| ຫົວຂໍ້ | ປະເພດ | ລົງວັນທີ |
| ປະກາດຮັບສະຫມັກພະນັກງານ | ໂຄສະນາ | 19/08/2026 |
| ຄ່າໃຊ້ຈ່າຍ ຝຶກອົບຮົມຄູຝຶກ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2026 | ໂຄສະນາ | 02/05/2026 |
| LFF Coaching Courses for 2026 | ໂຄສະນາ | 26/05/2026 |
| ສູນຝຶກເຕະບານ ຈຳປີ-ຈຳປາ ຫ້ວຍຫົງ ສືບຕໍ່ເປີດເທີມທີ 2 ໃນວັນທີ 04/04/2026 ທີ່ຈະມາເຖິງນີ້ | ໂຄສະນາ | 01/04/2026 |
| ສູນຝຶກເຕະບານເຕະ ຈຳປີ-ຈຳປາ ຫລັກ16 ຈະສືບຕໍ່ເປີດເທີມທີ 2 ໃນວັນທີ 04/04/2026 | ໂຄສະນາ | 01/04/2026 |
ບຸກຄະລາກອນ ສຕລ ສອບເສັງຜ່ານ ເປັນຜູ້ຄວບຄຸມການແຂ່ງຂັນລະດັບອາຊີ ສຳລັບສົກປີ 2026 – 2028
ວັນທີ 28 ຕຸລາ 2026 ສະຫະພັນບານເຕະອາຊີ (Asian Football Confederation) ໄດ້ເຮັດໜັງສືແຈ້ງມາຍັງ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຢ່າງເປັນທາງການ ກ່ຽວກັບຜົນສອບເສັງຜູ້ຄວບຄຸມການແຂ່ງຂັນ ປະຈຳປີ 2026 (AFC Match Commissioner) ເຊິ່ງໃນປີນີ້ ສຕລ ໄດ້ນໍາສົ່ງ 2 ທ່ານ ເຂົ້າຮ່ວມສອບເສັງ ຄື: ທ່ານ ຈັນທະວົງ ສິລິມະໂນທຳ, ຮອງເລຂາທິການ ສຕລ ແລະ ທ່ານ ສັນຕິກອນ ແສງດາລາ ຫົວຫນ້າ ພະແນກ ຈັດການແຂ່ງຂັນ ສຕລ. ໂດຍຜົນການສອບເສັງແມ່ນຜ່ານໝົດທັງ 2 ທ່ານ ແລະ ທັງສອງທ່ານກໍ່ຈະເລີ້ມປະຕິບັດໜ້າທີ່ເປັນຜູ້ຄວບຄຸມການແຂ່ງຂັນບານເຕະນາໆຊາດໃນລະດັບອາຊີ ສົກປີ 2026 – 2028.
ໂດຍ ທ່ານ ສັນຕິກອນ ແສງດາລາ ຖືເປັນບຸກຄົນທີ່ 3 ຈາກ ສປປ ລາວ ທີ່ໄດ້ສອບເສັງຜ່ານເປັນ AFC MC. ເຊິ່ງກ່ອນໜ້ານີ້ ບຸກຄົນທຳອິດຂອງ ສປປ ລາວ ແມ່ນ ທ່ານ ນາງ ກັນຍາ ແກ້ວມະນີ ເຊິ່ງປັດຈຸບັນດຳລົງຕຳແໜ່ງ ຮອງປະທານ ສຕລ ແລະ ເປັນສະມາຊິກຄະນະບໍລິຫານງານຂອງ FIFA ແລະ AFC. ສ່ວນຄົນທີ່ 2 ກໍ່ຄື ທ່ານ ຈັນທະວົງ ສິລິມະໂນທຳ ໂດຍໄດ້ຮັບການບັນຈຸເຂົ້າເປັນ AFC MC ເລີ້ມແຕ່ປີ 2024 ເປັນຕົ້ນມາ.
