News
News Cover

ກໍາມະການຕັດສິນກຽມພ້ອມຮັບໃຊ້ການແຂ່ງຂັນກິລາບານເຕະລາວລີກຍິງ 2023 ທີ່ຈະເປີດສາກ 21 ຕຸລານີ້

18/10/2023

ກໍາມະການຕັດສິນກຽມພ້ອມຮັບໃຊ້ການແຂ່ງຂັນກິລາບານເຕະລາວລີກຍິງ 2023 ທີ່ຈະເປີດສາກ 21 ຕຸລານີ້.

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສໍາເລັດການຝຶກອົບຮົມກໍາມະການຕັດສິນການແຂ່ງຂັນກິລາບານເຕະລາວລີກຍິງ 2023 ຕອນແລງວັນທີ 18 ສິງຫາ 2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກ່າວປິດພິທີຂອງທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ.

ໃນໂອກາດນີ້ ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ສະແດງຄວາມຊົມເຊີຍມາຍັງຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້ ແລະ ຮຽກຮ້ອງໃຫ້ທຸກທ່ານທີ່ຜ່ານການຝຶກອົບຮົມໃຫ້ສຶບຕໍ່ພັດທະນາຝຶກຝົນຕົນເອງໃຫ້ປະສົບຜົນສໍາເລັດໃນການເຂົ້າຮ່ວມເປັນກໍາມະການຕັດສິນໃນການແຂ່ງຂັນ ລາວລີກຍິງ 2023 ຊຶ່ງເປັນຄັ້ງປະຫວັດສາດຂອງການຈັດການແຂ່ງຂັນກິລາບານເຕະລາວລີກຍິງຂອງສປປລາວ,ຂໍໃຫ້ທຸກທ່ານຈົ່ງຕັ້ງໃຈແລະ ມີຜົນສຳເລັດໃນການເປັນກໍາມະການຕັດສິນ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 3ວັນ ແຕ່ວັນທີ 16-18 ຕຸລາ 2023,ເຊິ່ງມີນັກຝຶກອົບຮົມເຂົ້າຮ່ວມທັງໝົດ26 ຄົນ.ເຂົ້າຮວ່ມກອງປະຊຸມນີ້ຍັງມີທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນແລະວິຊາການພະແນກກໍາມະການຕັດສິນສຕລ.

 ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 Lao Women's League 2023 ຈະເລີ່ມເປີດສາກຢ່າງເປັນທາງການໃນວັນເສົາ 21/10/2023 ເຊິ່ງໃຊ້ສະຫນາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະຫນາມ 1 ແລະ ສະຫນາມ 2 ເປັນສະຫນາມທີ່ແຂ່ງຂັນໂດຍມີທີມເຂົ້າຮ່ວມທັງຫມົດ 8 ທີມປະກອບມີ:

1. ຊ້າງນ້ອຍ

2. ມາສເຕີ້ ເຊເວັ້ນ

3. ເອສະຣາ

4. ກອງທັບ

5. ຫຼວງພະບາງ

6. ຈຳປາສັກ

7. ນໍ້າທາ

8. ວຽງຈັນ

ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE) ແລະ ສາມາດຮັບຊົມ

ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ Application LTC PLAY.

News Cover

ທີມຊາດລາວເຂົ້າຮວ່ມກອງປະຊຸມເຕັກນິກກ່ອນການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ ນັດທີ 2

16/10/2023

ທີມຊາດລາວເຂົ້າຮວ່ມກອງປະຊຸມເຕັກນິກກ່ອນການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2

ຕອນເຊົ້າຂອງວັນທີ 16 ຕຸລາ 2023 ທີ່ຫ້ອງປະຊຸມ ໂຮງແຮມແລນມາກ ,ຄະນະກຳມະການແຂ່ງຂັນໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບການແຂ່ງຂັນ,ກ່ອນການການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ ນັດທີ 2 ລະຫວ່າງ ທີມຊາດລາວ ພົບກັບ ທີມຊາດເນປານ

ທີມຊາດລາວຈະໃສ່ຊຸດສີແດງ, ສ່ວນທີມຊາດເນປານ ຈະໃສ່ຊຸດສີຟ້າ.

