News
News Cover

ສະຫະພັນບານເຕະແຫ່ງຊາດລາວສຳເລັດການຝຶກອົບຮົມວຽກງານສື່ມວນຊົນ

29/05/2024

        ລະຫວ່າງວັນທີ 28-29 ພຶດສະພາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ຈັດຝຶກອົບຮົມວຽກງານສື່ມວນຊົນ ຮັບໃຊ້ໃຫ້ແກ່ການລາຍງານຂ່າວກິລາບານເຕະ, ຊ່າງພາບ, ການຖ່າຍທອດສົດ ໃຫ້ແກ່ນັກຂ່າວສະໂມສອນ, ພະແນກສື່ມວນຊົນຂອງສຕລ ແລະ ບັນດາເພື່ອນຮວ່ມງານຂອງສຕລ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສຕລ, ທ່ານ ວິນລຽມ ສຸວັນນາມ ຫົວໜ້າພະແນກສື່ມວນຊົນຂອງສຕລ ພ້ອມດ້ວຍພະນັກງານວິຊາການ ພະແນກສື່ມວນຊົນ ແລະ ນັກ​ສຳ​ມະ​ນາ​ກອນ 25 ຄົນ​ເຂົ້າ​ຮ່ວມ.

        ໃນການຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບການເປັນຜູ້ປະສານງານສື່ມວນຊົນທີ່ດີ, ການຖ່າຍທອດສົດຜ່ານເຟສບຸກ,ຢູທູບ( Facebook,You tube), ການຖ່າຍພາບນິ້ງ ,ຮັບຊົມວີດີໂອ ກ່ຽວກັບການຕັ້ງຕໍາແໜ່ງມູມກ້ອງ,ການເລືອກພາບໃນເວລາຖ່າຍທອດສົດ ແລະ ບັນຫາອື່ນໆທີ່ປິ່ນອ້ອມວຽກງານການລາຍງານຂ່າວທີ່ຕິດພັນກັບກິລາບານເຕະ ເພື່ອກະກຽມໃສ່ບັນດາລາຍການແຂ່ງຂັນຕ່າງໆຂອງ ສຕລ ທີ່ຈະຈັດຂຶ້ນຫລາຍລາຍການໃນປີ 2024.

 ສຳລັບການຝຶກອົບຮົມໃນຄັ້ງນີ້,ຜູ້ເຂົ້າຮວ່ມໄດ້ຮຽນຮູ້ທັງພາກທິດສະດີ ແລະ ການລົງຕົວຈິງຢູ່ສະຫນາມ.ໃນໂອກາດເຂົ້າຮວ່ມການປິດຝຶກອົບຮົມ,ທ່ານ ຈັນທະວົງ ສິລິມະໂນທຳ ໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ,ໂດຍໄດ້ກ່າວເຖິງຄວາມໝາຍແລະຄວາມສຳຄັນຂອງສື່ມວນຊົນ ໃນການລາຍງານຂ່າວ, ພາບ ແລະ ວີດີໂອ ໃຫ້ຖືກຕ້ອງ,ຊັດເຈນ,ວ່ອງໄວທັນເຫດການແລະນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການລາຍງານຂ່າວໃນຍຸກດີຈີຕອນໃຫ້ທັນການ,ຖືກຕ້ອງ,ຊັດເຈນ.ທ່ານກ່າວວ່າ:ໃນປີ 2024 ສະຫະພັນບານເຕະແຫ່ງຊາດລາວໄດ້ມີແຜນຈັດການແຂ່ງຂັນ ຫລາຍລາຍການ ຖ້າຫາກຜູ້ເຂົ້າຮ່ວມສົນໃຈວຽກງານສື່ມວນຊົນ Freelancer ກໍສາມາດເຂົ້າຮ່ວມໄດ້ ສະຫະພັນບານເຕະແຫ່ງຊາດລາວຍິນດີຕ້ອນຮັບທຸກຄົນເຂົ້າຮ່ວມເປັນສ່ວນຫນຶ່ງຂອງການແຂ່ງຂັນ.ໃນພິທີຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຜູ້ສຳເລັດການຝຶກອົບຮົມວຽກງານສື່ມວນຊົນ 2024ຕື່ມອີກ.


News Cover

ສະຫະພັນບານເຕະແຫ່ງຊາດລາວ ປະ​ກາດ​ຮັບ​ສະ​ຫມັກ ພະນັກງານການຕະຫຼາດ (Marketing Officer)

28/05/2024

ສະຫະພັນບານເຕະແຫ່ງຊາດລາວ

ແຈ້ງປະກາດສະໝັກພະນັກງານ

 ຕໍາແໜ່ງ: ພະນັກງານການຕະຫຼາດ (Marketing Officer)

ປະຈໍາການຢູ່ຫ້ອງການ ສຳນັກງານໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ (ສູນຝຶກຫ້ວຍຫົງ).

