News
News Cover

ທັບເສືອສາວແດນໃຕ້ ສະໂມສອນຈໍາປາສັກ ເອັຟຊີ U17 ກຽມພ້ອມເດີນທາງໄປຢິປຸ່ນ.

14/03/2023

ໂດຍໄດ້ຮັບມອບຫມາຍໃຫ້ຕາງຫນ້າຈາກ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ເຂົ້າ​ຮ່ວມແຂ່ງຂັນບານເຕະລາຍການ JENESYS 2022 Japan-ASEAN U-17 Women's ໂດຍມີ 10 ປະເທດ ອາຊຽນເຂົ້າຮ່ວມ ທີ່ປະເທດຢີ່ປຸ່ນ ເຊິ່ງຈະເດີ່ນທາງໃນເວລາ 15:00 ໂມງຂອງມື້ນີ້ ເຊິ່ງປະກອບມີລາຍຊື່ຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາ ດັ່ງນີ້:

ລາຍຊື່

 ຄະນະນໍາ

1.ທ່ານ ແກ້ວລັດຕະນະ ສີຫາວົງ;

2.ທ່ານ ເພັດສາຄອນ ຄໍສີສະຫວັດ.

 ຄະນະຄູຝຶກ

1.ທ່ານ ທົດສະກັນ ພົມມະຄູນ;

2.ທ່ານ ວິໄຊ ຄໍາຊົມພູ;

3.ທ່ານ ໄຊສົງຄາມ ຫອມລຽງນາມ.

 ນັກກິລາ 

1.ນາງ ບຸດສະບາ ສຸດທະວິໄລ;

2.ນາງ ລັດດາ ວໍລະຈິດ;

3.ນາງ ສີສະອາດ ອໍາໄພລາດ;

4.ນາງ ປານນິດຕາ ລາດສະວົງສາ;

5.ນາງ ປ່ອງແກ້ວ ແກ້ວສະຫວ່າງ;

6.ນາງ ເຮມາ ແສງປະເສີດ;

7.ນາງ ແປ໋ວມະນີ ແກ້ວດວງຕາ;

8.ນາງ ແຈ໋ກ ວົງຕາແສງ;

9.ນາງ ພຸດທະສອນ ໂຄທິສານ;

10.ນາງ ແກ້ວວິໄລ ຟອງວິໄລ;

11.ນາງ ປູນາ ວັນນຸວົງ;

12.ນາງ ສຸກສະຫວັນ ພົມມະວົງໄຊ;

13.ນາງ ເກສອນ ວົງພັກດີ;

14.ນາງ ໂນຕ້າ ໄຊຍະລາດ;

15.ນາງ ທິບພະວັນ ພຸດທະວົງ. 

News Cover

ສະຫະພັນບານເຕະແຫ່ງຊາດລາວ ຂໍສະແດງຄວາມເສຍໃຈຢ່າງສຸດຊື້ງຕໍ່ການຈາກໄປໂດຍບໍ່ມີວັນຫວນຄືນກັບມາຂອງ ທ່ານ ຄຳຫອມ ສີນວນໄຊ (ຫອມ)

13/03/2023

ສະຫະພັນບານເຕະແຫ່ງຊາດລາວ ຂໍສະແດງຄວາມເສຍໃຈຢ່າງສຸດຊື້ງຕໍ່ການຈາກໄປໂດຍບໍ່ມີວັນຫວນຄືນກັບມາຂອງ ທ່ານ ຄຳຫອມ ສີນວນໄຊ (ຫອມ) ອະດີດກຳມະການຕັດສິນ ເປບຊີ ລາວລີກ 1 ດ້ວຍອຸປະຕິເຫດໃນຕອນເຊົ້າ ວັນຈັນ 13 ມີນາ  2023.

ຂໍໄວ້ອາໄລເຖິງດວງວິນຍານຂອງ ທ່ານ ຄຳຫອມ ສີນວນໄຊ (ຫອມ) ແລະ ຂໍໃຫ້ດວງວິນຍານຂອງທ່ານຈົ່ງໄປສູ່ສຸຂະຕິເທີ້ນ. ພວກເຮົາຂໍຈົດຈຳຜົນງານ ແລະ ຄຸນງາມຄວາມດີຂອງທ່ານຕະຫລອດໄປ.