ສຳລັບລະບຽບການແຂ່ງຂັນຮອບຄັດເລືອກ ແມ່ນບໍ່ນັບກົດປະຕູທີມເຢືອນ Away Goal ຖ້າຫາກສະເຫມີກັນແມ່ນຕ້ອງໄດ້ຕໍ່ເວລາພິເສດ 30 ນາທີ ຖ້າຫາກຍັງສະເຫມີກັນອິກ ແມ່ນຕ້ອງຕັດສິນດ້ວຍການເຕະຈຸດໂທດ ເພື່ອຫາທີມທີ່ຊະນະ ຜ່ານເຂົ້າສູ່ຮອບແບ່ງກຸ່ມ.

🏆 ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2

📅 ວັນອັງຄານ 17/10/2023

⏰ ເວລາ 19:00 ໂມງ

🏟️ ສະຫນາມກິລາແຫ່ງຊາດຫຼັກ 16

📺 ຖ່າຍທອດສົດ ໂທລະພາບແຫ່ງຊາດລາວຊ່ອງ 3 LNTV 3 HD

⭐ ລາຄາບັດເຂົ້າຊົມ 20.000ກີບ ທຸກບ່ອນນັ່ງ

ນັດທີ 2 ສາມາດຊື້ໄດ້ ທີ່ ສະຫະພັນບານເຕະແຫ່ງຊາດລາວ ຫ້ວຍຫົງ ແລະ ສະໜາມກິລາແຫ່ງຊາດ (ຫຼັກ16) ໃນມື້ແຂ່ງຂັນ

ຕິດຕໍ່ສອບຖາມທີ່ 020 5541 4619.

#FIFAWorldCup

#AsianCup2027

#LAOSNATIONALTEAM

News Cover

ຝຶກອົບຮົມກຳມະການຕັດສິນ ເພື່ອກະກຽມ ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 ທີ່ຈະເປີດສາກຂຶ້ນໃນທ້າຍອາທິດນີ້

16/10/2023

ຕອນເຊົ້າ ວັນທີ 16 ຕຸລາ 2023 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີເປີດ ຊຸດຝຶກອົບກຳມະການຕັດສິນ ເພື່ອກະກຽມ ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 Lao Women's League 2023 ໂດຍເຂົ້າຮ່ວມພິທີເປີດໂດຍມີ ທ່ານ ຄໍາແພງ ວົງຂັນຕິ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວໜ້າຫ້ອງການນິຕິກຳ ແລະ ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 24 ຄົນ ເປັນຍິງ 7 ຄົນ.

 ທ່ານ ຄຳແພງ ວົງຂັນຕີ ໄດ້ກ່າວວ່າ: ຖືວ່າເປັນໂອກາດດີອັນຫນຶ່ງຂອງ ສະຫະພັນບານເຕະແຫ່ງຊາດລາວ ເວົ້າລວມ ເວົ້າສະເພາະກໍຄືບານເຕະຍິງ ທີ່ທາງພວກເຮົາມີິຄວາມສາມາດຈັດການແຂ່ງຂັນຂຶ້ນ ເຊິ່ງເປັນຄັ້ງທຳອິດທີ່່ຈັດລາຍການແຂ່ງຂັນນີ້ຂຶ້ນ ສະນັ້່ນຂໍສະເຫນີໃຫ້ກຳມະການຕັດສິນທີ່ຝຶກອົບຮົມຄັ້ງດັ່ງກ່າວໃຫ້ເອົາໃຈໃສ່ໃຫ້ລະອຽດກ່ຽວກັບກົດລະບຽບກະຕິກາຕ່າງໆ

 ສຳລັບຈຸດປະສົງແມ່ນກໍເພື່ອກະກຽມຄວາມພ້ອມເຂົ້າຮ່ວມຕັດສິນ ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023, ກຽມຄວາມພ້ອມທາງດ້ານກະຕິການ, ພາລະກໍາລັງ ເຊິ່ງການຝຶກອົບຮົມແມ່ນໄດ້ດໍາເນີນການຝຶກອົບຮົມ 3 ມື້ຄື: ນັບຕັ້ງແຕ່ວັນທີ 16 -18 ຕຸລາ 2023.

  ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 Lao Women's League 2023 ຈະເລີ້ມເປີດສາກຄວາມມັນໃນວັນເສົາ 21/10/2023 ເຊິ່ງໃຊ້ສະຫນາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະຫນາມ 1 ແລະ ສະຫນາມ 2 ເປັນສະຫນາມທີ່ແຂ່ງຂັນໂດຍມີທີມເຂົ້າຮ່ວມທັງຫມົດ 8 ທີມປະກອບມີ:

1. ຊ້າງນ້ອຍ

2. ມາສເຕີ້ ເຊເວັ້ນ

3. ເອສະຣາ

4. ກອງທັບ

5. ຫຼວງພະບາງ

6. ຈຳປາສັກ

7. ນໍ້າທາ

8. ວຽງຈັນ

ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມຟຣີ ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ Application LTC PLAY.


News Cover

ເປິດຂາຍບັດເຂົ້າຊົມ ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2

16/10/2023

ເປິດຂາຍບັດເຂົ້າຊົມ 🏆 ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2

⭐ ລາຄາບັດເຂົ້າຊົມ 20.000ກີບ ທຸກບ່ອນນັ່ງ

ນັດທີ 2 ລາວ ພົບ ເນປານ ວັນທີ 17 ຕຸລາ 2023

ເວລາ 19:00 ທີ່ ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

ສາມາດຊື້ໄດ້ ທີ່ ສະຫະພັນບານເຕະແຫ່ງຊາດລາວ ຫ້ວຍຫົງ

ແລະ ສະໜາມກິລາແຫ່ງຊາດ (ຫຼັກ16)

ຕິດຕໍ່ສອບຖາມທີ່ 020 5541 4619.

#FIFAWorldCup

#AsianCup2027

#LAOSNATIONALTEAM

News Cover

ຮັກລາວ ຕ້ອງໃສ່ເສື້ອທີມຊາດລາວ

15/10/2023

👉 ຂ່າວດີ ສຳລັບແຟນບານ ທ່ານໃດທີ່ໃສ່ເສື້ອທີມຊາດລາວ ທຸກລຸ້ນ ເຊິ່ງເປັນລຸ້ນໃດກໍໄດ້ ແມ່ນສາມາດຮັບບັດເຂົ້າຮັບຊົມການແຂ່ງຂັນ

👉 ( ຟຣີ ) ສາມາດຮັບບັດໄດ້ຢູ່ທີ່ຫນ້າສະຫນາມໃນມື້ແຂ່ງຂັນ ໂດຍໄດ້ແບ່ງອອກ ເປັນ 2 ບູ໋ດ .

1. ສຳລັບຂາຍບັດເຂົ້າຊົມ ລາຄາບັດເຂົ້າຊົມ 20.000ກີບ ທຸກບ່ອນນັ່ງ.

2. ສຳລັບແລກບັດເຂົ້າຊົມ ( ຟຣີ ) ສຳລັບຜູ້ໃສ່ເສື້ອທີມຊາດລາວ.

ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2 ວັນທີ 17/10/2023 ເວລາ 19:00 ທີມຊາດລາວ ພົບ ທີມຊາດເນປານ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16

ແລ້ວພົບກັນ ! ມາຮ້ອງສຽງເຊຍໄປພ້ອມໆກັນ !

#FIFAWorldCup

#AsianCup2027

#LAOSNATIONALTEAM

#LAOFOOTBALLFEDERATION

News Cover

ທິີມຊາດເນປານ ສະເຫມີ ທີມຊາດລາວ 1-1

12/10/2023

ການແຂ່ງຂັການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 1

ວັນທີ 12/10/2023

ທິີມຊາດເນປານ ສະເຫມີ ທີມຊາດລາວ 1-1

- ເນປານ ໄດ້ປະຕູຈາກ: ເບີ 14 ANJAN ນາທີ 49'

- ລາວ ໄດ້ປະຕູຈາກ: ເບີ 17 ບຸນພະຈັນ ບຸນກອງ ນາທີ 33'

🏆 ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2

📅 ວັນອັງຄານ 17/10/2023

⏰ ເວລາ 19:00 ໂມງ

🏟️ ສະຫນາມກິລາແຫ່ງຊາດຫຼັກ 16

#FIFAWorldCup

#AsianCup2027

#LAOSNATIONALTEAM

#LAOFOOTBALLFEDERATION

News Cover

ສຕລ ຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ

09/10/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກກິລາບານເຕະ ລະດັບຊີ(c)ຂື້ນໃນຕອນເຊົ້າວັນທີ 9 ຕຸລາ 2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະ ແຂວງຈຳປາສັກ ,ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ດຣ ເພັດສາຄອນ ຄະນະບໍລິຫານງານສະຫະພັນບານເຕະແຂວງຈຳປາສັກ.