ເງື່ອນໄຂ:

• ສື່ສານພາສາອັງກິດໃນລະດັບດີ (ພາສາເວົ້າ ແລະ ພາສາຂຽນ)

• ມີຄວາມຄິດສ້າງສັນ ໃນວຽກງານການຕະຫຼາດສໍາລັບກິລາບານເຕະ

• ມີທັດສະນະຄະຕິທີ່ດີ ແລະ ສາມາດເຮັດວຽກເປັນທີມໄດ້ດີ

• ມີປະສົບການໃນວຽກງານການຕະຫຼາດ

• ສາມາດເດີນທາງໄປວຽກຢູ່ຕ່າງແຂວງໄດ້

ໜ້າທີ່ຮັບຜິດຊອບ:

• ເຮັດບົດນໍາສະເໜີສໍາລັບຄູ່ຮ່ວມມືໃໝ່ (partnership proposal)

• ສ້າງແຜນ ແລະ ຈັດກິດຈະກໍາການຕະຫຼາດ, ກິດຈະກໍາຮ່ວມກັບແຟນບານ, ຈັດງານເຜີຍແຜ່ກິດຈະກໍາຂອງ ສຕລ

• ຕິດຕໍ່ປະສານງານ ແລະ ດູແລສິດທິຜົນປະໂຫຍດ ຄູ່ຮ່ວມມື/ຜູ້ສະໜັບສະໜູນ ສຕລ ແລະ ຊອກຫາຄູ່ຮ່ວມມື/ຜູ້ສະໜັບສະໜູນໃໝ່ ໃຫ້ ສຕລ

• ສ້າງຊ່ອງທາງສ້າງລາຍໄດ້ໃໝ່ໃຫ້ ສຕລ

ຖ້າຫາກທ່ານ ມີຄວາມສົນໃຈສະໝັກ ສາມາດສົ່ງຊີວະປະຫວັດ (CV) ມາທີ່ ອີເມວ [email protected]


News Cover

ປະກາດລາຍຊື່ 29 ນັກກິລາບານເຕະ ຄັດເລືອກ ທີມຊາດລາວ U16 ເກັບຕົວຝຶກຊ້ອມ

28/05/2024

ຜ່ານການເກັບຕົວຝຶກຊ້ອມຢ່າງຂຸ້ນຂ້ຽວຕັ້ງແຕ່ວັນທີ 01 ພຶດສະພາ 2024 ເປັນຕົ້ນມາ ໂດຍແມ່ນທ່ານ ກັນລະຍາ ສີສົມຫວັງ ເປັນຫົວໜ້າຄູຝຶກໄດ້ຮຽກຕົວນັກກິລາເຍົາວະຊົນໃນເບື້ອງຕົ້ນຈຳນວນ 39 ຄົນເຂົ້າສູນຝຶກຊ້ອມ. ມາຮອດວັນທີ 27 ພຶດສະພາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ປະກາດລາຍຊື່ 29 ນັກກິລາບານເຕະ ຄັດເລືອກ ທີມຊາດລາວຮຸ່ນອາຍຸບໍ່ເກີນ16ປີ ຫຼື U16 ຈຳນວນ 29 ຄົນ ແລະ ຈະ​ຄັ​ດ​ເລ​ືອກ​ໃຫ້​ເຫລ​ືອ 23 ຄົນ​ສຸດ​ທ້າຍ ກ່ອນເຂົ້າຮ່ວມແຂ່ງຂັນບານເຕະຊິງແຊ້ມອາຊຽນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 16 ປີ ມີ​ລາຍ​ຊື່ດັ່ງນີ້:

# ຜູ້ຮັກສາປະຕູ

ແສງອາທິດ ອະໄພຍະລາດ ສະໂມສອນ ຊ້າງນ້ອຍ

ໄຊສົມພົງ ທິບພະວົງ ແຂວງ ບໍລິຄໍາໄຊ

ທິດສາຄອນ ສຳລີວົງຫວັດ ສະໂມສອນ ຈຳປາສັກ

# ກອງຫຼັງ:

ກົ້ງເມັ່ງ ຢ່າງຫວາເຢີ ສະໂມສອນ ເອສະຣາ

ທັນຍະວຸດ ໄຊຈະເລີນ ສະໂມສອນ ເອສະຣາ

ບຸນທະສັກ ຈັນດາລາ ໂຮງຮຽນ ມສ ເຄເອັນຊີ

ພີສີດ ອໍ້ຮ ໂຮງຮຽນ ປັນຍາທິບ

ສາຍສະໝອນ ແກ້ວມະນີວົງ ສະໂມສອນ ມາສະດາ ຈີບີ

ທັດສະພອນ ຄໍາພານິດ ແຂວງ ຈຳປາສັກ

# ກອງກາງ:

ບິນລີ້ ໂດນສະຫນູພິດ ສະໂມສອນ ເອສະຣາ

ພົມມະສອນ ນີລະວົງ ສະໂມສອນ ມາສເຕີ້ ເຊເວັ້ນ

ຄຳເພັດ ຜິວແສງທອງ ໂຮງຮຽນ ມສ ເຄເອັນຊີ

ປີ່ຢ້າ ໂຄດຕະກຸນ ໂຮງຮຽນ ມສ ເຄເອັນຊີ

ປະລິນເດດ ເພັດຕະກູນ ສະໂມສອນ ຄຳໃສ

ຊັບທະວີ ພົມມີໄຊ ສະໂມສອນ ຈັນທະບູລີ

ໄຊຍະວັດ ວັນສະຫວັດ ສະໂມສອນ ຈຳປາສັກ

ໄຊຍະສິດ ຈີດປະສົງ ສະໂມສອນ ຈຳປາສັກ

ກາດຳ ກອນເຍີ້ ສະໂມສອນ ຊ້າງນ້ອຍ

ບຸນປະເສີດ ແສງສະຫວ່າງ ແຂວງ ສະຫວັນນະເຂດ

ຊາຍຄິດ ໂຄດໂຍທາ ແຂວງ ອັດຕະປື

ກິ ມູນກັນຍາ ແຂວງ ຫຼວງພະບາງ

ວົງເດືອນ ສຸລິບັນ ແຂວງ ຫຼວງພະບາງ

ສູນທະວີ ແສງດາລາ ສະໂມສອນ ຫຼວງນໍ້າທາ

ພຸດທະສັກ ສີຫາໂຄດ ສະໂມສອນ ບໍ່ແກ້ວ

# ກອງໜ້າ:

ພະຍັກ ສີພະນົນ ໂຮງ​ຮຽນ​ອົງ​ການ​ບໍ​​ລິ​ຫານ​ສ່ວນ ແຂວງ​ໄຊ​ນາດ ( ປະ​ເທດ​ໄທ )

ຊີການດາ ໄຊສົງຄາມ ສະໂມສອນ ຈຳປາສັກ

ພຸດພະໄຕ ຈັນທະລັງສີ ໂຮງຮຽນ ມສ ພົງສະຫວັນ

ດາວພະຫັດ ກໍ່າກາຊົມພູ ສະໂມສອນ ເຄເອັມທີ

ທະນາກອນ ຈັນທະວົງ ສະໂມສອນ ວຽງຈັນ ເອັຟທີ

ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ AFF ASEAN Boy' Championship 2024 ໃນລະຫວ່າງວັນທີ 21 ມີຖຸນາ ຫາ 4 ກໍລະກົດ 2024 ທີ່ ປະເທດ ອິນໂດເນເຊຍ ໂດຍຈະມີການຈັບຫລາກການແຂ່ງຂັນໃນວັນທີ 30 ພຶດສະພາ 2024 .


News Cover

ຝຶກອົບຮົມ ກໍາມະການຕັດສິນ ເພື່ອກະກຽມ ການແຂ່ງຂັນບານເຕະ U16 ແລະ U19 ຊີງຂັນປະທານສຕລ ປະຈຳປີ 2024

27/05/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 16ປີ(U16) ແລະ ຮຸ່ນອາຍຸບໍ່ເກິນ 19 ປີ (U19) ຊີງຂັນປະທານສຕລ ປະຈໍາປີ 2024 ທີ່ຈະຈັດຂື້ນລະຫວ່າງວັນທີ 27-30 ພຶດສະພາ 2024 ໂດຍມີທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກ ກຳມະການຕັດສິນ ສຕລ ເປັນຄູຝຶກ, ຜູ້ປະເມີນກຳມະການຕັດສິນ ແລະ ກຳມະການຕັດສິນ ທັງຫມົດ 35 ຄົນ ທີ່ມາຈາກຫລາຍພາກສ່ວນເຂົ້າຮວ່ມ.

ສຳລັບຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອກະກຽມຄວາມພ້ອມໃນດ້ານກຳມະການຕັດສິນໃຫ້ແກ່ການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 16ປີ(U16) ແລະ ຮຸ່ນອາຍຸບໍ່ເກິນ 19 ປີ (U19) ຊີງຂັນປະທານສຕລ ປະຈໍາປີ 2024 ທີ່ຈະເປີດສາກຂຶ້ນໃນຕົ້ນເດືອນມິຖຸນາ ທີ່ຈະມາເຖິງນີ້.

