News
News Cover

ບັນຍາກາດ ການຝຶກຊ້ອມ ທີມຊາດລາວ ຮຸ່ນອາຍຸບໍ່່ເກີນ 20 ປີ

04/09/2022

ວັນທີ 03/09/2022 ບັນຍາກາດ ການຝຶກຊ້ອມ ທີມຊາດລາວ ຮຸ່ນອາຍຸບໍ່່ເກີນ 20 ປີ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ໃນລາຍການແຂ່ງຂັນບານເຕະ ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ.

ກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ.

ທີມຊາດລາວ ແມ່ນໄດ້ເລີ້ມການຝຶກຊ້ອມນັບຕັ່ງແຕ່ວັນທີ 31/08/2022.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- 10/09/2022 ເວລາ 19:00 ລາວ ພົບ ກວມ

- 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ

- 14/09/2022 ເວລາ 19:00 ລາວ ພົບ ເຢເມນ

- 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ຖ່າຍ​ທອດ​ສົດ​ ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ຊ່ອງ 3.

ການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍທີ ປະເທດອຸສະເບກິສຖານ ໃນປີ 2023.

News Cover

ສະໂມສອນ ກິລາບານເຕະ ຫຼວງພະບາງ

01/09/2022

ຂໍສະແດງຄວາມຍິນດີນຳ ສະໂມສອນ ກິລາບານເຕະ ຫຼວງພະບາງທີ່ສາມາດ ຄວ້າແຊ້ມ ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ
ຮອບຊີງຊະນະເລີດ ໃນມື້ວັນພຸດ 31/08/2022 ໂດຍເອົາຊະນະ ສະໂມສອນກິລາບານເຕະ ຈຳປາສັກ 2-1 ໃນໄລຍະຕໍ່ເວລາພິເສດ ໄດ້ຮັບຂັນ, ຫລຽນ ແລະ ເງິນຈຳນວນ 15 ລ້ານກີບ.
#LFFU18CHAMPIONSHIP2022

News Cover

ຮອງຊະນະເລີດອັນດັບ 1

01/09/2022

ຮອງຊະນະເລີດອັນດັບ 1 ໃນການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ ປະຈຳປີ 2022 

ສະໂມສອນ ກິລາບານເຕະ ຈຳປາສັກ ໂດຍໄດ້ຮັບຫລຽນ ແລະ ເງິນຈຳນວນ 8.000.000 ກີບ

News Cover

ຮອງຊະນະເລີດອັນດັບ 2

01/09/2022

ຮອງຊະນະເລີດອັນດັບ 2 ໃນການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ ປະຈຳປີ 2022 

ສະໂມສອນ ກິລາບານເຕະ ເອສະຣາ ໄດ້ຮັບຫລຽນ ແລະ ເງິນຈຳນວນ 5.000.000 ກີບ

News Cover

ຄູຝຶກດີເດັ່ນ

01/09/2022

ທ່ານ ຄຳໃສ ຈັນທະວົງ ຄູຝຶກ ຈາກສະໂມສອນ ກິລາບານເຕະ ຫຼວງພະບາງ ໄດ້ເປັນຄູຝຶກດີເດັ່ນ ໃນການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ ປະຈຳປີ 2022

News Cover

ນັກກິລາດີເດັ່ນ

01/09/2022

ນັກກິລາດີເດັ່ນ ໃນການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ ປະຈຳປີ 2022 ໄດ້ແກ່ ພອນພະສຸກ ມະໄລເມືອງ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

News Cover

ຜູ້ຮັກສາປະຕູດີເດັ່ນ

01/09/2022

ຜູ້ຮັກສາປະຕູດີເດັ່ນໃນການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ ປະຈຳປີ 2022 

ສຸລິສັກ ຫມັ້ນປະເສີດ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ ເສຍ 7​ ປະຕູ

News Cover

ຜູ້ຍິງປະຕູສູງສຸດ

01/09/2022

ຜູ້ຍິງປະຕູສູງສຸດໃນການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ ປະຈຳປີ 2022

ທະນູສັກ ນັນທະວົງດວງສີ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ ຍິງໄດ້ 12 ປະຕູ

News Cover

ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ

30/08/2022

ເຊີນຮັບຊົມການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ

ຮອບຊີງອັນດັບທີ 3
ວັນພຸດ 31/08/2022
ເວລາ 16:00

ສະໂມສອນກິລາບານເຕະ ເອສະຣາ ພົບກັບ ສະໂມສອນກິລາບານເຕະ ຊ້າງນ້ອຍ

ແຂ່ງຂັນຢູ່ສະຫນາມຫຍ້າທຽມ ສຕລ ສະຫນາມ 2

ຮອບຊີງຊະນະເລີດ 

ເວລາ 17:00

ສະໂມສອນກິລາບານເຕະ ຈຳປາສັກ ພົບກັບ ສະໂມສອນກິລາບານເຕະ ຫຼວງພະບາງ

ແຂ່ງຂັນຢູ່ສະຫນາມຫຍ້າທຽມ ສຕລ ສະຫນາມ 1 

ຖ່າຍທອດສົດຜ່ານເຟສບຸກ Live LFF U-18 Men's Championship ແລະ Elevents Sports
ລິ້ງຖ່າຍທອດສົດ :​ https://elevensports.com/.../cl7fw8cfqw8oy0k9aeif6ej6w...
#LFFU18CHAMPIONSHIP2022

News Cover

ຜູ້ຮັກສາປະຕູດີເດັ່ນ

30/08/2022

ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2022
ລາງວັນຜູ້ຮັກສາປະຕູດີເດັ່ນ ທິດສາຄອນ ສຳລີວົງຫວັດ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ ໃຫ້ກຽດມອບລາງວັນໂດຍ ແມ່ນ ທ່ານ ບຸນສູງ ຄົມຂາວ

ຫົວຫນ້າພະແນກການຕະຫລາດສູນຈຳຫນ່າຍເຄື່ອງ ອີໂວ ( EVO STORE )

#LFFU15CHAMPIONSHIP2022

News Cover

ຜູ້ຍິງປະຕູສູງສຸດ

30/08/2022

ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2022
ລາງວັນຜູ້ຍິງປະຕູສູງສຸດ ບຸນຫລາຍ ໂພທິຊາບ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ ຍິງໄດ້ 12 ປະຕູ ໃຫ້ກຽດມອບລາງວັນໂດຍ ແມ່ນ ທ່ານ ຖາວອນ ຫລວງຈັນດາວົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ.
#LFFU15CHAMPIONSHIP2022

News Cover

ນັກກິລາດີເດັ່ນ

30/08/2022

ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2022
ລາງວັນນັກກິລາດີເດັ່ນ ທົງໄຊ ຫອມສົມບັດ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ ໃຫ້ກຽດມອບລາງວັນໂດຍ ແມ່ນ ທ່ານ ທອງເພັດ ມະນີສະຫວັນ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ.
#LFFU15CHAMPIONSHIP2022