News Cover

ທີມ​ຊາດ​ຈີນ ເອົ​າ​ຊະ​ນະ ທີມ​ຊາດ​ລາວ 8-0

13/03/2023

ທີມ​ຊາດ​ຈີນ ເອົ​າ​ຊະ​ນະ ທີມ​ຊາດ​ລາວ 8-0

- ຈີນ ໄດ້​ປະ​ຕູ​ຈາກ: ກ​ານ​ສະ​ກັດ​ບານ​ເຂົ້າ​ປະ​ຕູ​ຕົນ​ເອງ​ຂອງ​ເບີ 4 ທີມ​ຊາດ​ລາວ ທິບ​ປະ​ກອນ ສີ​ວົງ​ລາດ ນາ​ທີ 1,  ເບີ 9 YIN LIHONG ນາ​ທີ 8, ເບີ 17 HUO YUEXIN ນາ​ທີ 9, 36, 61, 67, 68, ເບີ 11 OUYANG YUHUAN ນາ​ທີ 11.

News Cover

11 ຜູ້ຫຼີ້ນຕົວຈິງ ທີມຊາດຈີນ ພົບ ທີມຊາດລາວ

12/03/2023
11ຜູ້ຫຼີ້ນຕົວຈິງ 🇱🇦
ທີມຊາດຈີນ ພົບ ທີມຊາດລາວ
News Cover

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ

11/03/2023

AFC U20 WOMEN'S ASIAN CUP 2024 GROUP A

ນັດວັນທີ 12 ມີນາ 2023 ທີ່ສະຫນາມກິລາແຫ່ງຊາດຫຼັກ 16  

ທີມຊາດ ຈີນ ພົບ ທີມຊາດ ລາວ ເວລາ 19:30 ທຸກນັດແຟນບານເຂົ້າຊົມໄດ້ຟີໂດຍບໍ່ເສຍຄ່າຜ່ານປະຕູ.

ສາມາດຕິດຕາມການຖ່າຍທອດສົດ ເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.

News Cover

ຕາຕະລາງຄະແນນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ

11/03/2023
ຕາຕະລາງຄະແນນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ
ຮຸ່ນອາຍຸບໍ່ເກີນ 20ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 GROUP A
ນັດວັນທີ 10 ມີນາ 2023 ທີ່ ສະຫນາມກິລາແຫ່ງຊາດ ຫຼັກ16
News Cover

ຈົບ​ການ​ແຂ່ງ​ຂັນ ທີມຊາດຟິລິປິນ ເອົາຊະນະ ທີມຊາດລາວ 1-0

10/03/2023
ຈົບ​ການ​ແຂ່ງ​ຂັນ /
ທີມຊາດຟິລິປິນ ເອົາຊະນະ ທີມຊາດລາວ 1-0
- ທີມ​ຊາດ​ຟີ​ລິບ​ປິນ ໄດ້​ປະ​ຕູ​ຈາກ : KYLIE YAP 43'
News Cover

ປະມວນພາບການແຂ່ງຂັນ

09/03/2023

ລາວ 2-2 ຮົງກົງ

- ລາວ ໄດ້​ປະ​ຕູ​ຈາກ: ເບີ 7 ໃຈ​ຄຳ ໄຊ​ຍະ​ປະ​ເສີດ ນາ​ທີ 5,  ເບີ​ 21  ສີ​ສະ​ອາ​ດ ອຳ​ໄພ​ລາດ ນາ​ທີ 87  

- ຮົງ​ກົງ​ ໄດ້ປະ​ຕູ​ຈາກ: ເບີ 3 CHAN TSZ SHAN ນາ​ທີ 13,  LUK SEAN HOI CHING ນາ​ທີ 81 ( ຈຸດ​ໂທດ )

 ສະຫນາມກິລາແຫ່ງຊາດຫຼັກ 16

 ຖ່າຍທອດສົດທາງເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.

