ສະໂມສອນ ປກສ ແຂວງ ຄວ້າແຊ້ມ ລາວລີກ 2 ແຂວງ ຫລວງນໍ້າທາ ປະຈໍາປີ 2026

09/10/2026

        ການແຂ່ງຂັນບານເຕະລາວລີກ 2 ແຂວງຫລວງນໍ້າທາ ໄດ້ສໍາເລັດການແຂ່ງຂັນໃນວັນສຸກ 09 ຕຸລາ 2026 ທີ່ຜ່ານມາ ພາຍຫລັງດຳເນີນການແຂ່ງຂັນມາຕັ້ງແຕ່ວັນທີ 14 ສີງຫາ 2026, ໂດຍມີ 6 ທີມເຂົ້າຮ່ວມປະກອບມີ: ປກສ ແຂວງ, ນໍ້າທາ ເອັບຊີ, ສຸລິຕາ , ຊ້າງເຜຶອກ, ນັກທຸລະກີດຫນຸ່ມ ແລະ ນໍ້າຫ້າ.


        ສະຫລຸບຜົນການແຂ່ງຂັນ ສະໂມສອນ ປກສ ແຂວງ ຄວ້າແຊ້ມໃນລາຍການນີ້,ໂດຍລົງສະຫນາມ 10 ນັດ ຊະນະ 8 ນັດ, ສະເຫມີ 2 ນັດ ມີ 26 ຄະແນນ ໄດ້ຮັບຂັນ, ຫລຽນລາງວັນ ແລະ ເງິນຈຳນວນ 15 ລ້ານກີບ, ອັນດັບ 2 ຊ້າງເຜຶອກ ລົງສະຫນາມ 10 ນັດ ຊະນະ 6 ນັດ, ສະເຫມີ 2 ນັດ, ເສຍ 2 ນັດ ມີ 20 ຄະແນນ ໄດ້ຮັບເງິນລາງວັນຈຳນວນ 10 ລ້ານກີບ, ອັນດັບ 3 ນໍ້າທາ ລົງສະຫນາມ 10 ນັດ ຊະນະ 5 ນັດ, ສະເຫມີ 3 ນັດ, ເສຍ 3 ນັດ ມີ 18 ຄະແນນ ໄດ້ຮັບເງິນລາງວັນຈຳນວນ 5 ລ້ານກີບ, ອັນດັບ 4 ນັກຖຸລະກີດ ຫນຸ່ມລົງສະຫນາມ 10 ນັດ ຊະນະ 3 ນັດ, ສະເຫມີ 1 ນັດ ເສຍ 6 ນັດ ມີ 10 ຄະແນນຈະໄດ້ຮັບເງີນສົດ 3 ລ້ານກີບ, ອັນດັບ 5 ນໍ້າຫ້າ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 1ນັດ ເສຍ 7 ນັດ ມີ 7 ຄະແນນ ໄດ້ຮັບເງີນລາງວັນ ເງີນສົດ 2 ລ້ານກີບ, ອັນດັບ 6 ສຸລິຕາ ລົງສະຫນາມ 10 ນັດ ຊະນະ 1 ນັດສະເຫມິ 1 ນັດ ເສຍ 8 ນັດ ມີ 4 ຄະແນນ ໄດ້ຮັບເງີນສົດ 1ລ້ານກີບ.


        ສຳລັບລາງວັນປະເພດສ່ວນບຸກຄົນມີດັ່ງນີ້: ລາງວັນຄູຝຶກດີເດັ່ນ: ທ່ານ ພູມີ ຈາກ ສະໂມສອນ ປກສ ແຂວງ ໄດ້ຮັບເງິນລາງວັນ 5 ແສນກີບ, ລາງວັນນັກເຕະດີເດັ່ນ: ວິລະກອນ ອີນທອງໄຊ ຈາກ ສະໂມສອນ ປກສ ແຂວງ ໄດ້ຮັບເງິນລາງວັນ 5 ແສນກີບ, ສວ່ນລາງວັນຜູ້ຍິງປະຕູສູງສຸດເປັນຂອງ ພອນສະຫວັນ ຄໍາວົງແກ້ວ ສະໂມສອນຊ້າງເຜືອກ ແລະ ສະດຸດຕາ ລາດສະພົນ ຈາກ ສະໂມສອນ ປກສ ແຂວງ ຍິງໄດ້ຄົນລະ 9 ປະຕູ ໄດ້ຮັບເງິນລາງວັນ 5ແສນກີບ.  


      ສະໂມສອນ ປກສ ແຂວງ ໃນຖານະແຊ້ມລາວລີກ2 ແຂວງ ຫລວງນໍ້າທາ ຈະໄດ້ສິດເຂົ້າຮ່ວມ ການແຂ່ງຂັນບານເຕະຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດຸການ 2026/27.


ຂ່າວ: ສອນສີນ ຈັນທະວົງສາ


ພາບ: ສະຫະພັນບານເຕະແຂວງຫລວງນໍ້າທາ