ຈັດຝຶກອົບຮົມກຳມະການຕັດສິນ ຟີຟາ ຮຸ່ນສືບທອດ FIFA MA YOUNG REFEREE COURSE
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມກຳມະການຕັດສິນຟີຟາ ຮຸ່ນສືບທອບ FIFA MA YOUNG REFEREE COURSE ຂື້ນໃນຕອນເຊົ້າຂອງ ວັນທີ 13 ຕຸລາ 2026 ໂດຍໃຫ້ກຽດເຂົ້ຮ່ວມພິທີເປີດມີທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວໜ້າອະນຸກຳມະການຕັດສິນ ສຕລ, ທ່ານ MOHAMAD RODZALI BIN YACOB ຄູຝຶກຈາກສະຫະພັນບານເຕະນາໆຊາດ ( FIFA )ແລະທ່ານ ນາງ SACHIKO YAMAGISHI.
ໃນພິທີທ່ານຄຳແພງວົງຂັນຕີໄດ້ປະກອບຄໍາເຫັນແລະແນະນໍາໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງໃຈຮໍ່າຮຽນ,ຍາດເອົາຄວາມຮູ້ຈາກວິທະຍາກອນເພື່ອຮັບເອົາບົດຮຽນໄປພັດທະນາຕົນເອງໃຫ້ກ້າວຂຶ້ນເປັນກໍາມະການຕັດສິນໃນລະດັບເອເອັຟຊີ,ຟີຟາໃນ ຕໍ່ຫນ້າ, ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງມີຈັນຍາບັນໃນການຕັດສິນການແຂ່ງຂັນລາຍການຕ່າງໆ.
ການຝຶກອົບຮົມຄັ້ງນີ້ມີ ສຳມະນາກອນເຂົ້າຮວ່ມທັງຫມົດ 20 ທ່ານ ເປັນຍິງ 5ທ່ານ, ໃນນັ້ນມີຜູ້ປະເມີນ 9 ທ່ານ,ເຊິ່ງຖືວ່າເປັນການຈັດຂຶ້ນເປັນຄັ້ງທຳອິດ ແລະ ຈະໃຊ້ເວລາຝຶກອົບຮົມ 5 ວັນ ເລີ່ມວັນທີ 13-17 ຕຸລາ 2026 ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ນອກນັ້ນຈະໄດ້ມີການທົດສອບພາລະກໍາລັງ.
ຂ່າວ:ທິບພະກອນ ພະກາສີ