ສຕລ ຝຶກອົບຮົມຄູຝຶກບານເຕະສູນຈຳປີ - ຈຳປາ ທົ່ວປະເທດ ປະຈຳປີ 2026
ສະຫະພັນບານເຕະແຫ່ງຊາດລາວ(ສຕລໄດ້ຈັດພິທີເປີດຝຶກອົບຮົມຄູຝຶກບານເຕະ ສູນຈໍາປີ - ຈໍາປາ ທົ່ວປະເທດ ປະຈຳປີ 2026 ຂື້ນໃນວັນທີ 13 ຕຸລາ 2026ທີ່ສຕລ,ໂດຍໃຫ້ກຽດເຂົ້າຮວ່ມຂອງທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ .
ການຝຶກອົບຮົມມີເຂົ້າຮ່ວມທັງໝົດ 13 ທ່ານ ຈາກ ສູນຝຶກຈໍາປີ-ຈໍາປາ ນະຄອນຫຼວງວຽງຈັນ, ຫຼວງນ້ຳທາ, ຄຳມ່ວນ, ສາລະວັນ ແລະ ຈຳປາສັກ,ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ທັງພາກທິດສະດີ ແລະ ການລົງປະຕິບັດຕົວຈິງ,ພາຍໃຕ້ການສະໜັບສະໜູນດ້ານງົບປະມານຈາກສະຫະພັນບານເຕະນານາຊາດ FIFAໃນໂຄງການ FIFA TALENT DEVELOPMENT SCHEME (FIFA TDS).ຈຸດປະສົງເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈໃນການຊອກຫາບັນຫາ ແລະ ວິທີການແກ້ໄຂບັນຫາທີ່ແທດເໝາະໃນການສ້າງແຜນການຝຶກຊ້ອມທີ່ມີຄວາມຄິດສ້າງສັນ, ສ້າງຄວມໝັ້້ນໃຈໃຫ້ຄູຝຶກເພື່ອນຳພານັກກິລາໃນການຝຶກຊ້ອມ, ວິທີການທົບທວນຄືນ ແລະ ປັບປຸງ ເພື່ອພັດທະນາການສອນໃຫ້ດີຍິ່ງຂື້ນ.
ພາຍຫຼັງສຳເລັດການຝຶກອົບຮົມ, ບັນດາຄູຝຶກຈະໄດ້ນຳເອົາທິດສະດີ ແລະ ບົດຮຽນຕົວຈິງທີ່ໄດ້ຮັບການຝຶກອົບຮົມຄັ້ງນີ້ນໍາໄປຈັດຕັ້ງປະຕິບັດການສອນໃຫ້ນັກກິລາໃນສູນຝຶກຂອງຕົນເອງ ເພື່ອພັດທະນານັກກິລາພອນສະຫວັນໃນສູນຝຶກ ຈຳປີ-ຈຳປາ ກ້າວສູ່ການເປັນນັກກິລາທີມຊາດລາວໃນອະນາຄົດ.ການຝຶກອົບຮົມຈະດໍາເນີນໄປຮອດວັນທີ 15 ຕຸລາ 2026.
ຂ່າວ:ທິບພະກອນ ພະກາສີ