ສຕລ ຈັດການບັນລະຍາຍເຜີຍແຜ່ຜົນຮ້າຍ ແລະ ໂທດຂອງການລົ້ມບານ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດພິທີເຜີຍແຜ່ຜົນຮ້າຍ ແລະ ໂທດຂອງການລົ້ມບານ ເພື່ອຕ້ານ ແລະ ສະກັດກັ້ນ ທຸກພຶດຕິກຳທີ່ເປັນການທໍາລາຍກຽດສັກສີຊື່ສຽງຂອງ ວົງການບານເຕະລາວ, ຊຶ່ງການເຜີຍແຜ່ນີ້ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ທັນວາ 2025 ທີ່ ພະແນກ ສຶກສາທິການ ແລະ ກິລ າແຂວງ ສະຫວັນນະເຂດ, ເພື່ອກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນບານເຕະຊີງຂັນ ພະນະທ່ານນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2025/26, ຮອບຄັດເລືອກກຸ່ມA, ຊຶ່ງເປັນການແຂ່ງຂັນຮອບຄັດເລືອກຂອງທີມສະໂມສອນ ລາວລີກ 2 ທີ່ຈະຈັດຂຶ້ນທີ່ ແຂວງ ສະຫວັນນະເຂດ ລະຫວ່າງວັນທີ 26-30 ທັນວາ 2025.
ການເຜີຍແຜ່ ແລະ ບັນລະຍາຍໂດຍ ທ່ານ ອາລິດສະມັນ ພົມມະຈັນ, ຜູ້ຮັບຜິດຊອບວຽກງານຕໍ່ຕ້ານການລົ້ມບານ (Integrity Officer) ຂອງ ສຕລ ໄດ້ຍົກໃຫ້ເຫັນເຖິງຜົນຮ້າຍ ແລະ ບົດລົງໂທດຂອງການລົ້ມບານທີ່ຈະສົ່ງຜົນເສຍຕໍ່ອະນາຄົດຂອງນັກກິລາເວົ້າສະເພາະ ແລະ ມີຜົນເສຍເຖິງກຽດ ແລະ ສັກສີຢ່າງຫຼວງຫຼາຍຕໍ່ສັງຄົມ ແລະ ປະເທດຊາດ ກໍຄືວົງການບານເຕະລາວເວົ້າລວມ.
ນອກຈາກນັ້ນ, ຍັງໄດ້ມີການແນະນໍາວິທີການຮັບມືຕອບໂຕ້ ຫຼື ປະຕິເສດເມື່ອຖືກຊັກຊວນໃຫ້ລົ້ມບານ ແລະ ວິທີການລາຍງານທັນທີໃຫ້ແກ່ໜ່ວຍງານຮັບຜິດຊອບຕໍ່ຕ້ານການລົ້ມບານຂອງ ສຕລ ເພື່ອດໍາເນີນການຕ້ານ ແລະ ສະກັດກັ້ນໃຫ້ທັນການ ແລະ ສຕລ ຍາມໃດກໍໃຫ້ການປົກປ້ອງນັກກິລາທີ່ເປັນຜູ້ບໍລິສຸດຢ່າງຍຸຕິທຳ.
ສໍາລັບການເຂົ້າຮ່ວມຮັບຟັງຄັ້ງນີ້ ໄດ້ມີຄະນະຄູຝຶກ ແລະ ນັກກິລາຈາກ 4 ສະໂມສອນຄືສະໂມສອນ ທະຫານ ແຂວງ ສະຫວັນນະເຂດ, ສະໂມສອນບານເຕະ ປກສ ແຂວງ ເຊກອງ, ສະໂມສອນບານເຕະ ປກສ ແຂວງ ບໍ່ແກ້ວ ແລະ ສະໂມສອນບານເຕະ ໂຮງງານອາລູຊີ້ງ ທີພີທີ ເຊິ່ງລວມທັງໝົດຫຼາຍກວ່າ 100 ຄົນທີ່ໄດ້ເຂົ້າຮ່ວມ.