ທ່ານ ເພັດສາຄອນ ໄດ້ກ່າວເປີດພິທີໂດຍໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການຝຶກອົບຮົມຄັ້ງນີ້,ລວມທັງບົດບາດຄວາມສໍາຄັນຂອງໂຄສບານເຕະ,ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າຮວ່ມການຝຶກອົບຮົມທຸກທ່ານຈົ່ງຕັ້ງໃຈຮຽນຮູ້ແລກ ປ່ຽນບົດຮຽນ,ປະສົບການ ເພື່ອນໍາເອົາບົດຮຽນໃນການຝຶກອົບຮົມຄັ້ງນີ້ ໄປນໍາໃຊ້ໃຫ້ເກີດປະໂຫຍດຫຼາຍເທົ່າທີ່ຈະຫຼາຍໄດ້ເພື່ອພັດທະນາວົງການບານເຕະລາວໃຫ້ກ້າວໄປໃນຕໍ່ໜ້າ.


ໄລຍະການຝຶກອົບຮົມໄດ້ແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີໃນຫ້ອງຮຽນແລະພາກປະຕິບັດຕົວຈິງໃນພາກສະໜາມ,ສຳລັບການຝຶກອົບຮົມແມ່ນຈະດຳເນີນວັນທີ 09 ຕຸ ລາ ໄປຈົນຮອດວັນທີ20 ຕຸລາ 2023.


ເຂົ້າຮວ່ມກອງປະຊຸມນີ້ຍັງມີທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກປະເທດລາວ ແລະ ທ່ານHerman Zalaini ຫົວຫນ້າພັດທະນາຄູຝຶກ ຈາກປະເທດ ສິງກະໂປພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງແລະນັກສຳມະກອນຈໍານວນ 24 ທ່ານ,ມາຈາກປະເທດໄທ 6 ທ່ານ.




#LaoFootballFederation


#LFFCoachEducation



News Cover

ປະ​ກາດ​ລາຍ​ຊື່​ນັກ​ກິ​ລາ 23 ຄົນ​ສຸດ​ທ້າຍ​ເຂົ້າ​ຮ່ວມ ແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ ( FIFA World Cup 2026 Preliminary Joint Qualification R1 )

09/10/2023

ທີມຊາດລາວ ຊຸດໃຫຍ່ ໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 15 ກັນຍາ 2023 ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ໂດຍແມ່ນ ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ ທີມ​ຊາດ​ລາວ ຊຸດ​ໃຫຍ່ ໃນເບື້ອງຕົ້ນໄດ້ຄັດເລືອກນັກກິລາ 33 ຄົນ ປັດຈຸບັນ ສາມາດຄັດເລືອກນັກກິລາ 23 ຄົນສຸດທ້າຍກ່ອນ.

ສຳ​ລັ​ບ​ລາຍ​ຊື່ ຄະ​ນ​ະ​ນຳ, ຄະ​ນະ ຄູ​ຝຶກ ມີ​ດັ່ງ​ນີ້:

1. ທ່ານ ຄຳ​ໄພ່ ປ​ຣະ​ເສີດ ຮອງ​ປະ​ທານ ສ​ະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ຫົວ​ຫນ້າ​ຄະ​ນະ

2. ທ່ານ ຖາ​ວອນ ຫຼວງ​ຈັນ​ດາ​ວົງ ຄະ​ນະ​ບໍ​ລິ​ຫານ​ສ​ະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ຮອງ​ຫົວ​ຫນ້າ​ຄະ​ນະ