ແຟນບານອ່ານຮອດນີ້ແລ້ວ ອາດຈະເກີດຄຳຖາມວ່າ AFC Match Commissioner ແມ່ນຫຍັງ? ໜ້າທີ່ເຂົາຕ້ອງເຮັດຫຍັງແນ່? ເພາະສະນັ້ນ, ຖືວາລະໂອກາດອັນດີນີ້ ພາແຟນບານມາທຳຄວາມຮູ້ຈັກເບື້ອງຕົ້ນກ່ຽວກັບ ເຈົ້າໜ້າທີ່ຄວບຄຸມການແຂ່ງຂັນ “Match Commissioner”
ເຄີຍສົງໄສບໍ່ວ່າ ໃຜຄວບຄຸມການດຳເນີນການແຂ່ງຂັນບານເຕະໃຫ້ລາບລື່ນ? ກ່ອນ ແລະ ຫຼັງສຽງໝາກຫວີດສຸດທ້າຍຈາກກຳມະການຕັດສິນ, ຄໍາຕອບກໍ່ຄື “ເຈົ້າໜ້າທີ່ຈັດການແຂ່ງຂັນ = Match Commissioner” ຫຼື ເອີ້ນຫຍໍ້ໆວ່າ MC ແມ່ນບຸກຄົນທີ່ປະສານງານ ແລະ ຈັດລຳດັບການດຳເນີນກິດຈະກຳຕ່າງໆໃນນັດແຂ່ງຂັນໃຫ້ເປັນໄປຕາມກົດລະບຽບການແຂ່ງຂັນ.
MC ໃນຖານະເປັນຕົວແທນ ເພາະໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການຈາກ ສະຫະພັນບານເຕະອາຊີ (AFC) ເພື່ອໃຫ້ປະຕິບັດໜ້າທີ່ໃນການຈັດການແຂ່ງຂັນ, ໜ້າທີ່ຫຼັກແມ່ນຮັບປະກັນວ່າການແຂ່ງຂັນຂອງ AFC ຈະມີຄຸນນະພາບ ແລະ ມາດຕະຖານດຽວກັນທຸກສະໜາມ. ໂດຍ MC ເປັນເຈົ້າໜ້າທີ່ຄວມຄຸມການແຂ່ງຂັນ ເປັນຜູ້ມີອໍານາດສູງສຸດໃນສະໜາມ, ຮັບຜິດຊອບໃນການຮັບປະກັນວ່າທຸກໆການແຂ່ງຂັນ ແມ່ນໄດ້ປະຕິບັດຕາມກົດລະບຽບການແຂ່ງຂັນຂອງ AFC, ຮັບປະກັນຄວາມປອດໄພ ແລະ ຫຼັກການຂອງການຫຼິ້ນທີ່ຍຸດຕິທຳຢ່າງເຂັ້ມງວດ.
ແລະ ນີ້ແມ່ນໜ້າວຽກຂອງ MC ໂດຍສັງເຂບ:
📋 ການຄຸ້ມຄອງກ່ອນການແຂ່ງຂັນ: ເບິ່ງແຍງກອງປະຊຸມປະສານງານການແຂ່ງຂັນຢ່າງເປັນທາງການ (Match Coordinator Meeting), ກວດກາສະຖານ-ສະພາບສະໜາມແຂ່ງຂັນບານເຕະ ແລະ ຮັບປະກັນວ່າຄວາມປອດໄພ ແລະ ລະບຽບການທາງການແພດໄດ້ຮັບການຈັດຕັ້ງປະຕິບັດຢ່າງຄົບຖ້ວນ.
⏱️ ການດຳເນີນງານໃນມື້ແຂ່ງຂັນ: ການຄຸ້ມຄອງຕາຕະລາງການແຂ່ງຂັນ, ການປະສານງານການມາຮອດຂອງທີມທີ່ເຂົ້າແຂ່ງຂັນ, ການກວດສອບເງື່ອນໄຂຂອງນັກເຕະ ວ່າຖືກຕ້ອງຕາມການລົງທະບຽນ ຫຼື ບໍ່ ແລະ ຮັບປະກັນວ່າການແຂ່ງຂັນຈະເລີ່ມຕົ້ນກົງຕໍ່ກັບເວລາກຳນົດໄວ້.