ການຝຶກອົບກຳມະການຕັດສິນຄັ້ງນີ້ຈະດຳເນີນໄປເປັນເວລາ03ວັນຄືເລີ່ມແຕ່ວັນທີ 27- 29 ພຶດສະພາ 2024 ໂດຍຜູ້ເຂົ້າຮວ່ມຝຶກອົບຮົມຈະໄດ້ຮຽນຮູ້ທັງພາກທິດສະດີແລະພາກປະຕິບັດຕົວຈິງ.ໃນນັ້ນແມ່ນຈະໄດ້ຮຽນຮູ້ກົດລະບຽບຂອງສະຫະພັນບານເຕະສາກົນຫຼືFIFAສະບັບປັບປຸງໃໝ່, ລົງພາກປະຕິບັດຕົວຈິງຢູ່ສະຫນາມ, ພ້ອມດຽວກັນນັ້ນກໍ່ຈະໄດ້ມີການທົດສອບພະລະກຳລັງຕື່ມອີກ.


News Cover

ເບ​ສະ​ຫວັນ ພົບ ເອັ​ສ​ທີ​ທີ ນັດ​ຊີງ​ຊະ​ນະ​ເລີດ ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 LAO FUTSAL LEAGUE 2024

27/05/2024

ເຊຍ​ທີມ​ໃດ​ດີ ນັດຊີງຊະນະເລີດແຟນບານຫ້າມພາດ ວັນອາທິດ 02/06/2024 ເລີ້ມເວລາ 17:00 ເປັນຕົ້ນໄປ

👉ເບສະຫວັນ

👉ເອັສທີທີ

📌⚽️ ເຊີນຊົມການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 LAO FUTSAL LEAGUE 2024 ຮອບ​ຊີງຊະນະເລີດ

- 🗓 ວັນ​ອາ​ທິດ 02 ມິຖຸນາ 2024

⏱ ເວລາ 17:00 ເບສະຫວັນ ພົບ ເອັສທີທີ

🏟 ແຂ່ງຂັນຢູ່ທີ່ສະຫນາມກິລາໃນຮົ່ມ ສູນຝຶກຫ້ວຍຫົງ ສຕລ

📺 ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມຟຣີ ແລະ ສາມາດຕິດຕາມຮັບ​ຊົມ ການຖ່າຍທອດສົດໄດ້ຜ່ານທາງເພສ ເຟສບຸກ LAO FUTSAL LEAGUE, LAOFF TV ສະຫະພັນບານເຕະແຫ່ງຊາດລາວ ແລະ ເວບ​ໄຊ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ www.laoff.org.la

#LAOFOOTBALLFEDERATION

#LAOFUTSALLEAGUE2024

#LAOFORDCITY

#LAOTELECOM


News Cover

ເລີ່ມແລ້ວການແຂ່ງຂັນລາວໂຕໂຢຕ້າ ພາກໃຕ້ ຈໍາປາສັກລີກ2ປະຈໍາປີ 2024

27/05/2024

         ການແຂ່ງຂັນກິລາບານເຕະ ລາວ ໂຕໂຢຕ້າພາກໃຕ້ ຈໍາປາສັກ ລີກ 2 ປະຈໍາປີ 2024 ເປີດຂື້ນຢ່າງເປັນທາງການເມື່ອບໍ່ດົນມານີ້,ທີ່ສະໜາມກິລາແຂວງຈໍາປາສັກ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ທັງເປັນຄະນະບໍລິຫານງານສະຫະພັນກິລາບານເຕະແຫ່ງຊາດລາວ.