3. ທ່ານ ກັນ​ລະ​ຍາ ສີ​ສົມ​ຫວັງ ຫົວ​ຫນ້າ​ຄູ​ຝຶກ

4. ທ່ານ ພຸດ​ປະ​ສົງ ແສງ​ດາ​ລາ​ວົງ ຜູ້​ຊ່ວຍ​ຄູ​ຝຶກ

5. ທ່ານ ວຽງ​ສະ​ຫວັນ ໄຊ​ຍະ​ບູນ ຜູ້​ຊ່ວຍ​ຄູ​ຝຶກ

6. ທ່ານ ຈັນ​ທະ​ຄາດ ສ່ຽນ​ຜ່ອງ​ໃສ ຄູ​ຝຶກ​ຜູ້​ຮັກ​ສາ​ປະ​ຕູ

7. ທ່ານ ນີ​ຕ້າ ທັດ​ສະ​ນີ​ທອນ ຜູ້​ຈັດ​ການ​ທີມ

8. ທ່ານ ອຸດ​ຕະ​ມະ ຂ​າງ​ມະ​ນີວົງ ບໍ​ລິ​ຫານ​ທີມ

9. ທ່ານ ດ​ຣ ບົວພັນ ສີ​ຫາ​ວົງ ທີມ​ແພດ

10. ທ່ານ ບັນ​ຈົງ ຈິນ​ດາ ທີມ​ແພດ

11. ທ່ານ ຈັນ​ທິດ ອິນ​ໃຈ ທີມ​ແພດ

12. ທ່ານ ທິບ​ພະ​ກອນ ພະ​ກາ​ສີ ສື່ມວນຊົນ

13. ທ່ານ ສະ​ໄຫວ ໂອ​ລະ​ໄທ ອຸ​ປະ​ກອນ

ສຳລັບລາຍຊື່ 23 ຄົນ ມີລາຍຊື່ດັ່ງລຸ່ມນີ໊:

+ ຜູ້ຮັກສາປະຕູ

1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ

2. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

3. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນກິລາບານເຕະ ນ້ຳທາ

+ ກອງຫຼັງ

4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ

5. ອານັນຕະຊາ ສິພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ

6. ອາພີໄຊ ທານະຂັນຕີ ຈາກ ສະໂມສອນກິລາບານເຕະ ເອສະຣາ

7. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

8. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ

9. ທິບພະຈັນ ອິນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

10.ແສງດາວວີ ຫັນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

11. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນກິລາບານເຕະ ນ້ຳທາ

12. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອກິລາບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )

+ ກອງກາງ

13. ໄມເຄີນ ວາງ ຈາກ ສະໂມສອນ PORTLAND TIMBERS2 ( ປະເທດ ອາເມຣີກາ )

14. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ

15. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ

16. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ

17. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ

18. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

19. ພຸດດາວີ ພົມມະສານ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

+ ກອງຫນ້າ

20. ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )

21.ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ

22.ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

23.ກີ້ດາວອນ ສຸວັນນີ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

  ​ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.

  ​ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.

  ​ທີມຊາດລາວ ພົບກັບ ທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ເວ​ລາ 18:45 ( ເວ​ລາ​ຢູ່​ລາວ ) ຢູ່ທີ່ສະ​ຫນາມ ​Dashrath Stadium, Kathmandu ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ເວ​ລາ 19:00 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

 ​ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ.

#FIFAWorldCup

#AsianCup2027

#LAOSNATIONALTEAM

#LAOFOOTBALLFEDERATION

News Cover

ເລຂາທິການ ສຕລ ຮ່ວມບັນລະຍາຍໃນກອງປະຊູມ AFC Member Associations & Regional Associations Presidents’ and General Secretaries Conference 2023 ທີ່ປະເທດອຸດສະເບກິດສະຖານ