✍️ ການລາຍງານຫຼັງຈົບການແຂ່ງຂັນ: ການກະກຽມບົດລາຍງານການແຂ່ງຂັນທີ່ຄົບຖ້ວນສຳລັບ AFC, ການບັນທຶກເຫດການ, ການປະຕິບັດທາງວິໄນ, ການຄຸ້ມຄອງ ແລະຈຸດເດັ່ນຂອງການແຂ່ງຂັນ.
ຕັ້ງແຕ່ການແຂ່ງຂັນທ້ອງຖິ່ນຈົນເຖິງລະດັບສູງສຸດຂອງກິລາບານເຕະສະໂມສອນ ແລະ ທີມຊາດໃນຂົງເຂດອາຊີ, ເຈົ້າໜ້າທີ່ AFC Match Commissioner ເຮັດວຽກຢ່າງງຽບໆຢູ່ເບື້ອງຫຼັງ, ໜ້າທີ່ຫຼັກແມ່ນຮັບປະກັນວ່ານັກກິລາສາມາດສະແດງສັກກະຍາພາບໃນສະໜາມແຂ່ງຂັນໄດ້ເຕັມທີ່ ແລະ ແຟນບານສາມາດເພີດເພີນກັບເກມແຂ່ງຂັນໄດ້ປອດໄພ.
ເຊິ່ງໄລຍະຜ່ານມາ, ທາງ ສຕລ ໄດ້ມີການຈັດຝຶກອົບຮົມ ຜູ້ຄວບຄຸມການແຂ່ງຂັນທຸກໆປີ ນັບແຕ່ ປີ 2017 ເປັນຕົ້ນມາ, ເປົ້າໝາຍເພື່ອເສີມສ້າງບຸກຄະລະກອນ ມາຮອງຮັບໃຫ້ພຽງພໍກັບການແຂ່ງຂັນບານເຕະພາຍໃນປະເທດທີ່ເພີ່ມຂຶ້ນ ແລະ ພ້ອມກັບພັກດັນໃຫ້ມີບຸກຄະລາກອນຄົນລາວ ໄປສ້າງສັກກະຍາພາບ ແລະ ເປັນຕົວແທນຊາດລາວໃນລະດັບສາກົນຄືທັງ 3 ທ່ານທີ່ກ່າວໄປໃນເບື້ອງຕົ້ນ.
ສຳລັບແຟນບານທ່ານໃດ ທີ່ມີຄວາມສົນໃຈ ຢາກຮຽນຮູ້ເພີ່ມເຕີມ ຫຼື ຢາກມີສ່ວນຮ່ວມ ທາງ ສຕລ ພ້ອມເປີດໂອກາດໃຫ້ທຸກທ່ານມາສຳພັດນໍາກັນ, ສ່ວນກຳນົດການຝຶກອົບຮົມໃນ ປີ 2027 ທາງແອັດມິນຈະມາແບ່ງປັນໃຫ້ຮັບຊາບກັນຕື່ມ.
ທະຫານແຂວງ ຄວ້າແຊ້ມ ລາວລີກ 2 ແຂວງອຸດົມໄຊ
ຜົນການການແຂ່ງຂັນກິລາບານເຕະ ອຸດົມໄຊ ລາວລີກ 2 ປະຈຳປີ 2026 ທີ່ຈັດຂື້ນລະຫວ່າງວັນທີ 3 ສິງຫາ ຫາ ວັນທີ 22 ຕຸລາ 2026 ຜ່ານມາ, ມີທີມເຂົ້າຮ່ວມແຂ່ງຂັນທັງຫມົດ 9 ສະໂມສອນ ຄື: ສະໂມສອນ ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ເມືອງໄຊ , SDN, ຄຣີນິກ ອຸດົມໄຊ, ອາລີ 99 ໂມບາຍ ແລະ ສະໂມສອນ Legend.