          ໃນພິທີ, ທ່ານ ວິໄລວັນ ແກ້ວເຮືອງສີ ຄະນະບໍລີຫານງານສະຫະພັນກິລາບານເຕະແຂວງຈໍາປາສັກ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ, ການກະກຽມ ແລະ ການດຳເນີນການແຂ່ງຂັນ ເຊິ່ງປະກອບມີ 6 ສະໂມສອນເຂົ້າຮ່ວມການແຂ່ງຂັນຄື: ສະໂມສອນກິລາບານເຕະທະຫານແຂວງຈໍາປາສັກ(ແຊັ້ມເກົ່າ), ສະໂມສອນກິລາບານເຕະລະບຽງພຸ(ຮອງແຊັ້ມ), ສະໂມສອນກິລາບານເຕະ ປ.ກ.ສ ແຂວງຈໍາປາສັກ, ສະໂມສອນກິລາບານເຕະສີລາເພັດ, ສະໂມສອນກິລາບານເຕະປິນແກ້ວ 2010ແລະ ສະໂມສອນກິລາບານເຕະບຸ່ງອຸດົມ. ຈາກນັ້ນ, ທ່ານແກ້ວລັດຕະນະ ສີຫາວົງ ປະທານຈັດການແຂ່ງຂັນ ໄດ້ມີຄໍາເຫັນໂອ້ລົມ ກ່າວເປີດການແຂ່ງກິລາບານເຕະລາວ ໂຕໂຢຕ້າ ພາກໃຕ້ ຈໍາປາສັກ ລີກ 2 ປະຈໍາປີ 2024 ຢ່າງເປັນທາງການ,ເຊິ່ງທ່ານໄດ້ຍົກໃຫ້ເຫັນຈຸດປະສົງຂອງການຈັດການແຂ່ງຂັນຄັ້ງນີ້ກໍ່ເພື່ອປະຕິບັດຕາມແຜນການເຄື່ອນໄຫວ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 , ທັງເປັນການສ້າງຂະບວນການຕ້ອງຮັບວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະເພື່ອເປັນການຕ້ອນຮັບກອງປະ ຊຸມສາມຂັ້ນຂອງແຂວງຈໍາປາສັກ ໃຫ້ມີບັນຍາກາດ ແລະ ຂະບວນການຟົດຟື້ນ ແລະເພື່ອເປັນການຄັດເລືອກໃຫ້ໄດ້ນັກກິລາທີ່ມີຄວາມສາມາດ ເຂົ້າຮັບໃຊ້ແຂວງ ແລະ ທິມຊາດລາວ.ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ບັນດາສະໂມສອນຕະຫຼອດຄະນະຈັດການແຂ່ງຂັນຈົ່ງພ້ອມກັນເອົາໃຈໃສ່ ແລະ ເຮັດສໍາເລັດໜ້າທີ່ຄວາມຮັບຜິດຊອບ,ໂດຍສະເພາະນັກກິລາ ຈົ່ງພ້ອມກັນຕັ້ງ ແລະ ເອົາໃຈໃສ່ ຝຶກແອັບຕົນເອງ ເພື່ອສະແດງໃຫ້ເຫັນເຖິງຄວາມສາມາດໃນການເຂົ້າຮ່ວມການແຂ່ງຂັນລາຍການດັ່ງ ກວ່າສາມາດຕໍ່ຍອດ ນໍາພາຕົນກ້າວໄປສູ່ການເປັນນັກກິລາອາຊີບ ແລະ ຮັບໃຊ້ຊາດ.

           ເຂົ້າຮ່ວມໃນພິທີນີ້ຍັງມີບັນດາທ່ານຜູ້ຕາງໜ້າຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ຄະນະນະບໍລິຫານງານສະຫະພັນກິລາບານເຕະແຂວງຈໍາປາສັກ,ຜູ້ຕາງໜ້າບັນດາສະໂມສອນກິລາບານເຕະທີ່ເຂົ້າຮ່ວມການແຂ່ງຂັນ, ຄະນະຈັດການແຂ່ງຂັນ, ນັກກິລາ ແລະແຟນບານເຂົ້າຮ່ວມຢ່າງພ້ອມພຽງ.


News Cover

ສະຫະພັນບານເຕະແຫ່ງຊາດລາວ ສຳເລັດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ (C)

24/05/2024

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີປີດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(c)ຂື້ນໃນຕອນບ່າຍ ວັນທີ 24 ພຶດສະພາ 2024 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວປີດຂອງທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ.

  ການຝຶກອົບຮົມດັ່ງກ່າວແມ່ນໄດ້ແບ່ງອອກເປັນ 2 ໄລຍະຄື:

- ໄລຍະທີ1 ເລີ່ມ 1-5 ເມສາ 2024

- ໄລຍະທີ2 ເລີ່ມ 20-24 ພຶດສະພາ 2024

                ການຝຶກອົບຮົມແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະພາກປະຕິບັດຕົວຈິງພາກສະໜາມ, ໂດຍໄດ້ມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ໃນນັ້ນ,ຜູ້ເຂົ້າຮ່ວມແມ່ນໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ.ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມ ພະ ຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.

               ໃນໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ຍັງໄດ້ກ່າວໂອ້ລົມຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໃຫ້ນຳໃຊ້ບົດຮຽນທີ່ຮຽນມາ ຝຶກຊ້ອມໃຫ້ກັບເຍົາວະຊົນກັບ ສະໂມສອນ ທີ່ຕົນເອງສັງກັດ ເພື່ອສ້າງນັກກິລາ ຮຸ່ນສືບທອດໃນລະດັບເຍົາວະຊົນເພື່ອກ້າວເປັນນັກກິລາອາຊີບ ແລະ ທີມຊາດໃນອະນາຄົດ.