09/10/2023

ສະຫະພັນບານເຕະອາຊີ (AFC) ໄດ້ຈັດກອງປະຊຸມປະທານ ແລະ ເລຂາທິການ ສະຫະພັນບານເຕະ ຄັ້ງທໍາອິດ ໃນວັນທີ 7-8 ຕຸລາ 2023 ທີ່ນະຄອນຫຼວງທັດສະເກັ້ນ, ປະເທດອຸດສະເບກິດສະຖານ ໂດຍມີບັນດາປະທານ ແລະ ເລຂາທິການ ສະຫະພັນບານເຕະປະເທດສະມາຊິກ ແລະ 5 ສະຫະພັນບານເຕະພາກພື້ນ ຂອງ AFC ເຂົ້າຮ່ວມ ເຊິ່ງໄດ້ມີການບັນລະຍາຍໃນຫຼາຍຫົວຂໍ້ກ່ຽວກັບການບໍລິຫານອົງກອນກິລາບານເຕະຢ່າງມີປະສິດທິພາບ ແລະ ປະສິດທິຜົນ ຈາກຜູ້ບັນລະຍາຍທີ່ມີຄວາມສາມາດ ແລະ ປະສົບການໃນວົງການກິລາບານເຕະທົ່ວໂລກ. ໃນກອງປະຊຸມຄັ້ງນີ້ ທ່ານ ນາງ ກັນຍາ ແກ້ວມະນີ, ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຄະນະບໍລິຫານງານ FIFA ແລະ AFC ໄດ້ຖືກຮັບເຊີນໃຫ້ເປັນໜຶ່ງໃນຜູ້ບັນລະຍາຍ ໃນຫົວຂໍ້ Shattering Barriers: Redefining Success in Women’s Football Leadership. 




ທ່ານສາມາດ ເຂົ້າເບິ່ງວີດີໂອກອງປະຊຸມຍ້ອນຫຼັງໄດ້ທີ່ລິ້ງລຸ່ມນີ້:


https://www.youtube.com/live/1M_xMBhZcyg?si=qQqo1BuQWveBqhtM

News Cover

ປະ​ກາດ​ລາຍ​ຊື່​ນັກ​ກິ​ລາ 23 ຄົນ​ສຸດ​ທ້າຍ​ເຂົ້າ​ຮ່ວມ ແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ ( FIFA World Cup 2026 Preliminary Joint Qualification R1 )

09/10/2023

ທີມຊາດລາວ ຊຸດໃຫຍ່ ໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 15 ກັນຍາ 2023 ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ໂດຍແມ່ນ ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ ທີມ​ຊາດ​ລາວ ຊຸດ​ໃຫຍ່ ໃນເບື້ອງຕົ້ນໄດ້ຄັດເລືອກນັກກິລາ 33 ຄົນ ປັດຈຸບັນ ສາມາດຄັດເລືອກນັກກິລາ 23 ຄົນສຸດທ້າຍກ່ອນ.

ສຳ​ລັ​ບ​ລາຍ​ຊື່ ຄະ​ນ​ະ​ນຳ, ຄະ​ນະ ຄູ​ຝຶກ ມີ​ດັ່ງ​ນີ້:

1. ທ່ານ ຄຳ​ໄພ່ ປ​ຣະ​ເສີດ ຮອງ​ປະ​ທານ ສ​ະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ຫົວ​ຫນ້າ​ຄະ​ນະ

2. ທ່ານ ຖາ​ວອນ ຫຼວງ​ຈັນ​ດາ​ວົງ ຄະ​ນະ​ບໍ​ລິ​ຫານ​ສ​ະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ຮອງ​ຫົວ​ຫນ້າ​ຄະ​ນະ

