News
News Cover

ທີມຊາດລາວ U17

05/10/2022

ທີມຊາດລາວ U17 ນໍາໂດຍທ່ານ ຄຳແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຫົວໜ້າຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາທັງໝົດ 36 ຄົນ ໄດ້ອອກເດີນທາງຈາກ ສະໜາມບິນສາກົນວັດໄຕນະຄອນ ຫຼວງວຽງຈັນເມື່ອຕອນບ່າຍຂອງວັນທີ 29 ກັນຍາ 2022 ມຸ່ງໜ້າສູ່ ປະເທດ ກຽກກີສະຖານ, ໂດຍຜ່ານສະໜາມບິນສຸວັນນະພູມ ບາງກອກ ປະເທດໄທ, ສະໜາມບິນດູໄບແລະເດີນທາງຮອດ ສະໜາມບິນສາກົນມານັດ( Manas international airport) ແຫ່ງປະເທດກຽກກີສະຖານເປັນທີ່ຮຽບຮ້ອຍແລ້ວດວ້ຍຄວາມສະຫວັດດີພາບ.

ທີ່ປະເທດ ກຽກກີສະຖານ,ທີມຊາດລາວ U17ຈະໄດ້ເຂົ້າຮ່ວມການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ນີ້ ເຊິ່ງ ທິມຊາດລາວ U17 ຢູ່ກຸ່ມ I ຊື່ງປະກອບມີ: ISLAMIC REPUBLIC OF ILAN, HONG KONG, KYRGYZ REPUBLIC, LAOS.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- ວັນທີ 5 ຕຸລາ 2022 ເວລາ 15:00 ອີຣານ ພົບ ລາວ

- ວັນທີ 7 ຕຸລາ 2022 ເວລາ 15:00 ລາວ ພົບ ຮົງກົງ

- ວັນທີ 9 ຕຸລາ 2022 ເວລາ 17:30 ກຽກກີສະຖານ ພົບ ລາວ

ໂດຍທຸກໆນັດແຂ່ງຂັນທີ່ສະໜາມກິລາ Dolon Omurzakov Stadium, Bishkek

#Laosusu #LaoFootballFederation

#LaoNationalTeam

#LFF

News Cover

ສະຫະພັນບານເຕະແຫ່ງຊາດລາວຈັດຝຶກອົບຮົບກຳມະການຕັດສິນຍິງ

03/10/2022

ວັນທີ 03 ຕຸລາ 2022 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີການຈັດຝຶກອົບຮົມຍົກລະດັບກຳມະການຕັດສິນຍິງ ເພື່ອກະກຽມຮັບໃຊ້ການແຂ່ງຂັນກິລາບານເຕະຍິງແຫ່ງຊາດ ປະຈໍາປີ 2022 ແລະ ງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ, ໂດຍການເຂົ້າຮ່ວມໃນພິທີມີທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານ ສຕລ ທັງເປັນຫົວຫນ້າອະນຸກຳມະການບານເຕະຍິງຂອງສຕລ, ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນຂອງສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ຂອງສຕລ ພ້ອມດ້ວຍຜູ້ປະເມີນກຳມະການຕັດສິນ ແລະ ນັກສໍາມະນາກອນກຳມະການຕັດສິນ ເຂົ້າຮ່ວມທັງຫມົດ 29 ຄົນ ທີ່ມາຈາກຕ່າງແຂວງ ແລະ ນະຄອນຫລວງວຽງຈັນຄື: ແຂວງບໍ່ແກ້ວ, ຫົວພັນ,ຜົ້ງສາລີ,ໄຊຍະບູລີ,ຄຳມ່ວນ,ສະຫວັນນະເຂດ,ເຊກອງ ແລະຈຳປາສັກ.

