ການແຂ່ງຂັນກິລາບານເຕະ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈຳປີ 2026 ມີ 12 ທີມ ເຂົ້າຮ່ວມການແຂ່ງຂັນ

26/05/2026

ການແຂ່ງຂັນກິລາບານເຕະ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈຳປີ 2026 ມີ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ :

1. ຊ້າງນ້ອຍ ( ແຊ້ມເກົ່າ )

2. ສູນຝຶກບານເຕະ ຈໍາປີ - ຈໍາປາ

3. ມັດສະດ້າ ຈີບີ

4. ເອສະຣາ

5. ຈໍາປາສັກ

6. ກອງທັບ

7. ສາລະວັນ ຢູໄນເຕັດ

8. ນໍ້າທາ ຢູໄນເຕັດ

9. ບີໄອເອັສ

10. ສະຫວັນນະເຂດ

11. ຫຼວງພະບາງ ຟຟລ

12 ພົມມະທັດ

 ຮູບແບບການແຂ່ງຂັນແມ່ນພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ ( Knock - Out ), ທີມຊະນະຜ່ານເຂົ້າສູ່ຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ສະຫນາມ 1 ແລະ ສະຫນາມ 2. ການແຂ່ງຂັນແມ່ນຈະເລີ່ມແຂ່ງຂັນ ເປັນ 2 ໄລຍະ ຄື: ໄລຍະທີ 1 ວັນທີ 08-23 ກໍລະກົດ 2026 ແລະ ໄລຍະທີ 2 ວັນທີ 03 - 22 ສິງຫາ 2026.

 ສຳລັບເງິນລາງວັນ ທີມຊະນະເລີດ ຈະໄດ້ຮັບຂັນ, ຫລຽນ ແລະ ເງິນຈຳນວນ 70 ລ້ານກີບ, ອັນດັບ 2 ໄດ້ຮັບຫລຽນ ແລະ ເງິນຈຳນວນ 25 ລ້ານກີບ ແລະ ອັນດັບ 3 ໄດ້ຮັບຫລຽນ ແລະ ເງິນຈຳນວນ 15 ລ້ານກີບ, ນອກຈາກນັ້ນແລ້ວຍັງມີລາງວັນປະເພດບຸກຄົນດັ່ງນີ້: ລາງວັນນັກກິລາດີເດັ່ນ, ລາງວັນນັກກິລາຍິງປະຕູສູງສຸດ, ລາງວັນຜຸ້ຮັກສາປະຕູດີເດັ່ນ ແລະ ລາງວັນຄູຝຶກດີເດັ່ນ.