News Cover

ຕາຕະລາງຄະແນນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ

09/03/2023
ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 GROUP A ນັດວັນທີ 8 ມີນາ 2023 ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ນັດທຳອິດ
News Cover

ສຕລແລະຫຼວງພະບາງຈັດກິດຈະກໍາ ສະຫຼອງ ວັນແມ່ຍິງສາກົນ

08/03/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແລະ ສະຫະພັນບານເຕະຫລວງພະບາງ ໄດ້ຈັດພິທີເປີດກິດຈະກໍາບານເຕະຍິງ ສະຫລອງວັນແມ່ຍິງສາກົນຄົບຮອບ113ປີຂຶ້ນທີ່ ສະຫນາມກິລາຫລວງພະບາງ ໃນວັນທີ 8 ມີນາ 2023 ໂດຍ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ.ທ່ານ ວັນທອງ ແພງສະຫວັດ ຮອງປະທານສະຫະພັນບານເຕະແຂວງ; ພ້ອມດ້ວຍຄະນະບໍລິຫານງານ, ຄະນະຄູຝຶກ ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ

ໃນພິທີດັ່ງກ່າວ ທ່ານນາງ ພູໄຊ ແພງພົງໄດ້ກ່າວວ່າ . ການສະເຫລີມສະຫລອງຈັດກິດຈະກໍາບານເຕະຍິງຄັ້ງນີ້ ແມ່ນເປັນຄັ້ງທີ່ VII ຂອງປະເທດລາວ ທີ່ຈັດຂຶ້ນ ພາຍໃຕ້ການສະຫນັບສະຫນຸນ ຈາກໂຄງການ AFC Women's day

ໂຄງການນີ້ແມ່ນເປີດໃຫ້ເດັກນ້ອຍເພດຍິງໄດ້ມີໂອກາດຝຶກຊ້ອມ ແລະ ຫລິ້ນກິລາບານເຕະ ເພື່ອພັດທະນາໂຕເອງກ້າວຂຶ້ນໄປສູ່ລະດັບແຂວງ ແລະ ລະດັບຊາດໃນອະນາຄົດ ການເປີດກິດຈະກໍາສະເຫລີມສະຫລອງບານເຕະຍິງທີ່ແຂວງຫລວງພະບາງນີ້ແມ່ນການຕົກລົງເຫັນດີຂອງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໃນກອງປະຊຸມໃຫຍ່ສະໄຫມສາມັນປະຈໍາປີ 2022 ໂດຍເລັ່ງເຫັນວ່ານັກກິລາເຍົາວະຊົນເພດຍິງຂອງແຂວງຫລວງພະບາງແມ່ນມີທັກສະຄວາມສາມາດດ້ານກິລາບານເຕະທີ່ດີເດັນ ເຫັນໄດ້ຈາກຜົນງານການເຂົ້າຮ່ວມແຂ່ງຂັນລາຍການ ລະດັບປະເທດ ທີ່ຈັດຂຶ້ນໃນປີທີ່ຜ່ານມາ ໃນນາມຕາງຫນ້າໃຫ້ແກ່ສຕລແລະໃນນາມສ່ວນຕົວຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ຄະນະບໍລິຫານງານສະຫະພັນບານເຕະຫລວງພະບາງໄດ້ໃຫ້ການຮ່ວມມື ແລະ ປະສານວຽກງານຕ່າງໆ ເປັນຢ່າງດີ ເພື່ອໃຫ້ການຈັດງານຄັ້ງນີ້ເກີດຂຶ້ນ.

ຈາກນັ້ນ ທ່ານ ວັນທອງ ແພງສະຫວັດ ຮອງປະທານສະຫະພັນບານເຕະແຫ່ງແຂວງ ໄດ້ກ່າວຂອບໃຈຕໍ່ທາງສະຫະພັນແຫ່ງຊາດລາວທີ່ປີນີ້ໄດ້ ຍາດໂອກາດ ແລະ ມາຈັດງານກິດຈະກໍາວັນແມ່ຍິງສາກົນທີ່ມີຄວາມໝາຍຄວາມສໍາຄັນນີ້ ຢູ່ຫຼວງພະບາງອີກຄັ້ງ ຖືເປັນກິດຈະກໍາດີໆທີ່ໃຫ້ເອື້ອຍນ້ອງແມ່ຍິງໄດ້ພັດທະນາຕົນເອງ, ກ້າສະແດງອອກ ເປີດໂອກາດໄດ້ເຂົ້າຮ່ວມໃນກິດຈະກໍາບານເຕະ ເຊິ່ງທີ່ຜ່ານມາແຂວງຫຼວງພະບາງໄດ້ສົ່ງນັກກິລາເຂົ້າຮ່ວມໃນລາຍການ, ໃນການແຂ່ງຂັນຕ່າງໆ ຖືເປັນປະສົບການ ເພື່ອພັດທະນາຕົນເອງ ກໍຄືປະເທດຊາດ.