ສຳລັບຈຸດປະສົງໃນການຝຶກອົບຮົມແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດກໍາມະການຕັດສິນຍິງທົ່ວປະເທດ ໃນການປະຕິບັດຫນ້າທີ່ນຳເອົາບົດຮຽນຝຶກອົບຮົມດັ່ງກ່າວໄປເຜີຍແຜ່ ແລະ ສິດສອນກໍາມະການຕັດສິນໃນທ້ອງຖິ່ນທີ່ຕົນເອງຮັບຜິດຊອບ, ເພື່ອຄັດເລືອກເອົາກຳມະການຕັດສິນທີ່ຜ່ານມາດຖານເຂົ້າຮ່ວມ ການແຂ່ງຂັນກິລາບານເຕະຍິງແຫ່ງຊາດ ປະຈຳປີ 2022 ແລະ ງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ.

ໃນການຝຶກອົບຄັ້ງນີ້ ນັກສຳມະນາກອນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ທົດສອບພະລະກຳລັງ ພ້ອມດຽວນັ້ນຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃຫມ່ ປະຈຳປີ 2022 / 2023, ຮຽນຮູ້ທັກສະ ແລະ ຍຸດທະວິທີໃນການປະຕິບັດຫນ້າທີ່ ຈັດການບໍລິຫານເກມການແຂ່ງຂັນ.

ການຝຶກອົບຮົມດັ່ງກ່າວແມ່ນຈະໄດ້ໃຊ້ເວລາ 5 ມື້ ເລີ້ມຕັ້ງແຕ່ວັນທີ 03-07 ຕຸລາ 2022, ສຳລັບນັກສຳມະກອນທີ່ສອບເສັງຜ່ານ ແມ່ນໄດ້ເຂົ້າຮ່ວມຕັດສິນ ການແຂ່ງຂັນກິລາບານເຕະຍິງແຫ່ງຊາດ ປະຈຳປີ 2022 ທີ່ຈະເລີ້ມແຂ່ງຂັນໃນວັນທີ 09 - 21/10/2022.

- ກຸ່ມ ກ: ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ.

- ກຸ່ມ ຂ: ແຂວງສະຫວັນນະເຂດ, ແຂວງບໍລິຄຳໄຊ ແລະ ແຂວງຊຽງຂວາງ.

ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ເດີ່ນໃນ ແລະ ເດີ່ນນອກ.

News Cover

ພິທີມອບໃບຢັ້ງຢືນ ຝືກອົບຮົມ ຄູຝືກກິລາບານເຕະລະດັບ “ຊີ”

30/09/2022

ພິທີມອບໃບຢັ້ງຢືນ ຝືກອົບຮົມ ຄູຝືກກິລາບານເຕະລະດັບ “ຊີ” (AFC “C” DIPLOMA COACHING COURSE)

ໃນຕອນແລງ ວັນທີ 30 ກັນຍາ 2022 ທີ່ ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບ ຊີ AFC “C” DIPLOMA COACHING COURSE ໃຫ້ກຽດເປັນປະທານກ່າວປີດໂດຍທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການສະພັນບານເຕະແຫ່ງຊາດລາວ, ທ່ານ Sundram Moorthy ຫົວຫນ້າພະແນກເຕັກນິກ - ວິທະຍາ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ເຊວວາຣາຈ ຫົວໜ້າ ພັດທະນາບານເຕະເຍົາວະຊົນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 24 ທ່ານ ທີ່ມາຈາກຫຼາຍພາກສ່ວນເຂົ້າຮ່ວມ ເຊັ່ນ: ສະໂມສອນ ກອງທັບ, ສະໂມສອນ ເອສຣາ, ສະໂມສອນ ວຽງຈັນ, ສະໂມສອນ ຊ້າງນ້ອຍ, ສະໂມສອນ ມາສເຕີ້ ເຊເວັ້ນ, ສະໂມສອນ ເມືອງຫາດ ແລະ ສະໂມສອນ ເຮັສບີທີ 941.

ໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງໃນພາກສະໜາມ, ໂດຍມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.

ສຳລັບໄລຍະການຝຶກອົບຮົມແມ່ນໄດ້ເລີ້ມມາຕັ້ງແຕ່ວັນທີ 19 ກັນຍາ ຈົນມາຮອດວັນທີ 29 ກັນຍາ 2022 ຈຶ່ງໄດ້ສິ້ນສຸດລົງ .