ຜ່ານການແຂ່ງຂັນ ສະໂມສອນ ກອງບັນຊາການທະຫານແຂວງ ແຂ່ງ 16 ນັດ ຊະນະ 15 ສະເໝີ 1 ມີ 46 ຄະແນນ ຄວ້າແຊ້ມໄປຄອງ ພ້ອມໄດ້ຮັບຂັນແຊ້ມ, ຫຼຽນແລະເງິນລາງວັນ 15,000,000 ກີບ, ຮອງແຊ້ມ ສະໂມສອນ ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ແຂ່ງ 16 ນັດ ຊະນະ 14 ສະເໝີ 1 ເສຍ 1 ມີ 43 ຄະແນນ ໄດ້ຮັບລາງວັນ 10,000,000 ກີບ, ອັນດັບທີ 3 ພະແນກ ສຶກສາທິການ ແລະ ກິລາແຂວງ ໄດ້ຮັບລາງວັນ 5,000,000 ກີບ, ອັນດັບ 4 ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ອັນດັບ 5 ເມືອງໄຊ, ອັນດັບ 6 ຄຣີນິກ ອຸດົມໄຊ, ອັນດັບ 7 ອາລີ 99 ໂມບາຍ, ອັນດັບ 8 Legend ແລະ ອັນດັບ 9 SDN.
ສະໂມສອນ ທະຫານແຂວງອຸດົມໄຊ ໄດ້ສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2026/27 ໃນຖານະແຊ້ມ ລາວລີກ 2 ແຂວງອຸດົມໄຊ.
ເມືອງຄໍາ ຄວ້າແຊ້ມລາວລີກ 2 ແຂວງຊຽງຂວາງ
ການແຂ່ງຂັນບານເຕະລາວລີກ 2 ແຂວງຊຽງຂວາງ 2026ປິດສາກລົງດວ້ຍຜົນສຳເລັດຢ່າງເປັນທາງການໃນວັນທີ17ຕຸລາ2026ພາຍຫຼັງຈັດການແຂ່ງຂັນມາແຕ່ວັນທີ 15 ສິງຫາ 2026 ໂດຍມີສະໂມສອນເຂົ້າຮ່ວມທັງໝົດ 6 ສະໂມສອນ ຄື: ແຟມມິລີ, ເມືອງຄໍາ, ພູຊຽງເຮືອງ, ສາມກົກວື່, ພົງຈະເລີນຊັບ ແລະ ທີມເດັກພວນ.
ຜ່ານການແຂ່ງຂັນ ຜົນປະກົດວ່າ 10 ນັດ ທັງຂາໄປແລະຂາກັບ ເມືອງຄໍາ ສາມາດເກັບຄະແນນໄດ້ຫຼາຍສຸດ ຄວ້າແຊ໋ມໄປຄອງເປັນຄັ້ງປະຫວັດສາດ, ແລະສ້າງສະຖິຕິໃໝ່ ໂດຍບໍ່ເສຍໃຫ້ທີມໃດເລີຍໃນລະດູການນີ້ ແຂ່ງ 10 ນັດ ຊະນະ 8 ສະເໝີ 2 ລວມ 26 ຄະແນນ, ສ່ວນຮອງແຊ໋ມເປັນຂອງ ແຟມມິລີ ແຊ໋ມເກົ່າ ມີ 19 ຄະແນນ ຊະນະ 6 ສະເໝີ 1 ເສຍ 3, ອັນດັບ 3 ເປັນຂອງ ພູຊຽງເຮືອງ ມີ 16 ຄະແນນ ຊະນະ 5 ສະເໝີ 1 ເສຍ 4, ອັນດັບ 4 ແມ່ນສາມກົກວື່ ມີ13 ຄະແນນ ຊະນະ 4 ສະເໝີ 1 ເສຍ 5, ອັນດັບ 5 ພົງຈະເລີນຊັບ ມີ 8 ຄະແນນ ຊະນະ 3 ສະເໝີ 2 ເສຍ 5ແລະອັນດັບ 6 ແມ່ນສະໂມສອນ ເດັກພວນ ມີ 4 ຄະແນນ ຊະນະ 1 ສະເໝີ 1 ເສຍ 8,