ພາຍໃນງານສຕລຍັງໄດ້ມອບບານເຕະໃຫ້ 6 ພາກສ່ວນຄື ມສ ເດັກກໍາພ້າ ຈໍານວນ 5 ຫນ່ວຍ; ມສ ຊົນເຜົ່າສວນຫລວງ ຈໍານວນ 5 ຫນ່ວຍ; ໂຮງຮຽນຊົນເຜົ່ານໍ້າບາກ 5 ຫນ່ວຍ; ມສ ບ້ານຄອຍ ຈໍານວນ 5 ຫນ່ວຍ ; ມສ ສັນຕິພາບ ຈໍານວນ 10 ຫນ່ວຍ; ສະຫະພັນບານເຕະແຂວງ 10 ຫນ່ວຍ ນອກນັ້ນຍັງໄດ້ຫລິ້ນກິດຈະກໍາລາກຫລາຍຢ່າງ ບໍ່ວ່າຈະເປັນຫລອກບານ, ຊຸດບານ, ສົ່ງບານ;ເກມມ່ວນຊື່ນ;ຈັບບານ ແລະ ໃນຕອນທ້າຍ ຍັງມີການແຂ່ງຂັນບານເຕະ ທີ່ມີການມອບລາງວັນໃຫ້ທີມທີ່ຊະນະເລີດ ແລະ ຮອງ ຈາກສະຫະພັນບານເຕະແຫ່ງຊາດລາວ ຄື ໄດ້ທີ່ 1 ທີມນາງແມວ ໄດ້ບານເຕະ 10 ຫນ່ວຍ. ທີມທີ 2 ທີມ ຄໍເຊັນເຕີ ໄດ້ບານເຕະ 5 ຫນ່ວຍ; ທີມທີ 3 ທິມ AFC ໄດ້ບານເຕະ 3 ຫນ່ວຍ ແລະ ທີມ ທີ 4 ທີມ ສໍ່ານີ້ລ້າລ້າ ໄດ້ບານເຕະ 2 ຫນ່ວຍ .

ໃນຕອນບ່າຍຂອງວັນທີ 6 ມີນາ 2023 ຢູ່ທີ່ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16

07/03/2023

ໃນຕອນບ່າຍຂອງວັນທີ 6 ມີນາ 2023  ຢູ່ທີ່ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16, ທ່ານ ປະສາດໄຊ ພິລາພັນເດດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າຄະນະ ທີມຊາດຍິງ ລາວU20  ແລະ ທ່ານ ບຸນຍູ້ ສີສານ  ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈ ທີມຊາດຍິງ ລາວU20 ກ່ອນທີ່ຈະລົງແຂ່ງໃນນັດທຳອິດ ໃນວັນທີ 8 ມີນາ 2023 ນີ້ ເຊິ່ງທັງ 2 ທ່ານໄດ້ເວົ້າວ່າ: ນັກກິລາທຸກຄົນພາຍໃນທີມຕ້ອງມີຄວາມເປັນລະບຽບ, ມີຄວາມສາມັກຄີກັນ ແລະ ການຕັດສິນໃຈໃນເວລາລົງຫຼິ້ນເພື່ອໃຫ້ນຳພາທີມໄປສູ່ໄຊຊະນະ ຂໍໃຫ້ທຸກຄົນເຮັດໃຫ້ເຕັມທີ່ເພື່ອປະເທດຊາດຂອງລາວເຮົາໃຫ້ທຸ້ມເທສຸດຄວາມສາມາດໃນທຸກໆນັດການແຂ່ງຂັນ.