ໃນທ້າຍພິທີໄດ້ມີພິທີມອບໃບຢັ້ງຢືນໃນການເຂົ້າຮ່ວມໃຫ້ກັບນັກສຳມະນາກອນ.

#LaoFootballFederation

#LFF

News Cover

ລາຍຊື່ນັກກິລາທີມຊາດລາວ U17 ຈຳນວນ 23 ຄົນ

30/09/2022

ພາຍໃຕ້ການຄຸມທີມຂອງທ່ານ ກັນລະຍາ ສີສົມຫວັງ, ນັກກິລາທີມຊາດລາວ U17 ທີ່ໄດ້ເຂົ້າສູນເກັບຕົວຝຶກຊ້ອມ ນັບແຕ່ວັນທີ 1 ກັນຍາ 2022 ເປັນຕົ້ນມາ ຊຶ່ງໃນເບື້ອງຕົ້ນມີນັກກິລາຈໍານວນ 35 ຄົນ ທີ່ມາຈາກຫຼາຍສະໂມສອນເຂົ້າຮ່ວມຝຶກຊ້ອມ. ພ້ອມດຽວກັນນັ້ນກໍ່ໄດ້ມີເກມອຸ່ນເຄື່ອງກັບສະໂມສອນ ໜອງບົວ ພິສະຍະ ແຫ່ງຣາຊາອານາຈັກໄທ ຊຶ່ງມີນັກກິລາຈຳນວນ 28 ຄົນເຂົ້າຮ່ວມເກມດັ່ງກ່າວ ເພື່ອແລກປ່ຽນບົດຮຽນ ແລະ ຫາປະສົບການ ໃນການກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ນີ້ ທີ່ປະເທດ ກຽກກີສະຖານ Kyrgyz Republic.

ມາຮອດວັນທີ 28 ກັນຍາ 2022 ກໍ່ໄດ້ມີການຝຶກຊ້ອມຢ່າງຂຸນຂ້ຽວ ແລະ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຕົກລົງເຫັນດີປະກາດລາຍຊື່ນັກກິລາ 23 ຄົນເຂົ້າຮ່ວມດັ່ງນີ້:

ຜູ້ຮັກສາປະຕູ

1. ສຸກສະຫມອນ ເວທິຕະ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

2. ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ກິລາບານເຕະ ຈໍາປາສັກ

3. ຈັນທະວີສຸກ ໜູວໍລະວົງ ຈາກ ແຂວງສະຫວັນນະເຂດ

ກອງຫລັງ

4. ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນບານເຕະ ເອສຣາ

5. ຂຸນວັງ ສູນດາລາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

6. ຄໍາໝັ້ນ ທາປະເສີດ ຈາກ ແຂວງສະຫວັນນະເຂດ

7. ດູລະໄນ ແກ້ວມະນີວົງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

8. ອະລິຍະກອນ ຟອງສະຫວັນ ຈາກ ສະໂມສອນ ເອສະຣາ

9. ຈັນທະວີສຸກ ພົງສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈໍາປາສັກ

ກອງກາງ

10. ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ກິລາບານເຕະ ນົນທະບູລີ

11. ຄູນທະວີ ທອງມະນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

12. ສີສະຫວາດ ແກ້ວມຸງຄຸນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

13. ບິ່ນລີ້ ໂດນສະໜູພິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

14. ໄຊມັງກອນ ປ່ຽມມະໄລ ຈາກ ສໂມສອນ ກິລາບານເຕະ ສາລະວັນ

15. ສົງການ ລິຍະສັກ ຈາກ ແຂວງອຸດົມໄຊ

16. ນາຄົມ ສຸລິຍະວົງ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ ຢູໄນເຕັດ

17. ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

18. ເກດສະດາ ເດດກຸມມານ ຈາກ ສະໂມສອນ ກິລາບານເຕະ ກອງທັບ

19. ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ ເອັຟທີ

ກອງຫນ້າ

20. ປີເຕີ້ ພັນທະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

21. ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

22. ເພັດສະໝອນ ສີຫາເທບ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

23. ຊີການດາ ໄຊສົງຄາມ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- ວັນທີ 5 ຕຸລາ 2022 ເວລາ 15:00 ອີຣ່ານ ພົບ ລາວ

