປີນີ້ແມ່ນມີຄວາມໝາຍສໍາຄັນທາງປະຫວັດສາດ ໃນການສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ໃນໂອກາດດັ່ງກ່າວນີ້ ຮຽກຮ້ອງໃຫ້ຜູ້ເຂົ້າຮວ່ມຈົ່ງນຳໃຊ້ບົດຮຽນທີ່ໄດ້ຮຽນມາໄປພັດທະນານຳໃຊ້ແລະຮຽນຮູ້ແລກປ່ຽນບົດຮຽນ, ປະສົບການນຳກັນ ໃນການເອົາໄປນໍາໃຊ້ໃຫ້ເກີດປະໂຫຍດຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອພ້ອມກັນພັດທະນາວົງການກິລາຟຸດຊໍລາວໃຫ້ດີຂື້ນໄປເລື້ອຍໆ ໃນລະດັບຕໍ່ໆໄປ.

       ຕະຫຼອດໄລຍະການຝຶກອົບຮົມໃນຄັ້ງນີ້ ໄດ້ຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງຢູ່ສະໜາມ, ໂດຍມີການສອບເສັງ 03 ຄັ້ງ ( ພາກຕົວຈິງ 02 ຄັ້ງ ແລະ ພາກທິດສະດີ 1 ຄັ້ງ ),ໃນນັ້ນ ພາກທິດສະດີແມ່ນໄດ້ຮຽນຮູ້ກ່ຽວກັບ ຄວາມຕ້ອງການເພື່ອເປັນຄູຝຶກປະສົບຜົນສໍາເລັດ, ການຝຶກແອບໜ້າທີ່ຂອງໜ້າເປົ້າ, ຍຸດທະວິທີການບຸກ, ລະບົບການປ້ອງກັນ, ການວິເຄາະເກມ, ພະລະກໍາລັງ ແລະ ການຟື້ນຄືນຂອງນັກກິລາ, ການປ້ອງກັນການບາດເຈັບ, ການກະກຽມທີມກ່ອນລະດູການແຂ່ງຂັນ ແລະ ການກະກຽມອາທິດກ່ອນເກມແຂ່ງຂັນ, ການປ່ຽນຈາກບຸກມາເປັນຮັບ ແລະ ຈາກຮັບເປັນບຸກ, ການໂຕ້ກັບໄວ, ລູກຕັ້ງເຕະ. ສ່ວນພາກຕົວຈິງໄດ້ຮຽນຮູ້ກ່ຽວກັບ ຝຶກໜ້າທີຂອງໜ້າເປົ້າ ເກມເດີ່ນນ້ອຍ, ຝຶກການຫຼີ້ນດ້ານຍຸດທະວີທີ(ການເຄື່ອນທີ່,ການສະກັດບານ), ລະບົບການບຸກ(3-1,2-2,4-0), ລະບົບການປ້ອງກັນຮູບແບບການປ້ອງກັນ, ການປ່ຽນຈາກບຸກມາເປັນຮັບ(ການເຄື່ອນທີ່) ແລະ ອື່ນໆ.

         ສຳລັບການຝຶກອົບຮົມແມ່ນໄດ້ດຳເນີນໄປເປັນເວລາ 9 ວັນ ແຕ່ວັນທີ 26 ພະຈິກ – 04 ທັນວາ 2025. ໃນຕອນທ້າຍພິທີຍັງມີການມອບໃບຢັ້ງຢືນໃຫ້ກັບຜູ້ເຂົ້າຮ່ວມຝຶກອົບຮົມ ທັງ 09 ທ່ານ .ສ່ວນຜົນການຝຶກອົບຮົມຄູຝຶກສອນກິລາຟຸດຊໍ ລະດັບ 2 ແມ່ນຈະແຈ້ງໃຫ້ສໍາມະນາກອນຮັບຊາບຕາມພາຍຫຼັງ.