ເປີດສູນຝຶກກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ແຫ່ງທີ 2

15/01/2023

ໃນຕອນເຊົ້າ ວັນທີ 15 ມັງກອນ 2023 ໄດ້ມີພິທີເປີດສູນຝຶກກິລາບານເຕະ ຈໍາປີ-ຈໍາປາ ແຫ່ງທີ 2 ຂຶ້ນທີ່ສະໜາມກິລາບານເຕະ ບ້ານນາຫຼວງ ແຂວງຫຼວງພະບາງ. ພາຍໃຕ້ການສະໜັບສະໜູນຈາກໂຄງການພັດທະນາຄວາມອາດສາມາດຂອງສະຫະພັນບານເຕະນາໆຊາດ FIFA Talent Development Scheme, ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສຕລ, ທ່ານ ຄໍາປະສົງ ດິດຍະວົງ ຄະນະບໍລິຫານງານ ສຕຂ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາ ພ້ອມດ້ວຍຄະນະຄູຝຶກ ສຕລ, ຄະນະຄູຝຶກ ສຕຂ, ຕົວແທນນັກກິລາທີມຊາດລາວ U-19, ນັກກິລາເຍົາວະຊົນແຂວງຫຼວງພະບາງ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມ.
ທ່ານ ດຣ ໄຊຊະນະ ກ່າວວ່າ: ຈຸດປະສົງຂອງໂຄງການດັ່ງກ່າວແມ່ນເປີດໃຫ້ບັນດາເຍົາວະຊົນ ໄດ້ມີໂອກາດຝຶກຊ້ອມ ແລະ ຫຼິ້ນກິລາບານເຕະ ເພື່ອພັດທະນາໂຕເອງກ້າວຂື້ນໄປສູ່ລະດັບທີມຊາດໃນອານາຄົດ.
ໂຄງການດັ່ງກ່າວແມ່ນເລີ່ມຝຶກແອບແຕ່ວັນທີ 10 ມັງກອນ 2023 ເປັນຕົ້ນມາ ເບື້ອງຕົ້ນມີນັກກິລາເຍົາວະຊົນເຂົ້າຮ່ວມຝຶກແອບ 56 ຄົນ ແລະ ມີຄູຝຶກ 4 ທ່ານ, ການຝຶກແອບແມ່ນຈະຝຶກແອບສະເພາະວັນເສົາ-ທິດ ເວລາ 7:30 ຫາ 9:30 ໂດຍແມ່ນທາງ ສຕລ ເປັນຜູ້ອອກຫຼັກສູດການຝຶກສອນໃຫ້ໃນແຕ່ລະທິດ.
#FIFATalentDevelopmentScheme
#ChampiChampaFootballTrainingCenter
#Luangprabangprovince