- ວັນທີ 7 ຕຸລາ 2022 ເວລາ 15:00 ລາວ ພົບ ຮົງກົງ

- ວັນທີ 9 ຕຸລາ 2022 ເວລາ 17:30 ກຽກກີສະຖານ ພົບ ລາວ

ໂດຍທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek

#Laosusu #LaoFootballFederation

#AFCU17

News Cover

ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ພ້ອມທັງຄະນະວິຊາການ

27/09/2022

ໃນຄໍ່າຄືນຂອງວັນທີ 25 ກັນຍາ 2022 ທ່ານ ນາງ ແສງດາວັນ ວົງໄຊ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ພ້ອມທັງຄະນະວິຊາການ ປະຈໍາສະຖານທູດ ໄດ້ຈັດງານລ້ຽງຕ້ອນຮັບ ຄະນະ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ຢ່າງອົບອຸ່ນ ພ້ອມກັນນັ້ນ

ທ່ານ ປະສາດໄຊ ພິລາພັນເດຊ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວໜ້າຄະນະນໍາທີມຊາຍກໍໄດ້ມອບເສຶ້ື້ອຂອງທີມຊາດລາວ ໃຫ້ກັບ ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ເພື່ອເປັນຂອງທີ່ລະນຶກ.

ທ້າຍພິທີ ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ກໍຍັງໄດ້ຍ້ອງຍໍຊົມເຊີຍ ແລະ ພ້ອມຈະເດີນທາງໄປໃຫ້ກໍາລັງໃຈທີມຊາດລາວ ທີ່ຈະພົບກັບ ເຈົ້າພາບ ບຣູໄນ ເວລາ 15:00 ໂມງລາວ ຂອງວັນທີ 27 ກັນຍາ 2022 ໃນການແຂ່ງຂັນ FIFA DAY ທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນເມືອງ Bandar Seri Begawan ປະເທດບຣູໄນ.

News Cover

23 ລາຍຊື່ນັກກິລາທີມຊາດລາວ ຊຸດໃຫຍ່

21/09/2022

ພາຍຫຼັງທີ່ ທີມຊາດລາວ ຊຸດໃຫຍ່ ເຂົ້າສູ່ການຝຶກຊ້ອມທີ່ສູນເກັບຕົວທີມຊາດໃນເຂດສະໜາມກີລາແຫ່ງຊາດ ຫຼັກ 16 ພາຍໃຕ້ການນໍາທີມໂດຍ ທ່ານ ໄມເຄິລ ໄວສ໌ ຫົວໜ້າຄູຝຶກທີມຊາດລາວ ມາຕັ້ງແຕ່ວັນທີ 5 ກັນຍາ 2022 ເພື່ອກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນຕາມປະຕິທິນແຂ່ງຂັນທີມຊາດຂອງ ຟີຟາ ຫຼື FIFA DAY ທີ່ປະເທດບຣູໄນ.

ໂດຍເບື້ອງຕົ້ນແມ່ນໄດ້ຄັດເລືອກນັກກີລາ ເຂົ້າສູນເກັບຕົວທີມຊາດຈໍານວນ 31 ຄົນ, ລ້າສຸດວັນທີ 19 ກັນຍາ 2022 ໄດ້ມີການຄັດເລືອກເອົາ ພຽງ23 ນັກເຕະຄົນສຸດທ້າຍ ກຽມເຂົ້າຮ່ວມລາຍການດັ່ງກ່າວ ດັ່ງນີ້:

ຜູ້ຮັກສາປະຕູ

1. ພູນິນ ໄຊຍະສອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

2. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

3. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກິລາບານເຕະ ກອງທັບ

ກອງຫລັງ

4. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

5. ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

6. ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

7. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ

8. ກ້າຫານ ເພັດສີວິໄລ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

9. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

10. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

11. ແອັດ ວຽງຄຳ ຈາກ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

ກອງກາງ

12. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

13. ພູວຽງ ພູມສະຫວັດ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ

14. ອານຸສອນ ໄຊປັນຍາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

15. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

16. ພັດທະນາ ພົມມະເທບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

17. ພີທັກ ກອງມາທິລາດ ຈາກ ສະໂມສອນ ກິລາບານເຕະ ນະຄອນ ປະຖົມ ( ໄທລີກ 2 )

18. ວັນນະສອນ ດວງໄມຕີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

19. ພຸດດາວີ ພົມມະສານ ຈາກ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

ກອງຫນ້າ

20. ເອກກະໄມ ລາດຊະຈັກ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

21. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

22. ບຸນພະຈັນ ບຸນກອງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

23. ວິສິດ ບຸນປະເສີດ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ.

ທີມຊາດລາວ ກໍານົດອອກເດີນທາງໄປບຣູໄນ ໃນວັນພຸດທີ 21 ກັນຍາ 2022.

ສໍາລັບ ຕາຕະລາງແຂ່ງຂັນຂອງທີມຊາດລາວ ຊຸດໃຫຍ່ ໃນນັດອຸ່ນເຄື່ອງ ຟີຟາ ເດ ປະຈໍາເດືອນກັນຍາ 2022 ທີ່ປະເທດບຣູໄນ, ມີດັ່ງນີ້:

- ວັນທີ 24 ກັນຍາ 2022 ເວລາ 16:00 ທີມຊາດລາວ ພົບ ມາວດິບ

- ວັນທີ 27 ກັນຍາ 2022 ເວລາ 16:00 ທີມຊາດບຣູໄນ ພົບກັບ ທີມຊາດລາວ

ທຸກໆນັດແຂ່ງຂັນທີ່ສະໜາມ ສະໜາມ FABD Artificial Football Field, ສ່ວນການຖ່າຍທອດສົດນັ້ນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

#LaoFootballFederation

#LaoNationalTeam

#LFF

News Cover

ເປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບ ຊີ

21/09/2022

ເປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບ ຊີ ( LFF " C " DIPLOMA COACHING COURSE )

ໃນຕອນເຊົ້າວັນທີ 19 ກັນຍາ 2022 ທີ່ ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ມີພິທີເປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບຊີ ຂື້ນ ໃຫ້ກຽດເປັນະທານກ່າວເປີດໂດຍທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະພັນບານເຕະແຫ່ງຊາດລາວ, ທ່ານ ເຊວວາຣາຈ ຫົວໜ້າ ພັດທະນາບານເຕະເຍົາວະຊົນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 24 ທ່ານ ທີ່ມາຈາກຫຼາຍພາກສ່ວນເຂົ້າຮ່ວມ ເຊັ່ນ ສະໂມສອນ ກອງທັບ, ສະໂມສອນ ເອສຣາ, ສະໂມສອນ ວຽງຈັນ, ສະໂມສອນ ຊ້າງນ້ອຍ, ສະໂມສອນ ມາສເຕີ້ ເຊເວັ້ນ, ສະໂມສອນ ເມືອງຫາດ ແລະ ສະໂມສອນ ເຮັສບີທີ 941.

ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ກ່າວວ່າ: ສຳລັບການຝຶກອົບຮົມໃນຄັ້ງນີ້ ເປັນໜຶ່ງໃນໜ້າວຽກສໍາຄັນທີ່ນອນໃນຍຸດທະສາດການພັດທະນາກິລາບານເຕະຂອງ ສຕລ ໂດຍສະ ເພາະການສົ່ງເສີມນັກກິລາທີມຊາດ, ນັກກິລາໃນແຕ່ລະສະໂມສອນ ນອກຈາກນັ້ນຍັງມີຄູຝຶກ ຕາມທ້ອງຖິ່ນຕ່າງໆ ເພື່ອເອົາຄວາມຮູ້ນໍາໄປພັດທະນາກິລາບານເຕະ. ນອກຈາກນັ້ນ ກໍ່ເປັນການຕໍ່ ຍອດຄວາມຮູ້ຈາກລະດັບ ຊີ ສູ່ ລະດັບບີ ສູ່ ລະດັບ ເອ ແລະ ຕໍ່ໆໄປ.

ໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງໃນພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.

ສຳລັບໄລຍະເວລາຂອງການຝຶກອົບຮົມແມ່ນຈະດຳເນີນນັບຕັ້ງແຕ່ວັນທີ 19 ກັນຍາ ຫາ 01 ຕຸລາ 2022.

News Cover

ທີມຊາດປາແລສຕິນ ຊະນະ ທີມຊາດກວມ 5-0

12/09/2022

ລາຍການແຂ່ງຂັນບານເຕະຊີງແຊ້ມອາຊີຮຸ່ນອາຍຸບໍ່ເກີນ 20ປີ ຮອບຄັດເລືອກ ສາຍຊີ ໃນວັນທີ 12/09/2022 ເຊິ່ງເປັນມື້ທີ 2 ຂອງການແຂ່ງຂັນ ຄູ່ທໍາອິດ ທີມຊາດປາແລສຕິນ ຊະນະ ທີມຊາດກວມ 5 - 0

ໂດຍຈາກການຍິງຂອງ KHALID ABUAELHAIJA ໃນນາທີ ທີ 14', LEVI JAMES BUCKWALTER Own Goal ໃນນາທີ ທີ 11', MONIR ALBADARIN  ໃນນາທີ ທີ 28', DANNY DERBAS ໃນນາທີ ທີ 40' ແລະ  MONIR ALBADARIN ໃນນາທີ ທີ 63'

News Cover

ທີມຊາດລາວ ລົງສະຫນາມນັດທຳອິດ ເອົາຊະນະ ທີມຊາດກວມ 3-0

11/09/2022

ຜົນຂອງການແຂ່ງຂັນຄູ່ທີ 2 ມື້ທີ 1 ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ກຸ່ມຊີ

ທີມຊາດລາວ ລົງສະຫນາມນັດທຳອິດ ເອົາຊະນະ ທີມຊາດກວມ 3-0 ໃນວັນເສົາ ວັນທີ 10 ກັນຍາ 2022 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16

ປະຕູທີ 1 ຂອງທີມຊາດລາວໄດ້ຈາກ ອານັນຕະຊາ ສີພົງພັນ ນາທີ 31', ປະຕູທີ 2 ໄດ້ຈາກ ຈັນທະວີໄຊ ຂຸນທຸມພອນ ນາທີ 39' ແລະ ປະຕູທີ 3 ໄດ້ຈາກ ອາທິດ ຫຼວງລາດ ນາທີ 88'

AFC U20 ASIAN CUP 2023, Qualifiers 

Group C

10.09.2022

Full TIme / Guam 0-3 Laos 

- ANANTAZA SIPHONGPHAN 31'

- CHANTHAVIXAY KHOUNTHOUMPHONE 39' 

- ATHIT LOUANGLATH 88'

#Laosusu #LaoFootballFederation

#AFCU20

News Cover

ໃນລາຍການແຂ່ງຂັນບານເຕະຊີງແຊ້ມອາຊີຮຸ່ນອາຍຸບໍ່ເກີນ 20ປີ ຮອບຄັດເລືອກ ສາຍຊີ

11/09/2022

ຜົນການແຂ່ງຂັນ ຄູ່ທຳອິດ ໃນລາຍການແຂ່ງຂັນບານເຕະຊີງແຊ້ມອາຊີຮຸ່ນອາຍຸບໍ່ເກີນ 20ປີ ຮອບຄັດເລືອກ ສາຍຊີ ເຊິ່ງເປັນການແຂ່ງຂັນໃນວັນທີ 10 ກັນຍາ 2022 ທີ່ ສະໜາມກິລາແຫ່ງຊາດຫຼັກ 16 

ທີມຊາດປາແລສຕິນ ສະເໝີກັບ ທີມຊາດເຢເມນ 2-2 ແບ່ງກັນໄປທີມລະ 1 ຄະແນນ.