ໃນພິທີໄດ້ມີການມອບຂັນລາງວັນໃຫ້ສະໂມສອນທີ່ຊະນະເລີດຢ່າງສົມກຽດ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຈັນທະສອນ ພູນສຸກ ຮອງປະທານປົກຄອງແຂວງ, ທ່ານ ບຸນຄົງ ດວງພະວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທັງເປັນປະທານຈັດການແຂ່ງຂັນ ລາວລີກ 2 ຊຽງຂວາງ,ຜູ້ຕາງໜ້າຄະນະສະຫະພັນບານເຕະແຫ່ງຊາດລາວ, ຄະນະຈັດການແຂ່ງຂັນ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ສະໂມສອນ ເມືອງຄໍາ ທີມແຊ້ມ ໄດ້ຮັບເງິນລາງວັນ 15 ລ້ານກີບ, ຂັນຊະນະເລີດ 1 ໜ່ວຍ ແລະ ຫຼຽນລະນຶກ, ແຟມມິລີ ຮອງແຊ້ມ ໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມຫຼຽນລະນຶກ, ສະໂມສອນ ພູຊຽງເຮືອງ ອັນດັບ 3 ໄດ້ຮັບເງິນລາງວັນ 5 ລ້ານກີບ.
ສະໂມສອນ ເມືອງຄໍາໃນຖານະທິມແຊ້ມຍັງໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2026/27ຕື່ມອີກ.
ຂ່າວ: ຄຸດ. ຄົນທໍາມະດາ
ຈັດວັນກິລາບານເຕະ ສຕລ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນທີ່ສູນຝຶກກິລາບານເຕະຈໍາປີ-ຈໍາປີ ຫຼັກ16
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດວັນກິລາບານເຕະ ສຕລ (LFF Football Day) ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1/6/2026) ທີ່ ສູນຝຶກກິລາບານເຕະ ຈໍາປີ-ຈໍາປີ ຫຼັກ 16ໃນວັນທີ 30 ພຶດສະພາ 2026 ຜ່ານມາ, ໂດຍການເຂົ້າຮ່ວມຂອງທ່ານ ວີເພັດ ສີຫາຈັກຣ ປະ ທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ພະນັກງານ ສຕລ ແລະ ພໍ່ແມ່ຜູ້ປົກຄອງ ນັກກິລາເຍົາວະຊົນເຂົ້າຮ່ວມ 400 ກວ່າຄົນຈາກ 21 ສະໂມສອນ.
ທ່ານ ວີເພັດ ສີຫາຈັກຣ ໄດ້ກ່າວວ່າ: ງານກິດຈະກຳ ວັນກິລາບານເຕະ ສຕລ ເຊິ່ງປີນີ້ ຖືເປັນປີທີ 4 ທີ່ ສຕລ ໄດ້ຈັດຕັ້ງປະຕິບັດ ໂດຍຄັ້ງທຳອິດແມ່ນເລີ່ມໃນປີ 2023. ພ້ອມດຽວກັນນັ້ນ, ເພື່ອໃຫ້ງານມີຄວາມໝາຍຄວາມສໍາຄັນຍິ່ງຂຶ້ນ ວັນກິລາບານເຕະ ສຕລ ຍັງກົງກັບວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ກໍຄື ວັນທີ 1 ມິຖຸນາ. ເພາະສະນັ້ນ ນອກຈາກການສ້າງກິດຈະກຳກິລາບານເຕະ ເພື່ອສົ່ງເສີມໃຫ້ ອະນຸຊົນ-ເຍົາວະຊົນ ຫັນມາອອກກຳລັງກາຍ ໃຫ້ສຸຂະພາບແຂງແຮງແລ້ວ ຍັງໄດ້ນໍາໃຊ້ເວລາວ່າງໃຫ້ເປັນປະໂຫຍດ ດ້ວຍການຫັນມາຫລີ້ນກິລາບານເຕະ ແລະ ເພື່ອເຮັດໃຫ້ເຂົາເຈົ້າໄດ້ຫ່າງໄກຈາກສິ່ງເສບຕິດຕ່າງໆ. ນອກນັ້ນ, ທາງ ສຕລ ຍັງແນ່ໃສ່ສ້າງປູກຈິດສໍານຶກໃຫ້ແກ່ ອະນຸຊົນ-ເຍົາວະຊົນ ໃຫ້ມີນໍ້າໃຈນັກກິລາ ຮູ້ຮັກແພງສາມັກຄີ, ຮັກການປູກຕົ້ນໄມ້ ແລະ ເອົາໃຈໃສ່ໃນວຽກປົກປັກຮັກສາສິ່ງແວດລ້ອມ ຫລື ສ້າງພື້ນທີ່ສີຂຽວໄປພ້ອມກັນ.
