12 ຄູຝຶກສອບເສັງຜ່ານລະດັບໂປຣລາຍເຊັນ

09/11/2026

         ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດພິທີມອບໃບປະກາດ ຄູຝຶກລະດັບ ໂປຣ (LFF/AFC – Pro Diploma Coaching Course) ຂຶ້ນໃນວັນທີ 06 ພະຈິກ 2026 ຜ່ານມາ ຢູ່ທີ່ໂຮງແຮມແລນມາກ ໂດຍການໃຫ້ກຽດມອບໃບປະກາດໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, 

         ການຝຶກອົບຮົມ ຫຼັກສູດ “ຄູຝຶກບານເຕະ ລະດັບ Pro License” ແມ່ນໄດ້ຈັດຂຶ້ນເປັນຄັ້ງທໍາອິດໃນ ສປປ ລາວ ໂດຍໄດ້ມີຮັບຮອງຢ່າງເປັນທາງການຈາກ ສະຫະພັນບານເຕະອາຊີ (AFC) ແລະ ໄດ້ໃຊ້ເວລາຝຶກ ແຕ່ວັນທີ 14 ກໍລະກົດ 2025 ຫາ 30 ມິຖຸນາ 2026. ຫຼັກສູດນີ້ ຜູ້ເຂົ້າຮ່ວມໄດ້ລົງເລິກດ້ານດ້ານທິດສະດີ, ພາກການປະຕິບັດຕົວຈິງ, ການວາງແຜນຝຶກຊ້ອມ, ແຜນພັດທະນານັກກິລາທີ່ຕ້ອງປະສານງານຄູ່ກັບພາກການບໍລິຫານ ແລະ ເຮັດບົດວິພາກໂດຍຜ່ານການສຳພາດຈາກຄູຝຶກສອນ ກ່ອນຈະສາມາດຈົບຫຼັກສູດສົມບູນ. ນອກນັ້ນ, ຍັງໄດ້ເດີນທາງໄປທັດສະນະສຶກສາແລກປ່ຽນ ທີ່ ປະເທດ ຊາອຸດິອາຣາເບຍ ແລະ ປະເທດ ກາຕ້າ ໃນຊ່ວງເດືອນທັນວາ ປີ 2025. 

ຫຼັກສູດນີ້ມີຜູ້ເຂົ້າຮ່ວມທັງໝົດ 12 ຄູຝຶກ ສອບເສັງຜ່ານ 100%, ໃນນີ້ມີຕົວແທນຈາກ ສປປ ລາວ ຈໍານວນ 6 ທ່ານ (ຍິງ 1 ທ່ານ) ແລະ ຄູຝຶກຕ່າງປະເທດ ຈໍານວນ 6 ທ່ານ, ໂດຍມີລາຍຊື່ດັ່ງລຸ່ມນີ້:

1. ທ່ານ ຈັນດາລາພອນ ລຽບວິໄຊ ຈາກ ສະໂມສອນ ບານເຕະ ເອສະຣາ

2. ທ່ານ ໂອເລ້ ບູສະອາດ ຈາກ ສະໂມສອນ ບານເຕະ ມັດສະດ້າ ຈີບີ

3. ທ່ານ ກັນລະຍາ ສີສົມຫວັງ, ຫົວໜ້າຄູຝຶກ ທີມຊາດ U20 ສະຫະພັນບານເຕະແຫ່ງຊາດລາວ 

4. ທ່ານ ຄໍາໃສ ຈັນທະວົງ ຈາກ ສະໂມສອນ ບານເຕະ ຫຼວງພະບາງ ຟຟລ

5. ທ່ານ ນ. ພອນທິບ ແສງມະນີ, ຫົວໜ້າຄູຝຶກທີມຊາດຍິງ ແລະ ເຍົາວະຊົນຍິງ ຮຸ່ນ U17 ປີ, ສະຫະພັນບານເຕະແຫ່ງຊາດລາວ 

6. ທ່ານ ວົງມີໄຊ ສຸບົວຄຳ ຈາກ ສະໂມສອນ ບານເຕະ ມັດສະດ້າ ຈີບີ

7. ທ່ານ Supachai Komsilp ຈາກ ປະເທດ ໄທ

8. ທ່ານ Hok Sochetra ຈາກ ປະເທດ ກໍາປູເຈຍ

9. ທ່ານ Lizuka Koichiro ຈາກ ປະເທດ ຍີ່ປຸ່ນ

10. ທ່ານ Mohd Noh Alam Shah ຈາກ ປະເທດ ສິງກະໂປ

11. ທ່ານ Mohammad Isa Bin Abdul Halim ຈາກ ປະເທດ ສິງກະໂປ

12. ທ່ານ Arulchelvan A/L Ilenggo ຈາກ ປະເທດ ມາເລເຊຍ

        ແອັດມິນຂໍສະແດງຄວາມຍິນດີນຳທຸກໆທ່ານ ແລະ ຫວັງວ່າຈະໄດ້ເຮັດປະກົດການໃໝ່ໃນວົງການກິລາບານເຕະລາວຈາກຄູຝຶກລະດັບໂປຣທຸກໆທ່ານໃນອານາຄົດ.  


 ຂ່າວ: ທິບພະກອນ ພະກາສີ

 ພາບ: ສົມຫວັງ ຂະນີແກ້ວ