3. ທ່ານ ກັນ​ລະ​ຍາ ສີ​ສົມ​ຫວັງ ຫົວ​ຫນ້າ​ຄູ​ຝຶກ

4. ທ່ານ ພຸດ​ປະ​ສົງ ແສງ​ດາ​ລາ​ວົງ ຜູ້​ຊ່ວຍ​ຄູ​ຝຶກ

5. ທ່ານ ວຽງ​ສະ​ຫວັນ ໄຊ​ຍະ​ບູນ ຜູ້​ຊ່ວຍ​ຄູ​ຝຶກ

6. ທ່ານ ຈັນ​ທະ​ຄາດ ສ່ຽນ​ຜ່ອງ​ໃສ ຄູ​ຝຶກ​ຜູ້​ຮັກ​ສາ​ປະ​ຕູ

7. ທ່ານ ນີ​ຕ້າ ທັດ​ສະ​ນີ​ທອນ ຜູ້​ຈັດ​ການ​ທີມ

8. ທ່ານ ອຸດ​ຕະ​ມະ ຂ​າງ​ມະ​ນີວົງ ບໍ​ລິ​ຫານ​ທີມ

9. ທ່ານ ດ​ຣ ບົວພັນ ສີ​ຫາ​ວົງ ທີມ​ແພດ

10. ທ່ານ ບັນ​ຈົງ ຈິນ​ດາ ທີມ​ແພດ

11. ທ່ານ ຈັນ​ທິດ ອິນ​ໃຈ ທີມ​ແພດ

12. ທ່ານ ທິບ​ພະ​ກອນ ພະ​ກາ​ສີ ສື່ມວນຊົນ

13. ທ່ານ ສະ​ໄຫວ ໂອ​ລະ​ໄທ ອຸ​ປະ​ກອນ

ສຳລັບລາຍຊື່ 23 ຄົນ ມີລາຍຊື່ດັ່ງລຸ່ມນີ໊:

+ ຜູ້ຮັກສາປະຕູ

1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ

2. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

3. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນກິລາບານເຕະ ນ້ຳທາ

+ ກອງຫຼັງ

4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ

5. ອານັນຕະຊາ ສິພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ

6. ອາພີໄຊ ທານະຂັນຕີ ຈາກ ສະໂມສອນກິລາບານເຕະ ເອສະຣາ

7. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

8. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ

9. ທິບພະຈັນ ອິນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

10.ແສງດາວວີ ຫັນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

11. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນກິລາບານເຕະ ນ້ຳທາ

12. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອກິລາບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )

+ ກອງກາງ

13. ໄມເຄີນ ວາງ ຈາກ ສະໂມສອນ PORTLAND TIMBERS2 ( ປະເທດ ອາເມຣີກາ )

14. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ

15. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ

16. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ

17. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ

18. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

19. ພຸດດາວີ ພົມມະສານ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

+ ກອງຫນ້າ

20. ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )

21.ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ

22.ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

23.ກີ້ດາວອນ ສຸວັນນີ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

  ​ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.

  ​ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.

  ​ທີມຊາດລາວ ພົບກັບ ທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ເວ​ລາ 18:45 ( ເວ​ລາ​ຢູ່​ລາວ ) ຢູ່ທີ່ສະ​ຫນາມ ​Dashrath Stadium, Kathmandu ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ເວ​ລາ 19:00 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

 ​ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ.

#FIFAWorldCup

#AsianCup2027

#LAOSNATIONALTEAM

#LAOFOOTBALLFEDERATION

News Cover

ສຕລ ຈັດງານວັນກິລາບານເຕະທົ່ວປະເທດປະຈຳປີ 2023

07/10/2023

ໃນຕອນເຊົ້າວັນທີ 7 ຕຸລາ 2023 ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດງານວັນກິລາບານເຕະຂື້ນພ້ອມກັນທົ່ວປະເທດ. ເພື່ອເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດແລະສົ່ງເສີມການຫຼີ້ນກິລາຜ່ານກິລາບານເຕະໃຫ້ແກ່ລູກຫຼານອະນຸຊົນລາວແລະ ເປັນການເຕົ້າໂຮມບັນດາທ່ານທີ່ມີນໍ້າໃຈມັກຮັກໃນກິລາບານເຕະມາຮ່ວມກັນ ເພື່ອສ້າງກິດຈະກໍາດີໆໃນການພັດທະນາກິລາບານເຕະທົ່ວປະເທດ, ຊຶ່ງກິດຈະກຳຄັ້ງນີ້ ແມ່ນເປັນການຈັດຂື້ນຮ່ວມກັນລະຫວ່າງ ສຕລແລະ ສະຫະພັນບານເຕະແຂວງທັງ18ແຂວງ, ໃນງານດັ່ງກ່າວ ຍັງໄດ້ຮັບການປະກອບສ່ວນອຸປະຖໍາເສື້ອຈໍານວນ 2500 ໂຕ ລວມມູນຄ່າ 83ລ້ານກວ່າກີບ ຈາກທະນາຄານ ມາຣູຮານ ເຈແປນ ລາວ.

 ພ້ອມນັ້ນ, ເປົ້າໝາຍຫຼັກຂອງການຈັດງານແມ່ນເພື່ອສ້າງຄວາມສາມັກຄີ, ຄວາມມ່ວນຊື່ນແລະ ການຮຽນຮູ້ກັບການແຂ່ງຂັນແກ່ນນັກກິລາເອງຕະຫຼອດຮອດຄອບຄົວແລະ ແຟນບານ.