ຕະຫຼອດໄລຍະ 3 ປີຜ່ານມາ ສຕລ ໄດ້ພາກັນປູກຕົ້ນໄມ້ ຈຳນວນ 600 ກວ່າຕົ້ນ ແລະ ໃນປີນີ້ໄດ້ສືບຕໍ່ປູກຕົ້ນໄມ້ຕື່ມອີກ 200 ຕົ້ນ ທີ່ສູນຝຶກກິລາບານເຕະ ຈໍາປີ-ຈໍາປາ ເຊິ່ງປະກອບມີ ຕົ້ນດູ່, ຕົ້ນຝາງແດງ, ຕົ້ນຄູນ, ຕົ້ນໝາກມ່ວງ ແລະ ຕົ້ນໝາກໝີ້. ພາຍຫຼັງສິ້ນສຸດການປູກຕົ້ນໄມ້, ລູກໆຫລານໆ ຍັງໄດ້ມີກິດຈະກຳກິລາບານເຕະນຳຄະນະຄູຝຶກຈາກ ສຕລ ພ້ອມທັງໄດ້ມອບອຸປະກອນກິລາໃຫ້ບັນດາສະໂມສອນ ເພື່ອນໍາໃຊ້ເຂົ້າໃນ ການຮຽນ-ການສອນ ກິລາບານເຕະໃນຂົງເຂດທີ່ຕົນເອງໄດ້ຮັບຜິດຊອບ ເປົ້າໝາຍເພື່ອສ້າງນັກກິລາບານເຕະເຍົາວະຊົນໃຫ້ມີຈຳນວນເພີ້ມຂຶ້ນເລື້ອຍໆ.
ອອກມາຂະຫຍັບຮ່າງກາຍ World Football Week 2026
ອອກມາຂະຫຍັບຮ່າງກາຍ World Football Week 2026
ຈັດກິດຈະກໍາຝຶກສອນທັກສະບານເຕະຂັ້ນພື້ນຖານໃຫ້ເຍົາວະຊົນແຂວງອຸດົມໄຊ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບສະຫະພັນບານເຕະແຂວງອຸດົມໄຊ ສົມທົບ ກັບພະແນກສຶກສາທິການ ແລະ ກິລາແຂວງໄດ້ຈັດກິດຈະກຳຝຶກສອນທັກສະການຫຼີ້ນກິລາບານເຕະຂັ້ນພື້ນຖານ ( AFC Grassroots Football Day )ໃຫ້ບັນດານ້ອງໆເຍົາວະຊົນພາຍໃນແຂວງດັ່ງກ່າວຂື້ນເມື່ອຕອນເຊົ້າວັນທີ 23 ພຶດສະພາ 2026 ທີ່ສະໜາມກິລາບານເຕະແຂວງ,ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສຕລ, ທ່ານ ສີທອງ ທັນຂັນຕິ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຄໍາສຸກ ສຣິດທິລາດ ຮອງປະທານສະຫະພັນບານເຕະແຂວງອຸດົມໄຊ.