     ທ່ານປະທານສະຫະພັນບານເຕະແຫ່ງຊາດລາວກ່າວຕື່ມວ່າ: ທຸກທ່ານທີ່ເຂົ້າມາຮຽນ ສາມາດເປັນຄູຝຶກໃຫ້ກັບສະໂມສອນຕ່າງໆໄດ້. ສະນັ້ນບັນດາສະໂມສອນທີ່ຈະຕ້ອງມີຄູຝຶກລະດັບ ຊີ ຂຶ້ນໄປຈຶ່ງສາມາດຄຸມທີມໄດ້, ສຸດທ້າຍຂໍໃຫ້ທຸກທ່ານຈົ່ງສືບຕໍ່ຕັ້ງໃຈ ເພື່ອພັດທະນາວົງການບານເຕະ,ຄູຝຶກ,ນັກກິລາໃຫ້ປະສົບຜົນສໍາເລັດຮ່ວມກັນ.

 ໃນຕອນທ້າຍພິທີ ທ່ານ ວີເພັດ ສີຫາຈັກຣ ຍັງໄດ້ມອບໃບຢັ້ງຢືນການເຂົ້າຮ່ວມໃຫ້ກັບຜູ້ເຂົ້າຮ່ວມຝຶກອົບ

ຮົມໃນຄັ້ງນີ້ ສ່ວນຜົນຂອງການ ຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ (C) ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

                ເຂົ້າຮວ່ມກອງປະຊຸມນີ້ຍັງມີ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳຜູ້ຝຶກສອນຫຼັກຈາກ ສຕລ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນຈໍານວນ 24 ທ່ານ, ເປັນຍິງ 1ທ່ານ, ມາຈາກປະເທດໄທ 4ທ່ານ, ມາເລເຊຍ 1ທ່ານ ແລະ ແຄມເມີລູນ 1ທ່ານ.


News Cover

ເອເອັຟຊີ ເລືອກ ສປປລາວ ເປັນເຈົ້າພາບ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ແລະ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ

24/05/2024

ສະຫະພັນບານເຕະອາຊີ ຫລື ເອເອັຟຊີ ໄດ້ເລືອກ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ 2025 ຈັດຂຶ້ນ ວັນທີ 21-29 ກັນຍາ 2024 ( AFC U20 ASIAN CUP 2025 Qualifiers ) ແລະ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025 ຈັດຂຶ້ນໃນລະຫວ່າງວັນທີ 19-27 ຕຸລາ 2024 ( AFC U17 ASIAN CUP 2025 Qualifiers ).

 ສຳລັບການຈັບສະຫລາກ 2 ລາຍການດັ່ງກ່າວແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

News Cover

ການແຂ່ງຂັນບານເຕະລາວລີກຍິງປະຈຳປີ 2024 ເລີ່ມເປີດສາກຄວາມມວ່ນຊື່ນ15 ມິຖຸນາທີ່ຈະມາເຖິງນີ້,ມີ10 ທີມເຂົ້າຮ່ວມແຂ່ງຂັນ

23/05/2024

ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2024 ( Lao Women's League 2024)ຈະເປີດສາກຢ່າງເປັນທາງການໃນວັນເສົາ 15 ມິຖຸນາ ຫາ 08 ກັນຍາ 2024,ເຊິ່ງການແຂ່ງຂັນແມ່ນແຂ່ງຂັນແບບລີກ ພົບກັນໝົດທັງ 2 ຮອບ ໂດຍມີ10 ທີມ ເຂົ້າຮ່ວມປະກອບມີ:

1. ກອງທັບ

2. ນ້ຳທາ

3. ຈຳປາສັກ

4. ຫຼວງພະບາງ

5. ມາສເຕີ້ ເຊເວັ້ນ

6. ທ່າຊ້າງ

7. ເອັສອີຊີ

8. ປາກຊັນ

9. ມະຫາວິທະຍາໄລແຫ່ງຊາດລາວ

10. ວຽງຈັນ

ການແຂ່ງຂັນຄັ້ງນີ້ຈະນຳໃຊ້ 7 ສະຫນາມຄື:ກິລາແຫ່ງຊາດຫຼັກ 16,ສູນຝຶກຫ້ວຍຫົງ ( 2 ສະຫນາມ),ກິລາກາງມະຫາວິທະຍາໄລແຫ່ງຊາດລາວ,ກິລາກອງທັບ ຫຼັກ 5,ກິລາກອງບັນຊາການທະຫານແຂວງວຽງຈັນ ແລະສະຫນາມກິລາສະຖານບັນກິລາ-ກາຍຍະກຳ ( ສີເກີດ )