News Cover

ຄິງດອມ ເອົາຊະນະ ຈັນທະບູລີ 2-1 ສົ່ງຜົນໃຫ້ HBT 941 ຄວ້າແຊ້ມ ນະຄອນຫລວງລີກ 2( Vientiane Capital League 2)ຢ່າງແນ່ນອນ

06/10/2023

ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫລວງວຽງຈັນ ປະຈໍາປີ 2023 ນັດຕົກຄ້າງວັນທີ 4 ຕຸລານີ້, ຄິງດ໋ອມ ຢູໄນເຕັດ ທີມອັນດັບ 2 ພົບກັບ ຈັນທະບູລີ ທີມອັນດັບ 6 ທີ່ຍັງບໍ່ເສຍໃຫ້ທີມໃດ, ນັດນີ້ ຄິງດ໋ອມ ເປັນຝ່າຍຂຶ້ນນຳກ່ອນຈາກ ນະລິນ ຫຼວງສີສົມບັດ ນາທີ 7', ຈັນທະບູລີ ໄດ້ປະຕູຕີສະເໝີຈາກ ທິບພະຈັນ ຄຳໃບອ່ອນ ນາທີ 51', ແຕ່ ຄິງດ໋ອມ ມາໄດ້ປະຕູໄຊ ຈາກ ອານຸລັກ ວັນນະລາດ ກອງຫຼັງຈັນທະບູລີ ສະກັດເຂົ້າປະຕູຕົວເອງ ນາທີ 90', ຈົບເກມ ຄິງດ໋ອມ ເອົາຊະນະ ຈັນທະບູລີ 2-1. ສົ່ງຜົນໃຫ້ ຄິງດ໋ອມ ແຂ່ງຄົບ 22 ນັດ ມີ 44 ຄະແນນ, ສ່ວນ ຈັນທະບູລີ ເສຍເປັນນັດທຳອິດ ໃນນະຄອນຫຼວງ ລີກ 2 ຈາກການລົງສະໜາມ 16 ນັດ ຊະນະ 10 ສະເໝີ 5 ເສຍ 1 ມີ 35 ຄະແນນ ໝົດສິດລຸ້ນແຊ້ມແນ່ນອນ ໂດຍຍັງເຫຼືອການແຂ່ງຂັນນັດຕົກຄ້າງອີກ 6 ນັດ (ຖ້າຊະນະລວດ ກໍ່ຈະມີ 53 ຄະແນນ), ເພາະວ່າ ເຮັສບີທີ 941 ທີມນຳ ທີ່ມີ 54 ຄະແນນ ຄວ້າແຊ້ມແນ່ນອນແລ້ວ, ໂດຍທັງ 2 ທີມຈະພົບກັນ ໃນວັນທີ 25 ຕຸລານີ້ ເວລາ 16:30 ໂມງ.

  ສຳລັບອີກ 6 ນັດທີເຫຼືອຂອງ ຈັນທະບູລີ ພົບກັບ ທຣີນີຕີ້ ວັນທີ 7 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ເອັສທີທີ ວັນທີ 11 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ເມືອງຫາດ ວັນທີ 14 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ມຊ ວັນທີ 18 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ເຄພີເອັສ ວັນທີ 21 ຕຸລາ ເວລາ 16:30 ໂມງ ແລະ ຈັນທະບູລີ ພົບກັບ ເຮັສບີທີ 941 ວັນທີ 25 ຕຸລານີ້ ເວລາ 16:30 ໂມງ. ທຸກໆນັດແຂ່ງຢູ່ສະໜາມກິລາ ເຈົ້າອະນຸວົງ.

ສຳລັບ ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫລວງວຽງຈັນ ປີນີ້ ມີ 12 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນໝົດແບບໄປ-ກັບ ທີມທີ່ເປັນແຊ້ມ ຈະໄດ້ສິດເລື່ອນຊັ້ນສູ່ລີກສູງສຸດ ປີ 2024 ແຕ່ຕ້ອງມີເງື່ອນໄຂຄົບຖວ້ນຕາມສະຫະພັນບານເຕະແຫ່ງຊາດລາວກຳນົດໄວ້.

  ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

#VientianeCapitalLeague2

#LaoFootballFederation