ຈຸດປະສົງແມ່ນເພື່ອເສີມສ້າງພັດທະນາກິລາບານເຕະຮຸ່ນສຶບທອດໃຫ້ເປີດກວ້າງໄປທົ່ວແຂວງແລະທົ່ວປະເທດ,ເພື່ອຮຽນຮູ້ແລະນຳໃຊ້ທັກສະກິລາບານເຕະຂັ້ນພື້ນຖານໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ມີຄວາມຄ່ອງແຄ້ວ,ພ້ອມນັ້ນກໍເປັນການປັບປຸງ ແລະ ພັດທະນາຄູຝຶກໃຫ້ມີຄວາມຮູ້ຄວາມສາມາດ ໃນການເຂົ້າຮ່ວມການຝຶກອົບຮົມຄູຝຶກລະດັບຊາດ ແລະລະດັບແຂວງຕື່ມອີກ,ທັງເປັນການຊອກຫານັກກິລາອະນຸຊົນ-ເຍົາວະຊົນທີ່ມີພອນສະຫວັນໃນດ້ານກິລາບານເຕະມາເປັນນັກກິລາສືບທອດ,ເປັນນັກກິລາທີ່ໜຸ່ມນ້ອຍມີທັກສະ ແລະສາມາດພັດທະນາຕົວເອງ ໃຫ້ກາຍເປັນນັກກິລາຕົວແທນໃນຂະແໜງການຕ່າງໆ ກ້າວໄປເປັນນັກກິລາທີມຂອງແຂວງ ແລະ ນັກກິລາທີມຊາດໃນອະນາຄົດ. ນອກນັ້ນການຫຼີ້ນກິລາຍັງເປັນການຝຶກຝົນໃຫ້ນ້ອງໆນັກຮຽນມີສຸຂະພາບແຂງແຮງ,ມີຄວາມສາມັກຄິຮັກແພງ,ມີນໍ້າໃຈນັກກິລາ,ມັກຮັກໃນການຫຼີ້ນກິລາບານເຕະແລະ ຫ່າງໄກຈາກສິ່ງເສບຕິດ,ອະບາຍຍະມຸກຕ່າງໆ.
ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ຍັງມີ ຄະນະສະຫະພັນບານເຕະແຂວງອຸດົມໄຊ, ຄະນະຮັບຜິດ ຊອບ,ຄູຝຶກ, ນັກກິລາລວມ 200 ກວ່າຄົນ ແລະ ພໍ່ແມ່ນັກກິລາ ເຂົ້າຮ່ວມງານ.
ພາບຄວາມປະທັບໃຈ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026
ພາບຄວາມປະທັບໃຈ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026
#FIFA #FIFALeagueDevelopment #LAOFOOTBALLFEDERATION
#LeagueDevelopment #LAOWOMENFOOTBALL
#LFFU16GirlsChampionship #LAOTELECOM #EVO
ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026 ຮອບຊີງຊະນະເລີດ ສະໂມສອນບານເຕະ ມາດສເຕີ ພົບ ສະໂມສອນບານເຕະ ເອັສອີຊີ ຢູໄນເຕັດ
ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026 ຮອບຊີງຊະນະເລີດ
FINAL LFF U-16 GIRLS' CHAMPIONSHIP 2026
🗓 ວັນສຸກ 15/05/2026
⏱ ເວລາ 16:00 ສະໂມສອນບານເຕະ ມາດສເຕີ ພົບ ສະໂມສອນບານເຕະ ເອັສອີຊີ ຢູໄນເຕັດ
🏟 ແຂ່ງຂັນຢູ່ທີ່ສະຫນາມກິລາສູນຝຶກ ສຕລ ສະຫນາມ 1
📌 ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE)
🎥 ຖ່າຍທອດສົດຜ່ານທາງຢູທູບ ສະຫະພັນບານເຕະແຫ່ງຊາດລາວ LAOFF TV
#FIFA #FIFALeagueDevelopment #LAOFOOTBALLFEDERATION
#LeagueDevelopment #LAOWOMENFOOTBALL
#LFFU16GirlsChampionship #LAOTELECOM #EVO
ໄຮໄລ ວິດີໂອ ການເຄື່ອນໄຫວວຽກງານຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2025 #LAOFOOTBALLFEDERATION
ໄຮໄລ ວິດີໂອ ການເຄື່ອນໄຫວວຽກງານຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2025
#LAOFOOTBALLFEDERATION