ສໍາລັບ ທີມທີ່ເຂົ້າຮ່ວມນັ້ນແມ່ນໄດ້ຮັບເງິນອຸດໜູນຈຳນວນ 150 ລ້ານກີບ ຂະນະທີ່ ເງິນລາງວັນ ອັນດັບ 1 ແມ່ນຈະໄດ້ຮັບຂັນແຊັມພ້ອມເງິນລາງວັນ 100 ລ້ານກີບ, ອັນດັບ 2 ໄດ້ 50 ລ້ານກີບ ແລະ ອັນດັບ 3 ໄດ້ 20 ລ້ານກີບ, ນອກຈາກນັ້ນ,ຍັງມີລາງວັນປະເພດບຸກຄົນລວມມີ: ລາງວັນນັກກິລາທີ່ຍິງປະຕູສູງສຸດ ໄດ້ຮັບຂັນລາງວັນ 1 ໜວ່ຍ, ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ຫນ່ວຍ, ຄູຝຶກດີເດັ່ນ ໄດ້ຮັບຂັນລາງວັນ 1ໜວ່ຍ ແລະ ລາງວັນນັກກິລາດີເດັ່ນປະຈຳການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ໜວ່ຍ.


News Cover

ທີມຊາດລາວ ຢູ່ຮ່ວມກຸ່ມ ບີ ຮ່ວມກັບ ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ມຽນມາ

21/05/2024

 ວັນທີ 21 ພຶດສະພາ 2024 ຢູ່ນະຄອນຫຼວງ ຮ່າໂນຍ ປະເທດຫວຽດນາມ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ມີດຊູບີຊີ ເອເລັກຕິກ 2024 ASEAN MITSUBISHI ELECTRIC CUP™ 2024 ໂດຍຜົນການຈັບສະຫລາກມີດັ່ງນີ້:

- ກຸ່ມ ເອ: ໄທ, ມາເລເຊຍ, ສິງກະໂປ, ກຳປູເຈຍ ແລະ ຜູ້ຊະນະຮອບຄັດເລືອກ ຕີມໍ ເລສເຕ ຫລື ບຣູໄນ.

- ກຸ່ມ ບີ: ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ມຽນມາ ແລະ ລາວ.

ສຳລັບການແຂ່ງຂັນບານເຕະ ASEAN Mitsubishi Electric Cup 2024 ຈະແຂ່ງຂັນໃນຮູບ

ແບບເກົ່າ ຮອບແບ່ງສາຍ ແຂ່ງໃນບ້ານ 2 ນັດ ແລະ ນອກບ້ານ 2 ນັດ ເພື່່ອຄັດເອົາທີມແຊ໋ມ ແລະ ຮອງແຊ໋ມກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ໂດຍໃນຮອບ 4 ທີມຈະແຂ່ງຂັນແບບໃນບ້ານນອກບ້ານຕໍ່ໄປ. ຊຶ່ງລາຍການນີ້ ຈະແຂ່ງຂັນລະຫວ່າງວັນທີ 23 ພະຈິກ ຫາວັນທີ 21 ທັນວາ 2024. ສຳລັບຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

#MitsubishiElectric

#LAOFOOTBALLFEDERATION

#LAONATIONALTEAM


News Cover

ທີມຊາດລາວ U16 ເກັບຕົວຝຶກຊ້ອມກຽມເຂົ້າຮ່ວມແຂ່ງຂັນບານເຕະຊິງແຊັມອາຊຽນ

21/05/2024

ທີມຊາດລາວ U16 ເກັບຕົວຝຶກຊ້ອມກຽມເຂົ້າຮ່ວມແຂ່ງຂັນບານເຕະຊິງແຊັມອາຊຽນ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ16 ປີ ຫຼື U16 ໄດ້ເລີ່ມເກັບຕົວຝຶກຊ້ອມຕັ້ງແຕ່ວັນທີ 01 ພຶດສະພາ 2024 ເປັນຕົ້ນມາ ໂດຍມີ ທ່ານ ກັນລະຍາ ສີສົມຫວັງ ເປັນຫົວໜ້າຄູຝຶກ ຊຶ່ງໃນເບື້ອງຕົ້ນໄດ້ຮຽກຕົວນັກກິລາເຍົາວະຊົນ ຈຳນວນ 39 ຄົນ ຈາກຫຼາຍສະໂມສອນ, ທັງຈາກບັນດາແຂວງຕ່າງໆໃນທົ່ວປະເທດ, ສູນຝຶກແອບພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຝຶກແອບເພື່ອເລືອກເຟັ້ນເອົານັກກິລາທີ່ມີຄວາມພ້ອມທັງຮ່າງກາຍ ແລະຈິດໃຈ, ມີທັກສະຄວາມສາມາດທີ່ໂດດເດັ່ນ ໂດຍຈະມີການຄັດນັກກິລາອອກຢ່າງເປັນໄລຍະຈົນກ່ວາຈະໄດ້ນັກກິລາທີ່ມີຄວາມພ້ອມ 23 ຄົນສຸດທ້າຍ ເພື່ອກຽມເຂົ້າຮ່ວມແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ AFF ASEAN Boy' Championship 2024 ໃນລະຫວ່າງວັນທີ 21 ມີຖຸນາ ຫາ 4 ກໍລະກົດ 2024 ທີ່ ປະເທດ ອິນໂດເນເຊຍ.