#AFCU20AsianCup

#qualifiers

#Palestine

#yemen

#vientiane

News Cover

ລາຍຊື່ນັກກິລາ ທີມຊາດລາວ U20 23 ຄົນສຸດທ້າຍ

09/09/2022

ລາຍຊື່ນັກກິລາ ທີມຊາດລາວU20 23 ຄົນສຸດທ້າຍ ເຂົ້າຮ່ວມການແຂ່ງ ຊີງແຊ້ມອາຊີຮອບຄັດເລືອກ

ຜູ້ຮັກສາປະຕູ

1. ພູນິນ ໄຊຍະສອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

2. ກົບ ໂລກພະທິບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

3. ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ກອງຫລັງ

4. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

5. ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

6. ສະເຫລີມໄຊ ພົມມະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

7. ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

8. ພົນສັກ ສິສະຫວາດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

9. ຟຸດບອນ ກຸນນະເສນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

10. ເພັດດາວັນ ສົມສະນິດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

11. ທີລະພົນ ປະຖໍາມະວົງ ຈາກ ສະໂມສອນ ເມືອງຫາດ

ກອງກາງ

12. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

13. ວົງພະຈັນ ພຸດທະວົງ ຈາກ ສະໂມສອນ ກິລາບານເຕະ ເມືອງຫາດ

14. ຄຳປານ ດວງວິໄລ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ

15. ບຸນປະເສີດ ທຳມະຂັນ ຈາກ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

16. ສີສຸພົນ ອັກຄະວົງ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ ເອັຟທີ

17. ສິນນະກອນ ກູມະນີຄຳ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

18. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

19. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ກອງຫນ້າ

20. ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ກິລາບານເຕະ ນົນທະບູລີ ( ໄທ )

21. ປີເຕີ້ ພັນທະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

22. ອຸ່ນ ເພັດວົງສາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

23. ອາທິດ ຫຼວງລາດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ການແຂ່ງຂັນບານເຕະ ຊີງແຊ້ມອາຊີ U20 ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ.ທີມຊາດລາວ U20 ຖືກຈັດຢູ່ໃນກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- 10/09/2022 ເວລາ 19:00 ລາວ ພົບ ກວມ

- 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ

- 14/09/2022 ເວລາ 19:00 ລາວ ພົບ ເຢເມນ

- 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3.

- ບັດເຂົ້າຊົມລາຄາ 10.000 ກີບ ສາມາດຊື້ໄດ້ທີ່ ສະຫະພັນບານເຕະແຫ່ງຊາດລາວ ແລະ ສະຫນາມກິລາແຫ່ງຊາດຫຼັກ 16 ໃນມື້ທີ່ມີການແຂ່ງຂັນ.

ບຸກຄົນ/ນິຕິບຸກຄົນ ສາມາດຕິດຕໍ່ພົວພັນ ກັບ ສຕລ ເປັນຕົວແທນຂາຍປີ້ໄດ້ ຕາມເບີໂທລະສັບນີ້

ເບີໂທ: 02058886600, 02029805676, 02054649559 ແລະ 55414619

ມາຮ່ວມລຸ້ນຮ່ວມເຊຍທີມຊາດລາວ!

#Laosusu #LaoFootballFederation

#AFCU20 #Beerlao #afcu20asiancupqualifiers #STBANK #MazdaLaos

News Cover

ການແຂ່ງຂັນບານເຕະຊິງແຊ້ມອາຊີ U20 ຮອບຄັດເລືອກ

08/09/2022

ເຊີນ​ຊົມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ.

ກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- 10/09/2022 ເວລາ 19:00 ລາວ ພົບ ກວມ

- 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ

- 14/09/2022 ເວລາ 19:00 ລາວ ພົບ ເຢເມນ

- 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ຖ່າຍ​ທອດ​ສົດ​ ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ຊ່ອງ 3.

ການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍທີ ປະເທດອຸສະເບກິສຖານ ໃນປີ 2023.

#Laosusu #LaoFootballFederation

#AFCU20