News Cover

ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 16 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2024 ເລີ້ມ​ແຂ່ງ​ຂັນ​ວັນ​ທີ 01 ມິ​ຖຸ​ນາ 2024

20/05/2024

ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 16 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2024 LFF U-16 CHAMPIONSHIP 2024 ມີ 10 ທີມ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ປະ​ກອບ​ມີ:

1. ຊ້າງ​ນ້ອຍ

2. ກອງ​ທັບ

3. ຈຳ​ປາ​ສັກ

4. ເອ​ສະ​ຣາ

5. ມາ​ສ​ເຕ​ີ້ ເຊ​ເວັ້ນ

6. ນ້ຳ​ທາ

7. ວຽງ​ຈັນ

8. ຫຼວງ​ພະ​ບາງ

9. ທີ​ບີ ບໍ່​ແກ້ວ

10. ມາ​ສະ​ດາ ຈີ​ບີ

ຮູບ​ແບບ​ການ​ແຂ່ງ​ຂັນ​ແມ່ນ​ແຂ່ງ​ຂັນ​ແບບ​ພົບ​ກັນ​ຫມົດ 1 ຮອບ ເພື່ອ​ສະ​ສົມ​ຄະ​ແນນ, ເອົາ​ອັນ​ດັບ 1-4 ເຂົ້າ​ຮອບ​ຮອງ​ຊະ​ນະ​ເລ​ີດ ( SEMI FINAL ) ແລ້ວ​ຈັບ​ສະ​ຫລາກ​ປະ​ກົບ​ຄູ່​ເຕະ​ເສຍ​ຄັດ​ອອກ ( Knock - Out ), ທີມ​ຊະ​ນະ​ເຂົ້າ​ໄປ​ຮອບ​ຊີງ​ຊະ​ນະ​ເລີດ ສ່ວນ​ທີມ​ທີ່​ເສຍ​ແມ່ນ​ຊີງ​ອັນ​ດັບ 3, ທຸກໆ​ນັດ​ແມ່ນ​ແຂ່ງ​ຂັນ​ຢູ່​ທີ່​ສູນ​ຝຶກ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ.

ສຳ​ລັບ​ເງິນ​ລາງວັນ​ອັນ​ດັບ 1 ໄດ້​ຮັບ​ເງິນ 30 ລ້ານ​ກີບ ພ້ອມ​ຫລຽນ​ລາງວັນ ແລະ ຂັນ​ຊະ​ນະ​ເລີດ, ອັນ​ດັບ 2 ໄດ້​ຮັບ​ເງິນ 15 ລ້ານ​ກີບ ພ້ອມ​ຫລຽນ ແລະ ອັນ​ດັບ 3 ໄດ້​ຮັບ​ເງິນ 10 ລ້ານ​ກີບ ພ້ອມ​ຫລຽນ ນອກ​ຈາກ​ນັ້ນ​ຍັງ​ມີ​ລາງ​ປະ​ເພດ​ບຸກ​ຄົນ ມີ ລາງວັນ​ນັກ​ກິ​ລາ​ຍິງ​ປະ​ຕູ​ສູງ​ສຸດ ໄດ້​ຮັບ​ຂັນ 1 ຫນ່ວຍ, ຜູ້​ຮັກ​ສາ​ປະ​ຕູ​ດີ​ເດັ່ນ ໄດ້​ຮັບ​ຂັນລາງວັນ 1 ຫນ່ວຍ, ຄູ​ຝຶກ​ດີ​ເດັ່ນ ໄດ້​ຮັບ​ຂັນ​ລາງວັນ 1 ຫນ່ວຍ ແລະ ນັກ​ກິ​ລາ​ດີ​ເດັ່ນ​ປະ​ຈຳ​ການ​ແຂ່ງ​ຂັນ ໄດ້​ຮັບ​ຂັນ​ລາງວັນ 1 ຫ​ນ່ວຍ.

ການ​ແຂ່ງ​ຂັນ​ແມ່ນ​ຈະ​ເລີ້ມ​ແຂ່ງ​ຂັນ ​ຮອບ​ທີ 1: ວັນ​ທີ 01 - 14 ມິ​ຖຸ​ນາ 2024 . ຮອບ​ທີ 2 ວັນ​ທີ 09-27 ກໍ​ລະ​ກົດ 2024.

​#LFFU16CHAMPIONSHIP2024

#YOUNGELEPHANTSFC

#ARMYFC

#CHAMPASAKFC

#EZRAFC

#MASTER7FC

#NAMTHAUNITED

#VIENGCHANHFC

#LUANGPRABANGFC

#TBBOKEOFC

#MAZDAGBFC